Vietjet ມອບໂປຣໂມຊັນພິເສດສຳລັບເສັ້ນທາງບິນ ວຽງຈັນ-ໂຮຈິມິນ ແລະ ເປີດໃຫ້ເຊົ່າເຮືອບິນເພີ່ມ 4 ລຳໃນເທສະການປີໃໝ່ຈີນ

ນັກທ່ອງທ່ຽວຈາກປະເທດລາວສາມາດຈອງປີ້ຍົນລາຄາໂປຣໂມຊັນພຽງແຕ່ 0 USD (ບໍ່ລວມພາສີ ແລະ ຄ່າທໍານຽມ) ດ້ວຍ ໂປຣໂມຊັນປະຈໍາອາທິດຂອງ Vietjet ທຸກໆວັນພຸດ ວັນພະຫັດ ແລະ ວັນສຸກ ຈົນຮອດເດືອນໜ້າ ລູກຄ້າສາມາດຈອງປີ້ໂປຣ ໂມຊັນ ສຳລັບທຸກສາຍການບິນຕ່າງປະເທດໄດ້ໃນທຸກໆວັນພຸດ ວັນພະຫັດ ແລະ ວັນສຸກ ດ້ວຍລາຄາຕໍ່າສຸດ 0 USD (ບໍ່ລວມ ພາສີ ແລະ ຄ່າທຳນຽມ) ຈົນຮອດວັນທີ 10 ກຸມ ພາ 2024 ທ່ານຈະໄດ້ພົບກັບປະສົບການໃໝ່ໆທີ່ ໜ້າສົນໃຈ ເລີ່ມແຕ່ມື້ນີ້ ຈົນເຖິງ 31 ທັນວາ 2024 (ບໍ່ລວມມື້ພັກທາງລັດຖະການ ແລະ ຊ່ວງທ່ອງທ່ຽວ) ນີ້ແມ່ນໂອ ກາດທີ່ດີສຳລັບທ່ານ “Real deal” ເພື່ອທ່ອງທ່ຽວຫວຽດນາມ ແລະ ອີກຫຼາກຫຼາຍຈຸດໝາຍປາຍທາງໃນພາກພື້ນອາຊີ.

ເມື່ອບໍ່ດົນມານີ້ Vietjet ໄດ້ເພີ່ມເຮືອບິນທີ່ໃຫ້ເຊົ່າ 4 ລໍາເຂົ້າໃນກຸ່ມເຮືອບິນ 103 ລໍາຂອງຕົນເພື່ອຕອບສະໜອງຄວາມຕ້ອງ ການໃນການເດີນ ທາງທີ່ສູງໃນໄລຍະເທສະການປີໃໝ່ຈີນ ສາຍການບິນຍັງໄດ້ເພີ່ມຕູ້ເຊັກອິນຕື່ມອີກໃນສະໜາມບິນບາງ ແຫ່ງໃນໄລຍະທີ່ນັກທ່ອງທ່ຽວຫຼາຍເພື່ອຄວາມສະດວກຂອງຜູ້ໂດຍສານ ຍິ່ງໄປກວ່ານັ້ນ ທາງສາຍການບິນຍັງໄດ້ແນະນໍາຜູ້ ໂດຍສານໃຫ້ເຊັກອິນແບບອອນໄລນ໌ກ່ອນທີ່ຈະໄປສະໜາມບິນເພື່ອຫຼີກລ່ຽງຄວາມແອອັດ.

Vietjet ຈະເປີດຖ້ຽວໂດຍກົງເຊື່ອມຕໍ່ນະຄອນຫຼວງວຽງຈັນຫານະຄອນໂຮ່ຈີມິນໃນວັນທີ 25 ກຸມພານີ້ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ ພຸດ ສຸກ ແລະ ວັນອາທິດ ດ້ວຍເວລາພຽງ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ ມາຮ່ວມມ່ວນກັບ ການບິນຂອງ Vietjet ເພື່ອສຳພັດກັບລົດຊາດອາຫານທີ່ແຊບຊ້ອຍ ແລະ ເປັນເອ ກະລັກຂອງອາຫານຫວຽດນາມເຊັ່ນ: ເຄັກ Chung ແລະ ເຂົ້າໜຽວ ລວມທັງອາ ຫານທີ່ເປັນເອກະລັກຄື: ເຝີ Banh mi ແລະ ອາຫານແຊບໆທົ່ວໂລກ ໃຫ້ບໍລິ ການໂດຍພະນັກງານຫ້ອງໂດຍສານທີ່ເປັນມິດ ແລະ ເປັນມືອາຊີບທີ່ລະດັບຄວາມສູງ 10.000 ແມັດ.

error: Content is protected !!