ນັບແຕ່ປີ 2023 ເປັນຕົ້ນມາ ບໍລິເວນລຽບຕາມເສັ້ນທາງລົດໄຟ ຈີນ-ລາວ ມີຜູ້ໂດຍສານນັບມື້ຫຼາຍຂຶ້ນ ການທ່ອງທ່ຽວໂດຍຂີ່ລົດໄຟໂດຍສານສາກົນ ຕາມເສັ້ນທາງລົດໄຟ ຈີນ-ລາວ ໄດ້ເປັນທີ່ຄວາມນິຍົມອັນໃໝ່ ເຊິ່ງນັບແຕ່ວັນທີ 23-26 ພຶດສະພາ 2023 ນັກຮຽນປະຖົມ 100 ຄົນຂອງລາວ ໄດ້ຂີ່ລົດໄຟເດີນທາງຈາກນະຄອນຫຼວງວຽງຈັນ ໄປຮອດ ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ແລ້ວຂີ່ລົດໄຟຄວາມໄວສູງໄປຮອດນະຄອນຫຼວງປັກກິ່ງ ເຮັດໃຫ້ຄວາມໃຝ່ຝັນຂອງນັກຮຽນລາວ ທີ່ຂີ່ລົດໄຟໄປປັກກິ່ງ ໄດ້ບັນລຸຜົນເປັນຈິງ.

ວັນທີ 13 ພະຈິກ 2023 ຂະບວນລົດໄຟສະເພາະການທ່ອງທ່ຽວ ຖ້ຽວທຳອິດຈາກນະຄອນຫຼວງປັກກິ່ງ ຫາ ປະເທດລາວ ໄດ້ອອກເດີນທາງຈາກສະຖານີເຟີ່ງໄທ ເມື່ອໄປຮອດນະຄອນຄຸນໝິງ ກໍແລ່ນຕາມ ເສັ້ນທາງລົດໄຟ ຈີນ-ລາວ ຕໍ່ໄປຮອດນະຄອນຫຼວງວຽງຈັນ ຂະບວນລົດໄຟຖ້ຽວນີ້ໃຊ້ເວລາ 15 ວັນ ຢູ່ລະຫວ່າງທາງຈະຜ່ານແຫຼ່ງທ່ອງທ່ຽວຕ່າງໆ ເຊັ່ນ: ສິບສອງພັນນາ ແຂວງຢຸນນານ ນະຄອນຊື້ປີ້ ແຂວງຫູເປີຍ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ແລະ ແຂວງອື່ນໆຂອງລາວ ເຊິ່ງນັກທ່ອງທ່ຽວໄດ້ສຳຜັດກັບມົນສະເໜ່ຂອງເສັ້ນທາງລົດໄຟ ຈີນ-ລາວ ທີ່ເປັນໂຄງການສຳຄັນເປັນຂີດໝາຍໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.


ນັບແຕ່ເປີດນຳໃຊ້ ເປັນຕົ້ນມາ ເສັ້ນທາງລົດໄຟ ຈີນ-ລາວ ໄດ້ອອກແຮງສົ່ງເສີມຮູບແບບການພັດທະນາໃໝ່ “ທາງລົດໄຟ + ການທ່ອງທ່ຽວ” ຫຼາຍບໍລິສັດທ່ອງທ່ຽວ ໄດ້ນຳສະເໜີເສັ້ນທາງທ່ອງທ່ຽວ ຕາມ ເສັ້ນທາງລົດໄຟ ຈີນ-ລາວ “ຈາກພູຫິມະ ຮອດປ່າໄມ້ເຂດຮ້ອນ” “ຈາກທົ່ງພຽງແຂວງເສສວນ ຮອດປ່າໄມ້ເຂດຮ້ອນ” ແລະ ການບໍລິການທ່ອງທ່ຽວອື່ນໆໄດ້ຮັບຄວາມນິຍົມຫຼາຍ ແລະ ມີນັກທ່ອງທ່ຽວນັບມື້ເພີ່ມຂຶ້ນ ນັກທ່ອງທ່ຽວເກືອບ 100.000 ຄົນ ໄດ້ສຳຜັດກັບການທ່ອງທ່ຽວຂ້າມຊາດທີ່ “ຂີ່ລົດໄຟທ່ຽວປະເທດລາວ” “ຂີ່ລົດໄຟທ່ຽວປະເທດຈີນ” ມາຮອດວັນທີ 5 ທັນວາ 2023 ດ່ານບໍ່ຫານ ໄດ້ກວດກາຂະບວນລົດໄຟໂດຍສານສາກົນ 474 ຖ້ຽວ ກວດນັກທ່ອງທ່ຽວເຂົ້າ-ອອກເມືອງທີ່ມາຈາກ 75 ປະເທດ 6 ທະວີບ 100.186 ກວ່າຄົນ ນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າ-ອອກເມືອງມີປະມານ 14.900 ຄົນ ກວມ 14,9% ເຊິ່ງຜູ້ໂດຍສານສັນຊາດລາວ ໄທ ແລະ ສິງກະໂປ ແມ່ນຈັດຢູ່ແຖວໜ້າ. ເສັ້ນທາງລົດໄຟ ຈີນ-ລາວ ໄດ້ປັບປຸງແຜນການຈັດສັນຂະບວນລົດໄຟເລື້ອຍໆ.


ເພື່ອຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນສອງຊາດ ຈີນ ແລະ ລາວ ນັບແຕ່ເປີດລົດໄຟໂດຍສານສາກົນ ຕາມ ເສັ້ນທາງລົດໄຟ ຈີນ-ລາວ ເປັນຕົ້ນມາ ນະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນ ສາມາດເດີນທາງໄປຮອດໃນມື້ດຽວ ເວລາການແລ່ນລົດຫຼຸດລົງ 9 ຊົ່ວໂມງກວ່າ ເວລາເຂົ້າ-ອອກເມືອງຂອງຜູ້ໂດຍສານ ຫຼຸດລົງ 1 ຊົ່ວໂມງ ເປົ້າໝາຍການພັດທະນາຂອງລົດໄຟໂດຍສານສາກົນ ຕາມເສັ້ນທາງລົດໄຟ ຈີນ-ລາວ ພວມບັນລຸຜົນເປັນຈິງ ຢູ່ຕອນປະເທດຈີນ ມີລົດໄຟສະເລ່ຍ 51 ຖ້ຽວຕໍ່ມື້ ໃນນີ້ສູງສຸດໄດ້ເປີດ 74 ຖ້ຽວ ມື້ ຂົນສົ່ງຜູ້ໂດຍສານຫຼາຍທີ່ສຸດ 83.000 ຄົນ ເຊິ່ງສາມາດເຫັນໄດ້ວ່າເສັ້ນທາງລົດໄຟ ຈີນ-ລາວ ພວມໄດ້ຮັບຄວາມນິຍົມນັບມື້ເພີ່ມຂຶ້ນໃນການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້ ແລະ ຈະຊຸກຍູ້ການທ່ອງທ່ຽວລາວໃຫ້ພັດທະນາແບບຍືນຍົງ ແລະ ສ້າງຜົນງານທີ່ພົ້ນເດັ່ນຢ່າງບໍ່ຢຸດຢັ້ງ.