ໂດຍ: ສ.ແສງງາມ
ການຊອກຫາວຽກເຮັດງານທຳໃນສະພາບເສດຖະກິດປັດຈຸບັນ ແມ່ນມີຄວາມຫຍຸ້ງຍາກສົມຄວນ ເຮັດໃຫ້ເກີດມີການຫວ່າງງານ ແຮງງານຈຳນວນໜຶ່ງກໍຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງປະເທດຕາມເງື່ອນໄຂຂອງເຂົາເຈົ້າ ແຕ່ດ້ວຍເຫດໃດກໍຕາມ ຈຸດປະສົງຫຼັກໆ ກໍຄື ສ້າງລາຍຮັບມາຈຸນເຈືອຄອບຄົວ ຈາກສະພາບການດັ່ງກ່າວ ກໍມີຫຼາຍທຸລະກິດເກີດຂຶ້ນ ເພື່ອປະກອບສ່ວນໃນການສ້າງລາຍຮັບໃຫ້ກັບປະຊາຊົນລາວ ບໍ່ວ່າຈະເປັນໃນຮູບແບບການຈ້າງງານ ລວມໄປເຖິງການເປັນຄູ່ຮ່ວມທຸລະກິດ ເປັນຕົວແທນຈຳໜ່າຍ ແລະ ອື່ນໆ ໃນນັ້ນ ເຂົ້າຈີ່ທະເລ ຫຼື BAMITHALE ກໍເປັນອີກທາງເລືອກ ສຳລັບຜູ້ທີ່ສົນໃຈນການສ້າງລາຍຮັບເສີມໃນຍຸກວິກິດການທາງດ້ານເສດຖະກິດ.

ທ່ານ ຝາມວັນຮຶງ ນັກທຸລະກິດຊາວຫວຽດນາມ ຜູ້ທີ່ລິເລີ່ມທຸລະກິດ BAMITHALE ຢູ່ນະຄອນຫຼວງວຽງຈັນ ແນໃສ່ເປັນທາງເລືອກ ດີສຳລັບເເກ້ໄຂບັນຫາວ່າງງານ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງທ່ານໄດ້ໃຫ້ສຳພາດໃນໂອກາດເປີດຕົວແທນຈຳໜ່າຍ BAMITHALE ຢູ່ນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາວ່າ: ເຂົ້າຈີ່ທະເລ ຫຼື Bamithale ຕາມທີ່ພວກເຮົາໄດ້ລົງເກັບກໍາຂໍ້ມູນແລ້ວຍັງບໍ່ພົບເຫັນຢູ່ລາວຍັງ ດັ່ງນັ້ນ ພວກເຮົາຈຶ່ງໄດ້ສ້າງ ເເລະ ພັດທະນາແບຣນ Bamithale ທີ່ລາວ ບໍ່ພຽງເເຕ່ແບກຮັບພາລະກິດຕ້ອງນຳເຂົ້າຈີ່ຫອມເເຊບຮ້ອນກອບສົ່ງເຖິງມືລູກຄ້າເທົ່ານັ້ນ ແຕ່ພວກເຮົາໄດ້ເບິ່ງໃກໄປກວ່ານັ້ນກໍຄື ສ້າງຄວາມຫວັງ ສ້າງວຽກເຮັດງານທຳມາໃຫ້ປະຊາຊົນລາວ ຊ່ວຍໃຫ້ຄອບຄົວຂອງເຂົາເຈົ້າ ມີຊີວິດສຸກສະບາຍ ຊ່ວຍໃຫ້ທຸກຄົນສາມາດເຮັດທຸລະກິດ ສ້າງລາຍຮັບເພີ່ມ ສ້າງຄຸນນະພາບຊີວິດ ໃນສະຖານະການເສດ ຖະກິດພົບປັນຫາ.

ສຳລັບຜູ້ທີ່ສົນໃຈຮ່ວມທຸລະກິດກັບ Bamithale ແມ່ນມີການລົງທຶນບໍ່ຫຼາຍ ເລີ່ມຕົ້ນພຽງ 5,9 ລ້ານກີບ ເປັນຊຸດເລີ່ມຕົ້ນ ພ້ອມນັ້ນກໍຍັງມີທາງເລືອກທີ່ເໝາະສົມກັບຕົ້ນທຶນຂອງທ່ານ ຊຸດເພີ່ມເຕີມ 9 ລ້ານກີບ ເເລະ ຊຸດຄົບຖ້ວນພຽງ 9,9 ລ້ານກີບ ເຊິ່ງໃນຊຸດນີ້ ທ່ານບໍ່ຈຳເປັນຕ້ອງກະກຽມຫຍັງເພີ່ມເຕີມເລີຍ ພວກເຮົາຈະຈັດສົ່ງເຖິງທີ່ ຊ່ວຍເເກ້ໄຂທຸກປັນຫາ ເເລະ ທ່ານພຽງເເຕ່ເລີ່ມທຸລະກິດຂອງຕົນໄດ້ເລີຍ.
ສຳລັບໄລຍະການຮັບ ຫຼື ໄດ້ທຶນຄືນນັ້ນເປັນໄລຍະພຽງ 2-4 ເດືອນ ພຽງ 2 ຊົ່ວໂມງຕໍ່ວັນ ຫຼັງຈາກນັ້ນກໍຈະສາມາດຮັບກຳໄລສູງກວ່າ 68% ເຫດຜົນກໍຍ້ອນວ່າ Bamithale ຂອງພວກເຮົາໄດ້ສ້າງຂຶ້ນ ແລະ ພັດທະນາໂດຍທີມງານຂອງພວກເຮົາ ເເລະ ເປັນທີ່ຮູ້ຈັກຂອງຫຼາຍໆຄົນເເລ້ວ ເມື່ອທ່ານເລີ່ມທຸລະກິດ ສິ່ງທີ່ທ່ານຈະໄດ້ຮັບປະກອບມີ ເຄື່ອງແບບ ໃບຮັບຮອງ ຂອງ Bamithale ແລະ ລົດຊາດເຂົ້າຈີ່ກໍຈະເປັນລົດຊາດຂອງ Bamithale ເພື່ອສ້າງຄວາມສະບາຍໃຈໃຫ້ກັບຜູ້ທີ່ຈະລົງທຶນກັບ Bamithale ພວກເຮົາສາມາດເວົ້າໄດ້ວ່າ ຖ້າເລີ່ມທຸລະກິດໄລຍະໜຶ່ງ ຫາກຍັງບໍ່ສາມາດຄືນທຶນໄດ້ຫລືທຸລະກິດບໍ່ເອື້ອອໍານວຍ ພວກເຮົາກໍມີທາງເເກ້ໄຂບັນຫານີ້ຊ່ວຍທ່ານເພື່ອຊອກຫາທາງອອກ ແລະ ມິທີແກ້ໄຂ ແລະ ພາຍຫຼັງ 6 ເດືອນ ຫາກຍັງບໍ່ສາມາດຄືນທຶນໄດ້ ຫຼື ທຸລະກິດບໍ່ເອື້ອອໍານວຍ ພວກເຮົາຈະຮັບລົດເຂົ້າຈີ່ຄືນພ້ອມກັບຄືນເງິນ 40% ຂອງມູນຄ່າທັງໝົດໃນຊຸດທີ່ທ່ານລົງທະບຽນ ນີ້ກໍເປັນນະໂຍບາຍພິເສດມີພຽງທີ່ Bamithale ເທົ່ານັ້ນ ເພາະຕາມທີ່ພວກເຮົາເວົ້າມາໃນເບື້ອງຕົ້ນແລ້ວ ເປົ້າໝາຍຂອງພວກເຮົາເເມ່ນເພື່ອສ້າງວຽກເຮັດງານທຳທີ່ໝັ້ນຄົງ ແລະ ເພື່ອມີຊີວິດທີ່ດີຂຶ້ນ ເພາະເເນວນັ້ນພວກເຮົາລ້ວນແຕ່ມີວິທີແກ້ໄຂບັນຫາສົ່ງລູກຄ້າສະເໝີ.

ເພື່ອເຮັດໃຫ້ທຸລະກິດໄປໄດ້ດີ ຕ້ອງມີການໂຄສະນາຜ່ານຊ່ອງທາງຕ່າງໆ ໃນຈຸດນີ້ ທ່ານ ຝາມວັນຮຶງ ກ່າວວ່າ: ກ່ຽວກັບການໂຄສະນາ ແມ່ນໃຫ້ລູກຄ້າບໍ່ຕ້ອງກັງວົນ ເພາະພວກເຮົາຈະມີການໂຄສະນາໃຫ້ທົ່ວລະບົບ ນອກນັ້ນ ພວກເຮົາຍັງໂຄສະນາແຍກສຳລັບລົດເຂົ້າຈີ່ຂອງແຕ່ລະຄົນ ສິ່ງທີ່ຕ້ອງການມີພຽງຄວາມດຸໝັ່ນ ເສຍສະຫຼະເວລາຢ່າງຕໍ່າ 2 ຊົ່ວ ໂມງທຸກມື້ ປຸງແຕ່ງເຂົ້າຈີ່ດ້ວຍໃຈ ສົ່ງເຖິງມືລູກຄ້າ ບໍລິການລູກຄ້າດ້ວຍຮອຍຍິ້ມຢູ່ສະເໝີ ພ້ອມນັ້ນພວກເຮົາກໍມັກຈະຈັດໂປຣໂມຊັ້ນເພື່ອດຶງດູດລູກຄ້າ ສ້າງໂອກາດໃຫ້ລູກຄ້າມາອຸດໜູນທ່ານຫຼາຍຂຶ້ນ.
ສຳລັບຜູ້ທີ່ມີຄວາມສົນໃຈເຮັດທຸລະກິດດັ່ງກ່າວ ສາມາດເຂົ້າໄປເບິ່ງຂໍມູນ ແລະ ຂໍ້ແນະນຳເພີ່ມເຕີມໄດ້ທີ່ fan page ເຂົ້າຈີ່ທະເລ ຫຼື Bamithale.