ນວ ເສຍຊີວິດຈາກອຸບັດເຫດເຖິງ 13 ຄົນໃນເດືອນຜ່ານມາ

    ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ (ນວ) ແຈ້ງໃຫ້ຊາບວັນທີ 6 ກໍລະກົດ 2020 ວ່າ: ເດືອນມິຖຸນາ 2020 ນວ ມີອຸບັດເຫດເກີດຂຶ້ນ 76 ລາຍ ມີຜູ້ເສຍຊີວິດ 13 ຄົນ ຍິງ 1 ຄົນ ໃນນີ້ ມີຄົນຈີນ 2 ຄົນ ຄົນໄທ 1 ຄົນ ທຽບໃສ່ ເດືອນພຶດສະພາ ການເກີດອຸບັດເຫດເພີ່ມຂຶ້ນ 33 ລາຍ ຄົນ ເສຍຊີວິດເພີ່ມຂຶ້ນ 5 ຄົນ ລວມມູນຄ່າຄວາມເສຍຫາຍປະມານ 1,76 ຕື້ກີບ ແລະ ເມືອງໄຊທານີຍັງຢູ່ອັນດັບ 1 ຂອງການເກີດອຸບັດເຫດຫຼາຍກວ່າໝູ່

    ການເກີດອຸບັດເຫດທັງໝົດນັ້ນ ເຮັດໃຫ້ມີພາຫະນະເປ່ເພເລັກໜ້ອຍ 46 ຄັນ ສົມຄວນ 104 ຄັນ ໃຊ້ບໍ່ໄດ້ 2 ຄັນ ຄົນໄດ້ຮັບບາດເຈັບເລັກໜ້ອຍ 17 ຄົນ ສົມຄວນ 35 ຄົນ ສາຫັດ 11 ຄົນ ເສຍຊີວິດ 13 ຄົນ ຄົນຂັບໄດ້ຮັບບາດເຈັບເລັກໜ້ອຍ 15 ຄົນ ສົມຄວນ 30 ຄົນ ສາຫັດ 9 ຄົນ ເສຍຊີວິດ 12 ຄົນ ຄົນ ຊ້ອນທ້າຍບາດເຈັບເລັກໜ້ອຍ 2 ຄົນ ສົມຄວນ 4 ຄົນ ສາຫັດ 2 ຄົນ ນອກນີ້ ຍັງມີລົດຕຳຄົນຍ່າງເສຍຊີວິດ 1 ຄົນ ການເກີດອຸບັດເຫດສ່ວນໃຫຍ່ເກີດຂຶ້ນກັບຜູ້ໃຊ້ແຮງງານ ຮອງລົງມາແມ່ນນັກສຶກສາ ໃນນີ້ ເມືອງຈັນທະບູລີເກີດອຸບັດເຫດ 3 ລາຍ ສີໂຄດຕະບອງ 16 ລາຍ ສີສັດຕະນາກ 7 ລາຍ ໄຊ ເສດຖາ 8 ລາຍ ຫາດຊາຍຟອງ 11 ລາຍ ໄຊທານີ 23 ລາຍ ນາຊາຍທອງ 6 ລາຍ ປາກງຶ່ມ 1 ລາຍ ແລະ ເມືອງສັງທອງ ອີກ 1 ລາຍ.

    ສາເຫດຫຼັກຂອງການເກີດອຸບັດເຫດ ເກີດຈາກຄວາມປະໝາດຂອງນັກຂັບຂີ່ ບໍ່ເຄົາລົບກົດລະບຽບຈະ ລາຈອນທາງບົກ ໃຊ້ລົດ-ໃຊ້ຖະໜົນ ບໍ່ໃຫ້ກຽດເຊິ່ງກັນ ແລະ ກັນ ການແຊງຊ້າຍ-ຂວາບໍ່ຮັບປະກັນ ສິ່ງສຳຄັນແມ່ນເມົາແລ້ວຂັບ ຂັບຂີ່ໄວເກີດກົດໝາຍກຳນົດ ແລະ ອື່ນໆ. 

error: Content is protected !!