ມຊ ຫາລືສ້າງແຜນພັດທະນາປີ 2021-2025

    ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການລາວ 031 ຈັດສຳມະນາການສ້າງແຜນຍຸດທະສາດໄລຍະ 5 ປີ (2021-2025) ຂອງ ມຊ ແລະ ແຜນພັດທະນາໄລຍະ 5 ປີ (2021-2025) ຂອງ ຄນລ ຂຶ້ນວັນທີ 1-3 ກໍລະກົດ 2020 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ສົມສີ ຍໍພັນໄຊ ອະທິການບໍດີ ມຊ ທ່ານ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ ມີທ່ານ Reginal Pastrana ຫົວໜ້າທີ່ປືກສາດ້ານວິຊາການໂຄງການລາວ 031 ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານນາງ ຄໍາຜົງ ພະເມືອງ ຮອງຫົວໜ້າຫ້ອງການແຜນການ ແລະ ການເງິນ ມຊ ກ່າວວ່າ: ຜ່ານການປະຊຸມມາ 2 ຄັ້ງ ມຊ ໄດ້ກຳນົດວິໄສທັດ ພາລະບົດບາດ ແລະໜ້າທີ່ ຈຸດໝາຍລວມ ແລະ ໄດ້ກຳນົດ 7 ແຜນງານ ຄື: ການສ້າງ ແລະ ພັດທະນາບຸຄະລາກອນ ພັດທະນາໃຫ້ເປັນສູນກາງການສຶກສາທີ່ມີຄຸນນະພາບ ພັດທະນາໃຫ້ກາຍເປັນສູນກາງດ້ານການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ການປັບປຸງສ້າງ ແລະ ພັດທະນາກົນໄກຄຸ້ມຄອງບໍລິຫານ ການບໍລິການທີ່ດີ ແລະ ທັນສະໄໝ ປັບປຸງ ຂະຫຍາຍ ແລະ ພັດທະນາພື້ນຖານໂຄງລ່າງສູ່ຄວາມເປັນສາກົນ ການສ້າງແຫຼ່ງລາຍຮັບ ແລະ  ພັດທະນາການຮ່ວມມືກັບພາຍໃນ ແລະ ສາກົນ. 

    ກອງປະຊຸມຄັ້ງນີ້ ໄດ້ປືກສາຫາລື-ແລກປ່ຽນຄວາມຄິດເຫັນ ລະດົມແນວຄວາມຄິດເພື່ອປະກອບໃສ່ຮ່າງແຜນພັດທະນາ ມຊ ໄລຍະ 5 ປີ ເປັນຕົ້ນການກໍາເນີດໂຄງການ ແລະ ກິດຈະກຳຕ່າງໆໃສ່ແຕ່ລະແຜນການ ເພື່ອໃຫ້ມີເນື້ອໃນທີ່ຄົບຖ້ວນ ແລະ ສົມບູນ ນອກນີ້ ຍັງປືກສາຫາລືເພື່ອຮ່າງແຜນພັດທະນາ ແລະ ບັນດາວຽກງານຈຸດສຸມ 5 ປີ (2021-2025) ຂອງ ຄນລ ເພື່ອກຳນົດວິໄສທັດ ພາລະບົດບາດ ແລະ ໜ້າທີ່ ຈຸດໝາຍລວມ ແລະ ກໍານົດແຜນພັດທະນາ ຄນລ ໃນ 5 ປີຕໍ່ໜ້າໃຫ້ມີຜົນສຳເລັດ. 

# ຂ່າວ & ພາບ : ລັດເວລາ

error: Content is protected !!