ໃນຕອນບ່າຍຂອງວັນທີ 15 ມັງກອນ 2024 ທີ່ ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມປຶກສາຫາ ລືດ້ານນະໂຍບາຍລະດັບສູງ ຄັ້ງທີ 5 ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂ ຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ບຽວ ວອນ (Mr. Chung Byung-won) ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ເກົາຫຼີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້ ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມ ຢາມ ແລະ ເປັນປະທານຮ່ວມໃນກອງປະຊຸມຄັ້ງນີ້ ຖືເປັນໂອກາດອັນດີທີ່ສອງຝ່າຍໄດ້ປຶກສາຫາລືກັນ ໃນການເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນກວ່າເກົ່າ ໂດຍ ສະເພາະໃນໄລຍະທີ່ສອງປະເທດກະກຽມສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 2025 ທີ່ຈະມາເຖິງນີ້ ເຊິ່ງເປັນການຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງສອງປະ ເທດ ໃນການສົ່ງເສີມສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ສ ເກົາຫຼີ ໃຫ້ໄດ້ຮັບການພັດທະນາສູງຂຶ້ນກວ່າເກົ່າ.
ໃນກອງປະຊຸມ ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄຶນການພົວພັນຮ່ວມມືໃນໄລຍະຜ່ານ ໂດຍໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ສ້າງຂຶ້ນບົນພື້ນຖານຄວາມ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ມີຄວາມເຊື່ອໝັ້ນ ສະໜັບສະໜູນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະ ກັນ ຢູ່ເວທີ ພາກພື້ນ ແລະ ສາກົນ ການນໍາຂັ້ນສູງຂອງສອງປະເທດ ກໍໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ມາໂດຍຕະຫຼອດ ແລະ ມີທ່າອ່ຽງເພີ່ມຂຶ້ນ ລວມເຖິງການແລກປ່ຽນລະຫວ່າງປະຊາຊົນ ກໍ່ເຊັ່ນດຽວກັນ ມາຮອດເດືອນສິງ ຫາ 2023 ການລົງທຶນຂອງ ສ ເກົາຫຼີ ຢູ່ ສປປ ລາວ ມີມູນຄ່າປະມານ 758 ລ້ານ ໂດລາສະຫະລັດ ໃນຈໍານວນ 312 ໂຄງການ ແລະ ຈັດຢູ່ໃນອັນດັບ 4 ຂອງການລົງທຶນຂອງຕ່າງປະເທດ ຢູ່ ສປປ ລາວ.


ພ້ອມກັນນີ້ ສອງຝ່າຍ ໄດ້ປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ການຄ້າ ການລົງທຶນ ພື້ນຖານໂຄງລ່າງ ການຮ່ວມມືດ້ານການພັດທະນາ ການປ່ຽນແປງດິນຟ້າອາກາດ ວັດ ທະນະທໍາ-ສັງຄົມ ແຮງງານ ກົງສຸນ ການສຶກສາ ແລະ ອື່ນໆ.
ນອກນັ້ນ ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນ ໂດຍສະເພາະ ການພົວພັນຮ່ວມມື ໃນຂອບ ອາຊຽນ-ສ ເກົາຫຼີ ແມ່ນໍ້າຂອງ-ສ ເກົາຫຼີ ອົງການສະຫະປະຊາຊາດ (ສປຊ) ແລະ ການຮ່ວມມືສາກົນໃນຂອບອື່ນໆ ພ້ອມນັ້ນ ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ.
ໂອກາດດຽວກັນນີ້ ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ຕີລາຄາສູງ ພ້ອມທັງສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼຶອ ແລະ ສະໜັບ ສະໜູນອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍຜ່ານໂຄງການຊ່ວຍ ເຫຼືອທາງການເພື່ອການພັດທະນາ (ODA) ໂຄງການກູ້ຢືມຈາກກອງທຶນຮ່ວມມືດ້ານການພັດທະນາເສດຖະກິດ (EDCF) ເຊິ່ງໄດ້ສຸມໃສ່ຂະແໜງການທີ່ເປັນບູລິມະສິດຂອງ ສປປ ລາວ ເປັນຕົ້ນແມ່ນ ການພັດທະນາຂະແໜງສາທາລະນະສຸກ ການເກັບກູ້ລະເບີດບໍ່ທັນແຕກ (UXO) ການພັດທະນາຊົນນະບົດ ການພັດທະນາຊັບພະ ຍາກອນມະນຸດ ຂອງ ສປປ ລາວ ແລະ ອື່ນໆ.

ໃນຂະນະດຽວກັນ ທ່ານ ຈອງ ບຽວ ວອນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອູ່ນໃນຄັ້ງນີ້ ພ້ອມທັງສະແດງ ຄວາມຂອບໃຈຕໍ່ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ແກ່ ສ ເກົາຫຼີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫຼອດມາ ແລະ ຍັງໄດ້ຢືນຢັນຄືນຄໍາໝາຍໝັ້ນຂອງ ສ ເກົາຫຼີ ໃນການສືບຕໍ່ໃຫ້ການຮ່ວມມື ຊ່ວຍເຫຼືອ ແລະ ສະໜັບສະໜູນ ແກ່ ສປປ ລາວ ໂດຍສະເພາະໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສໍາເລັດອັນງົບງາມ.
ໃນວັນດຽວກັນ ທ່ານ ຈອງ ບຽວ ວອນ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລັດຖະ ມົນຕີກະຊວງການຕ່າງປະເທດໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ຍັງຖືໂອກາດພົບປະກັບ ທ່ານ ທອງ ຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອປຶກສາຫາລືກ່ຽວກັບວຽກງານອາຊຽນ.