ສໍາເລັດກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝທີ XI

    ກອງ​ປະຊຸມ​ສາມັນ​ຄົບ​ຄະນະ​ກຳມະການ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ຄັ້ງ​ທີ 3 ສະໄໝ​ທີ XI ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 11 ມັງກອນນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ພາຍຫລັງດໍາເນີນມາເປັນເວລາ 2 ວັນ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ມີ​ພະ​ເຖລານຸ​ເຖລະ ບັນດາທ່ານ​ຮອງ​ປະທານ ​​ສນຊ ປະທານ​ແນວ​ລາວ​ສ້າງ​ຊາດ​ ແຂວງ-ນະຄອນຫຼວງ ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ ກໍາມະການ ສນຊ ຢູ່ຕ່າງປະເທດ ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ພ້ອມດ້ວຍແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຈັດເປັນສອງຮູບແບບຄື: ຮູບແບບປົກກະຕິຢູ່ນະຄອນຫຼວງວຽງຈັນ ແລະ ຮູບແບບວີດີໂອທາງໄກຢູ່ບັນດາແຂວງທົ່ວປະເທດ.

    ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງບັນດາເນື້ອໃນຂອງກອງປະຊຸມ ແລະ ສຸມໃສ່ປະກອບຄໍາຄິດ ຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ກົງໄປກົງມາຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມສາມັນຄົບຄະນະກໍາມະການ ສນຊ ຄັ້ງທີ 2 ແຜນພັດທະນາອົງການແນວລາວສ້າງຊາດ ປະຈໍາປີ 2023 ແລະ ແຜນວຽກຈຸດສຸມປີ 2024 ພ້ອມກັນນັ້ນ ຮັບຟັງລາຍງານຜົນການຈັດຕັ້ງປະຕິບັດ ວຽກງານເສີມຂະຫຍາຍປະຊາທິປະໄຕ ສິດເປັນເຈົ້າ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນ ຊັ້ນຄົນຕ່າງໆ ແລະ ວຽກງານຕິດຕາມ ແລະ ໃຫ້ຄໍາປຶກສາດ້ານກົດໝາຍ ໃຫ້ແກ່ປະຊາຊົນ ຮັບຟັງລາຍງານ ຜົນການປະເມີນການຈັດຕັ້ງປະຕິບັດບັນດາມະຕິຕົກລົງຂອງຄະນະປະຈໍາ ສນຊ ແບບກວມລວມ ຂອງຄະນະກວດກາ ສນຊ ການປະເມີນການຈັດ ຕັ້ງປະຕິບັດມະຕິ 55/ຄປຈ ກ່ຽວກັບວຽກງານການສ້າງລາຍຮັບເພີ່ມ ຂອງແນວລາວສ້າງຊາດ; ເຊື່ອມຊືມ ແລະ ຜັນຂະ ຫຍາຍມະຕິຂອງສູນກາງພັກ ກ່ຽວກັບຄໍາແນະນໍາ 05/ຄບສພ ແລະ ແຜນພັດທະນາຂອງລັດຖະບານ ແລະ ບົດລາຍງານການປະເມີນການຈັດຕັ້ງງປະຕິບັດສອງວາລະແຫ່ງຊາດ ຄຽງຄູ່ກັນນັ້ນ ໄດ້ຮັບຟັງບັນດາທ່ານກໍາມະການ ສນຊ ທີ່ເປັນຕົວແທນຈາກອົງການຈັດຕັ້ງພາຄີ ຂອງແນວລາວສ້າງຊາດ ບັນດາທ່ານກໍາມະການ ສນຊ ທີ່ຢູ່ຕ່າງປະເທດ ບັນດາທ່ານປະທານແນວລາວສ້າງຊາດແຂວງ ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ກໍ່ຄື ທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໄດ້ປະກອບຄໍາເຫັນຕາມການເຈາະຈິ້ມຂອງປະທານກອງປະຊຸມຕື່ມອີກພ້ອມທັງໄດ້ມີການພິຈາລະນາຮັບຮອງເອົາບຸກຄາລະກອນ ເພື່ອປະກອບເຂົ້າໃນຄະນະກໍາມະການ ສນຊ ເພີ່ມເຕີມ ແລະ ປ່ຽນແທນຈໍານວນໜຶ່ງ.

    ໂອກາດປິດກອງປະຊຸມຄັ້ງນີ້ ທ່ານປະທານ ສນຊ ໄດ້ມີຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ບົນພື້ນຖານຜົນງານທີແນວລາວສ້າງຊາດເຮົາຍາດມາໄດ້ໃນໄລຍະຜ່ານມາ ແລະ ເພື່ອສືບຕໍ່ຄໍາຂວັນກວມລວມຂອງກອງປະຊຸມໃຫຍ່ຄັ້ງທີ XI ທີ່ວ່າ: ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ເຕົ້າໂຮມກໍາລັງແຮງຂອງປະຊາຊົນທຸກຊັ້ນຄົນ ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກໃຫ້ບັນ ລຸເປັນຈິງ ໃນໄລຍະທ້າຍສະໄໝ ໂດຍສະເພາະໄລຍະປີ 2024 ນັ້ນ ທ່ານປະທານ ສນຊ ໄດ້ເນັ້ນບາງບັນ ຫາຄື: ພະຍາຍາຍາມໃນລະດັບສູງເພື່ອຂະຫຍາຍ 4 ການຫັນປ່ຽນ ຕາມມະຕິ XI ໃຫ້ກ້າວສູ່ລວງເລິກ ແລະ ເປັນອັນລະອຽດຕາມຂັັ້ນຂອງອົງການແນວລາວສ້າງຊາດ ອົງການແນວລາວສ້າງຊາດຂັ້ນໃດ ບໍ່ທັນໄດ້ກຳນົດແຜນດຳເນີນງານຂອງຕົນ ກໍໃຫ້ຮີບຮ້ອນກຳນົດ ແລະ ແບ່ງງານຈັດຕັ້ງປະຕິບັດ ໃຫ້ຜັນຂະຫຍາຍ 6 ແຜນວຽກພື້ນຖານສໍາຄັນຂອງມະຕິ XI ກໍຄື 6 ແຜນວຽກຈຸດສຸມ ປີ 2024 ໃຫ້ກາຍເປັນການກະທຳຕົວຈິງຂອງແຕ່ລະພາກສ່ວນ ແລະ ແຕ່ລະທ່ານ ຄື: ແຜນວຽກເສີມສ້າງຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດດ້ວຍ 4 ເສົ້າຄໍ້າ ແລະ 4 ເສີມສ້າງ ໃນນີ້ເນັ້ນໜັກແກ້ໄຂບັນຫາ ແລະ ເສີມສ້າງຄຸນນະທຳ ອະລິຍະທຳຂອງທຸກສາສະໜາໃນສັງຄົມ ປັດຈຸບັນເປັນວຽກບູລິມະສິດ ເຝິກອົບຮົມ ແລະ ແຜນວຽກສຶກສາອົບຮົມ ປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆໃຫ້ເຂົ້າຮ່ວມຂະບວນການພັດທະນາປະເທດຊາດ ແລະ ທ້ອງຖິ່ນຂອງຕົນ ບົນຈິດໃຈຟົດຟື້ນ ສຳລັບອົງການພວກເຮົາມີ 9 ຂໍ້ “ແຂ່ງຂັນຮັກຊາດ ແລະ ພັດທະນາ” ແຜນວຽກເສີມຂະຫຍາຍປະຊາທິປະໄຕ ເພື່ອເສີມສ້າງສິດເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນຊັ້ນຄົນຕ່າງໆ (ເປັນສຳຄັນ) ເພີ່ມທະວີການຮ່ວມສຳພັນກັບອົງການພາຄີ ແລະ ການຮ່ວມມືກັບພາກສ່ວນຕ່າງໆ ເສີມສ້າງຄວາມສາມັກຄີສາກົນ ແລະ ເປີດກວ້າງການພົວພັນການທູດປະຊາຊົນ ຍູ້ແຮງແຜນວຽກປັບປຸງແບບແຜນການເຄື່ອນໄຫວ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດ.

ພ້ອມດຽວກັນນັ້ນ ໃຫ້ຮີບຮ້ອນຜັນຂະຫຍາຍຈັດສັນແຫຼ່ງທຶນເພື່ອປະຕິບັດແຜນງານ ແລະ ບັນດາໂຄງການທີ່ໄດ້ກຳນົດໄວ້ເປັນຕົ້ນແມ່ນໂຄງການທີ່ປະຊາຊົນຮຽກຮ້ອງຕ້ອງການເລັ່ງດ່ວນໃຫ້ຈັດເປັນບູລິມະສິດ ສ່ວນໂຄງການ ໃດບໍ່ມີງົບປະມານຂອງລັດ ຕ້ອງໄດ້ປຸກລະດົມສັງຄົມເພື່ອຊ່ວຍໜູນ ເພີ່ມທະວີການຄົ້ນຄວ້ານະໂຍບາຍໃຫ້ຂົງເຂດແນວໂຮມ ແລະ ກະກຽມກອງປະຊຸມໃຫຍ່ແນວລາວ ສ້າງຊາດຂັ້ນຕ່າງໆໃຫ້ສຳເລັດ ປີ 2025.

ສໍາລັບ ໃນວຽກງານແນວໂຮມ ພວກເຮົາຕ້ອງໄດ້ເພີ່ມທະວີການສ້າງການຫັນປ່ຽນຕາມແນວທາງການປ່ຽນແປງໃໝ່ຂອງພັກ ໃນນັ້ນຄວນປັບປຸງພາລະບົດບາດຈຳນວນໜຶ່ງ ແລະ ກົດໝາຍບາງມາດຕາໃຫ້ທຽບທັນກັບສະພາບການໃໝ່ສືບຕໍ່ເພີ່ມທະວີການເຄື່ອນໄຫວດ້ານການທູດປະຊາຊົນ ການຮ່ວມມືສາກົນ ການຮ່ວມມືກັບອົງການຕ່າງໆ ເພື່ອພ້ອມກັນກະກຽມຄຳນັບຮັບຕ້ອນສະເຫຼີມສະຫຼອງວັນສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີ (ໃນປີ 2025) ແລະ ສໍາລັບໃນທ້າຍປີນີ້ ສົມທົບຄະນະພົວພັນຄົນເຊື້ອຊາດຢູ່ຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ກະກຽມກອງປະຊຸມພົບປະພີ່ນ້ອງຄົນລາວຢູ່ຕ່າງປະເທດ ຄັ້ງທີ I ແລະ ກອງປະຊຸມສາກົນຕ່າງໆທີ່ພວກເຮົາ ເປັນເຈົ້າພາບໃຫ້ມີຜົນສຳເລັດເປັນຢ່າງດີ.

error: Content is protected !!