ການປະກອບອາຊີບຫັດຖະກຳຕ່ຳຫູກ ເປັນການສືບສານວັດທະນະທຳທີ່ເປັນເອກະລັກສະເພາະຂອງຄົນລາວເຮົາ ພ້ອມທັງສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນຈຳນວນຫຼວງຫຼາຍ ດັ່ງຄອບຄົວທ່ານນາງ ເວີນ ໄຊຍະສິດ ຢູ່ບ້ານອາມອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຍຶດຖືອາຊີບຫັດຖະກຳຕ່ຳຫູກມາໄດ້ຫຼາຍປີ ແລະ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວນັບມື້ດີຂຶ້ນ.
ທ່ານນາງ ເວີນ ໄຊຍະສິດ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ຕົນເປັນຄົນແຂວງຫົວພັນ ຍ້າຍມາຢູ່ນະ ຄອນຫຼວງວຽງຈັນ ເຊິ່ງເປັນຜູ້ໜຶ່ງທີ່ມີຄວາມມັກ-ຮັກດ້ານການຕ່ຳຫູກທໍໄໝ ເພື່ອສືບທອດການຕ່ຳຫູກຈາກພໍ່-ແມ່ ຈຶ່ງໄດ້ເລີ່ມເຮັດຫູກແຕ່ປີ 2001 ເປັນຕົ້ນມາ ໃນເບື້ອງຕົ້ນມີ 1 ກີ່ ໂດຍຕ່ຳເອງ ເມື່ອເຫັນວ່າຕະ ຫຼາດ ກໍຄືຜູ້ຊົມໃຊ້ມີຄວາມຕ້ອງການຫຼາຍ ຈຶ່ງໄດ້ຂະຫຍາຍກີ່ເພີ່ມອອກໃຫ້ລູກຫຼານຕຳ ປັດຈຸບັນມີກີ່ເພີ່ມຂຶ້ນເກືອບ 90 ກີ່ ໃນນີ້ຕ່ຳຢູ່ນະຄອນຫຼວງວຽງຈັນ 10 ກວ່າກີ່ ແລະ ສ່ວນທີ່ເຫຼືອແມ່ນໃຫ້ປະຊາຊົນຕ່ຳຢູ່ແຂວງຫົວພັນ ໂດຍໄດ້ຕ່ຳແຂບຄໍເສື້ອ ຕີນສິ້ນ ແລະ ແພບ່ຽງທີ່ມີສີສັນລວດລາຍແຕກຕ່າງກັນ ຫຼືຕາມການສັ່ງຈອງຂອງລູກຄ້າ ລາຄາຂາຍແຕ່ 700.000-3 ລ້ານກີບ ສຳລັບຕະຫຼາດຈຳໜ່າຍແມ່ນສົ່ງໃຫ້ຂາປະຈຳຮ້ານຂາຍສິ້ນຕະຫຼາດເຊົ້າ ແລະ ລູກຄ້າທົ່ວໄປ.

ທ່ານນາງ ເວີນ ໄຊຍະສິດ ກ່າວຕື່ມວ່າ: ວັດຖຸອຸປະກອນໃນການເຮັດຫູກ ໄດ້ຊື້ສຳເລັດຮູບຈາກຕະ ຫຼາດ ໂດຍເລືອກເອົາໄໝທີ່ມີຄຸນນະພາບເກຣດ A ອັນໄດ້ເຮັດໃຫ້ຜະລິດຕະພັນມີຄວາມແໜ້ນໜາດີ ລະ ອຽດ ສວຍງາມ ແລະ ເປັນທີ່ຍອມຮັບຂອງລູກຄ້າ ການປະກອບອາຊີບເຮັດຫັດຖະກຳຕ່ຳຫູກ ນອກຈາກສ້າງລາຍຮັບເຂົ້າສູ່ຄອບຄົວຂອງຕົນເອງແລ້ວ ຍັງໄດ້ປະກອບສ່ວນສ້າງວຽກເຮັດງານທຳໃຫ້ແມ່ຍິງ ມີຊີວິດການເປັນຢູ່ດີຂຶ້ນ ສະແດງອອກ ລາຍຮັບຈາກການຕ່ຳສະເລ່ຍ 300.000-500.000 ກີບຕໍ່ຄົນຕໍ່ອາທິດ ປັດຈຸບັນມີຜະລິດຕະພັນຜ້າໄໝ ສິ້ນໄໝ ແລະ ອື່ນໆເຂົ້າມາລາວເປັນຈຳນວນຫຼວງຫຼາຍ ແລະ ຄົນສ່ວນໃຫຍ່ໄດ້ຫັນໄປນຳໃຊ້ຜະລິດຕະພັນດັ່ງກ່າວ ຍ້ອນລາຄາບໍ່ແພງ ອັນເປັນສາເຫດເຮັດໃຫ້ຫັດຖະກຳຕ່ຳຫູກທີ່ເປັນສີໄມ້ລາຍມືຂອງຄົນລາວ ພົບຄວາມຫຍຸ້ງຍາກດ້ານການຈຳໜ່າຍ ເຮັດມາແລ້ວຂາຍຍາກ ເນື່ອງຈາກ ຜະລິດຕະພັນຂອງປະເທດເຮົາເຮັດດ້ວຍມື ໃຊ້ເວລາໃນການຕ່ຳດົນພໍສົມຄວນ ບັນຫາດັ່ງກ່າວຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງຊ່ວຍແກ້ໄຂ ເພື່ອເຮັດໃຫ້ຄົນລາວຫັນມານຳໃຊ້ຜະລິດຕະພັນຂອງລາວ ໃຫ້ນັບມື້ຫຼາຍຂຶ້ນ ທັງເປັນການຊຸກຍູ້-ສົ່ງເສີມສີໄມ້ລາຍມືຂອງລາວ ໃຫ້ມີຄວາມຍືນຍົງ.