ໃນວັນທີ 7 ມັງກອນ 2024 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ກອງປະຊຸມຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46 ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍ ການເປັນປະທານຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ມີບັນດາການນໍາຂັ້ນສູງຂອງສອງປະເທດ ຈາກສູນກາງ ແລະ ທ້ອງຖິ່ນ ລວມທັງ ວິຊາການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມດັ່ງກ່າວ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈໍາປີ 2023 ລະ ຫວ່າງ ລັດ ຖະບານແຫ່ງ ສປປ ລາວ ແລະ ສສ ຫວຽດມນາມ ໃນປີ 2023 ແລະ ທິດທາງການຮ່ວມມື ປະຈໍາປີ 2024 ໂດຍໄດ້ມີການ ແລກປ່ຽນກັນຫຼາຍເນື້ອໃນຢ່າງເລິກເຊິ່ງ ກົງໄປກົງມາ ດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕິີຈິດມິດ ຕະພາບ ບົນຈິດໃຈຄວາມ ໃວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເຊິ່ງໃນໜຶ່ງປີຜ່ານມາ ສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຫວຽດນາມ-ລາວ ໄດ້ ເອົາໃຈໃສ່ຕິດຕາມການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ຂອງບັນດາກະຊວງຂະແໜງການ ລວມທັງຢູ່ສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນ ການພົວພັນຮ່ວມມືດ້ານການເມືອງ ການຕ່າງປະເທດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຮ່ວມມື ດ້ານເສດຖະກິດ ແລະ ດ້ານການສຶກສາ ພັດທະນາຊັບພະຍາກອນມະນຸດ ແລະ ຂົງເຂດອື່ນໆ ເຊິ່ງທັງສອງຝ່າຍເຫັນດີຮ່ວມ ກັນວ່າ ບັນດາວຽກງານການຮ່ວມມືກ່ຽວກັບ ດ້ານການເຊື່ອມໂຍງ-ເຊື່ອມຈອດທາງດ້ານຄົມມະນາຄົມ ການຮ່ວມມືດ້ານ ພະລັງງານໄຟຟ້າ ແລະ ດ້ານການສຶກສາ ຍັງສືບຕໍ່ເປັນວຽກບູລິມະສິດໃນການຮ່ວມມືຂອງສອງປະເທດ ທີ່ຈະເປັນກໍາລັງຍູ້ ໜູນ ການພັດທະນາສ້າງສາເສດຖະກິດສັງ ຄົມຂອງສອງປະເທດ ເພື່ອໃຫ້ຄຽງຄູກັບການພົວພັນທາງດ້ານການເມືອງ ຄວາມໝັ້ນຄົງ ແລະ ການຕ່າງປະເທດທີ່ດີເລີດຂອງສອງປະເທດ ພ້ອມກັນນີ້ ທັງສອງຝ່າຍ ຍັງໄດ້ຮ່ວມກັນລົງນາມຮັບ ຮອງຂໍ້ຕົກລົງ ວ່າດ້ວຍ ແຜນການຮ່ວມມື ປະຈໍາປີ 2024 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.

ສໍາລັບທິດທາງແຜນການຮ່ວມມື ປະຈໍາປີ 2024 ນາຍົກລັດຖະມົນຕີ ຂອງສອງປະເທດ ໄດ້ເນັ້ນໜັກໃຫ້ບັນດາກະຊວງຂະ ແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ສືບຕໍ່ຍຶດໝັ້ນ ແລະ ຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດການຮ່ວມມື ຂອງສອງປະ ເທດ ໄລຍະ 2021-2030 ສັນຍາ ວ່າດ້ວຍ ແຜນການຮ່ວມມື ໄລຍະປີ 2021-2025 ແຜນການຮ່ວມມື ປະຈໍາປີ 2024 ກໍຄື ບັນດາຂໍ້ຕົກລົງຕ່າງໆທີ່ກ່ຽວຂ້ອງ ແລະ ຜົນຂອງການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສູນກາງ ແລະ ທ້ອງຖິ່ນ ໃຫ້ເກີດ ດອກອອກຜົນ ແລະ ນໍາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໂອກາດນີ້ ທັງສອງຝ່າຍໄດ້ຢັ້ງຢືນ ທີ່ຈະໃຫ້ການຮ່ວມມືກັນ ໃນຂອບການຮ່ວມມືພາກພື້ນ ແລະ ສາກົນ ກໍ່ຄືການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.