ທ່ານນາຍົກ ຢ້ຽມຢາມ-ໂອ້ລົມນາຍ ແລະ ພົນທະຫານ ກອງພັນໃຫຍ່ 605

    ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ພ້ອມຄະນະເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມນາຍ ແລະ ພົນທະຫານ ກອງພັນໃຫຍ່ 605 ວັນທີ 9 ມັງກອນ 2024 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ໂດຍມີສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພັນໃຫຍ່ 605 ນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ.

    ໂອກາດນີ້ ທ່ານ ພັນເອກ ປະເສີດ ທ່ຽງທໍາ ຫົວໜ້າການທະຫານກອງພັນໃຫຍ່ 605 ກໍໄດ້ລາຍງານກ່ຽວກັບສະພາບ ຈຸດພິເສດ ທີ່ຕັ້ງ ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມກອງ ລວມທັງ ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງກອງພັນໃຫຍ່ 605 ມີພາລະບົດບາດສໍາຄັນໃນການເປັນເສ ນາທິການໃຫ້ກະຊວງປ້ອງກັນປະເທດ ໃນການເຄື່ອນໄຫວຮັບປະກັນເຮັດໃຫ້ສະພາບ ມີຄວາມສະຫງົບ ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງຮອບດ້ານຂອງຄະນະພັກກະຊວງປ້ອງກັນປະເທດ ເປັນກຳລັງຫຼັກແຫຼ່ງ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊ່ວຍໜູນກົມກອງເຫຼົ່າຮົບທະຫານຮາບ ພ້ອມທັງໄດ້ຈັດຕັ້ງກຳລັງຫັນລົງກໍ່ສ້າງຮາກຖານການເມືອງຕາມຂອບເຂດກົມກອງຕັ້ງທັບ ແບບທາງກວ້າງ ແລະ ທາງເລິກ ປະສານສົມທົບກັບກົມກອງອ້ອມຂ້າງ ແລະ ອໍານາດການປົກຄອງທ້ອງຖິ່ນ ໃນການປົກປັກຮັກສາເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ ປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມ ແຂງໃນທຸກດ້ານ ສຸມໃສ່ອົບຮົມ-ຫັດແອບ ແລະ ປັບປຸງລະບຽບ ແບບແຜນ ວິທີເຮັດວຽກໃຫ້ມີຄວາມຮັດ ກຸມ ເປັນເອກະພາບ ຊີ້ນໍາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ກົມກອງຮາກຖານສ້າງພະລາທິການກັບທີ່  ຕາມທິດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍສຸມໃສ່ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ເພື່ອຮັບປະກັນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ ຄຸ້ມຄອງພາຫະນະເຕັກນິກການທະຫານໃຫ້ມີຄຸນນະພາບ ແລະ ນໍາໃຊ້ໄດ້ຍາວນານ ຄຽງຄູ່ກັນນີ້ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆທີ່ປິ່ນອ້ອມໜ້າທີ່ການເມືອງຂອງຕົນ ໂດຍສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຫຼາຍດ້ານ.  

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການປະຕິວັດ ແລະ ມູນເຊື້ອອັນພິລະອາດຫານຂອງກອງທັບປະຊາຊົນລາວ ໃນໄລຍະ 75 ປີຜ່ານມາ ເວົ້າສະເພາະຜົນສຳເລັດທີ່ນາຍ ແລະ ພົນ ທະຫານກອງພັນໃຫຍ່ 605 ຍາດມາໄດ້ ພ້ອມທັງຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ສະພາບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະຄວາມພະຍາຍາມຂອງພັກ-ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີຜົນສຳເລັດ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາໃນປັດຈຸບັນ ພ້ອມນີ້ທ່ານຍັງໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 605 ຍົກສູງດ້ານຄຸນທາດການເມືອງໃຫ້ໜັກແໜ້ນ ເຂັ້ມແຂງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງວາລະແຫ່ງຊາດວ່າດ້ວຍການແກ້ໄຂເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ຂາດຕົວ ໄປສົມຄູ່ກັບການຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ສ້າງທ່າສະໜາມຕາໜ່າງປ້ອງກັນຊາດເຂັ້ມແຂງ ກຸ່ມບ້ານປ້ອງກັນຄວາມສະຫົງບດີ ຕິດພັນກັບບ້ານພັດທະນາ ຕາມທິດ 3 ສ້າງຢ່າງແຂງແຮງ ປັບປຸງແບບແຜນວິທີເຮັດວຽກໃຫ້ມີລັກສະນະປະຕິວັດ ມີວິທະຍາສາດ ແທດເໝາະກັບຕົວຈິງ ແລະ ໂປ່ງໃສ ມີການແບ່ງວຽກ ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ມີແບບແຜນນຳ ພາຢ່າງປະດິດສ້າງ ກ້າຄິດ ກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະທີ່ນອນໃນຄວາມຮັບຜິດຊອບ ໂດຍຖືເອົາຜົນປະໂຫຍດລວມຂອງຊາດ ຂອງປະຊາຊົນເປັນບ່ອນອີງ ປັບປຸງກໍ່ສ້າງກຳລັງໃນທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ ປັບປຸງລະບອບຄຸ້ມຄອງນໍາພາ-ບັນຊາ ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນກົກ ທີ່ສໍາຄັນແມ່ນຍົກສູງວຽກງານອົບຮົມ-ຫັດແອບການເມືອງ ການທະຫານ ພະລາທິການ ເຕັກນິກການທະຫານ ແລະ ວິຊາສະເພາະເຫຼົ່າຮົບເປັນປະຈໍາ ສຸມທຸກເງື່ອນໄຂທ່າແຮງບົ່ມຊ້ອນໃນການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານຶ ເອົາໃຈໃສ່ວຽກງານຄຸ້ມຄອງ ພາຫະ ນະເຕັກນິກການທະຫານໃຫ້ມີຄຸນນະພາບ ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ປະກອບສ່ວນໃນການສ້າງເສດຖະກິດ ວັດທະນາທໍາ-ສັງຄົມຢູ່ທ້ອງຖິ່ນຮາກຖານໃຫ້ເຂັ້ມແຂງ ແລະ ຊ່ວຍເຫຼືອປະຊາຊົນໃນການປັບ ປຸງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈໃຫ້ນັບມື້ດີຂຶ້ນ ດັ່ງຄໍາເວົ້າທີ່ວ່າ: “ກອງທັບ ກັບ ປະຊາຊົນ ຄື ປາ ກັບ ນໍ້າ” ດຶງດູດເອົາການຮ່ວມມື ຊ່ວຍເຫຼືອຈາກກອງທັບປະເທດເພື່ອນມິດຍຸດທະສາດ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມ ເພື່ອປັບປຸງກໍ່ສ້າງກອງທັບ ກໍຄືກົມກອງໃຫ້ມີແບບແຜນ ແລະ ທັນສະໄໝ ເສີມຂະຫຍາຍບົດບາດເປັນກໍາລັງຫຼັກແຫຼ່ງແກ່ນສານໃນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກອງທັບເວລາໃດ ກໍນໍາໜ້າທຸກຂົງເຂດວຽກງານເດັດ ດ່ຽວໜຽວແໜ້ນ ຜ່ານຜ່າທຸກອຸປະສັກ ເຮັດສໍາເລັດທຸກໜ້າທີ່ ສົມແລ້ວທີ່ເປັນກໍາລັງແກ່ນສານຂອງການປະ ຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກຢ່າງແທ້ຈິງ.

error: Content is protected !!