ໃນໂອກາດເດີນທາງຢ້ຽມຢາມສສ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 6-7 ມັງກອນ 2024 ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຂໍ່ານັບ ການນໍາຂັ້ນສູງຂອງລັດຖະບານ ສສ ຫວຽດນາມ ເປັນຕົ້ນແມ່ນ ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫວໍ້ ວັນ ເຖື່ອງ ປະທານປະເທດ ແລະ ສະຫາຍ ເວື່ອງ ດິ່ງ ເຫ້ວ ປະທານສະພາແຫ່ງຊາດ ສສ ຫວຽດນາມ.

ໃນໂອກາດດັ່ງກ່າວ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມາຍັງ ສະຫາຍ ປະທານປະເທດ ຫວໍ້ ວັນ ເຖື່ອງ ແລະ ຄະນະ ບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ປະທານສະພາແຫ່ງຊາດ ເວື່ອງ ດິ່ງ ເຫວ້ ແລະ ບັນ ດາສະຫາຍການນໍາສະພາແຫ່ງຊາດ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາ ຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ໃນການສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະຜ່ານມາ ຂອງ ສສ. ຫວຽດນາມ ພ້ອມທັງ ໄດ້ແຈ້ງຜົນການພົບປະຢ່າງເປັນທາງການ ກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ.

ໃນໂອກາດນີ້ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພັກ ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ໃນຕະຫຼອດໄລຍະຜ່ານມາ ແລະ ຫວັງວ່າ ລັດຖະບານ ສສ ຫວຽດນາມ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະໃນໄລຍະການເປັນປະທານອາຊຽນ ໃນປີ 2024 ນີ້.

ພ້ອມນັ້ນ ກໍໄດ້ຖືໂອກາດນີ້ ອວຍພອນປີໃໝ່ ສາກົນ ປີ 2024 ແລະ ປີໃໝ່ຫວຽດນາມ ທີ່ຈະມາເຖິງໃນມໍ່ໆນີ້ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ ຈົ່ງໝັ້ນຄົງທະນົງແກ່ຕະຫຼອດກາລະນານ.

ໃນໂອກາດດຽວກັນ ການນໍາຂັ້ນສູງຂອງ ສສ ຫວຽດນາມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ຂອງ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້ ເຊິ່ງເປັນຄັ້ງທໍາອິດ ພາຍຫຼັງດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການສະ ໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ ແລະ ອວຍພອນໃຫ້ ສະຫາຍ ນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ປະສົບຜົນສໍາເລັດຕາມຄາດໝາຍ ໃນການຢ້ຽມຢາມທາງການຄັ້ງນີ້ ແລະ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ.