ໂດຍ: ສ.ຣາຊະສີ
ພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ສະເໜີລັດຖະບານ ກໍຄື ອົງການຈັດຕັ້ງທາງສັງຄົມທີ່ມີເງື່ອນໄຂ ປະກອບສ່ວນທາງດ້ານງົບປະມານ ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂພຊະນາການ ເພື່ອບັນລຸຕາມໂຕຊີ້ບອກທີ່ທາງສະພາແຫ່ງຊາດກຳນົດ.

ຕາມການສຳພາດຂອງ ທ່ານ ສຸວັນທອນ ພົມມະຈັນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ໃຫ້ສຳພາດໃນໂອກາດສື່ມວນຊົນເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງເມື່ອບໍ່ດົນຜ່ານມາວ່າ: ການສົ່ງເສີມວຽກງານໂພຊະນາການ ພະແນກພວກເຮົາໄດ້ອີງໃສ່ມາດຕະການ ຂອງຄະນະກຳມະການໂພຊະນາການແຫ່ງຊາດຂັ້ນແຂວງ ໂດຍສົມທົບກັບຂະແໜງການກ່ຽວຂ້ອງຢ່າງເປັນປົກກະຕິ ໂດຍສະເພາະແມ່ນພະແນກສາທາລະນະສຸກແຂວງ ພ້ອມນັ້ນຍັງໄດ້ສົ່ງວິຊາການບັນຈຸເຂົ້າໃນກອງເລຂາ ເພື່ອຮ່ວມກັນຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ໃນໄລຍະຜ່ານມາ ພະແນກການພວກເຮົາປະສານສົມທົບກັນພະແນກກ່ຽວຂ້ອງ ໃນການຈັດຕັ້ງປະຕິບັວຽກງານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ ໄດ້ລົງກວດກາຕິດຕາມຢູ່ທ້ອງຖິ່ນຕ່າງໆ ໂດຍໄດ້ແຕ່ງຕັ້ງວິຊາການທີຊຳນານງານເຂົາຮ່ວມຕິດຕາມ ພ້ອມນັ້ນກໍຍັງໄດ້ຮັບການເອົາໃຈໃສ່ຊີ້ນຳຈາກລັດຖະບານ ໄດ້ຮັບການຊ່ວຍເຫຼືອຈາກອົງການຈັດຕັ້ງທາງສັງຄົມ ໃນບັນດາໂຄງການທີ່ຕິດພັນກັບວຽກງານໂພຊະນາການເຊັ່ນ: ໂຄງການສົ່ງເສີມກະສິກຳເພື່ອໂພຊະນາການ ໂດຍອົງການອາຫານໂລກ (WFP) ໂຄງການຫຼຸດຜ່ອນຄວາມທຸກຍາກ ໂຄງການ ທລຍ ແລະ ອື່ນໆ ພ້ອມນັ້ນກໍຍັງໄດ້ຮັບການຊ່ວຍເຫຼືອທາງດ້ານວັດຖຸ ອຸປະກອນ ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຈາກ ອົງການ Unicef ຕື່ມອີກ.

ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແມ່ນມີຂໍ້ສະດວກຫຼາຍດ້ານເຊັ່ນ: ການເຄື່ອນໄຫວວຽກງານແມ່ນອີງໃສ່ຕາມລະບຽບການ ແລະ ນິຕິກຳຈຳນວນໜຶ່ງເປັນບ່ອນອີງ ໂດຍສະເພາະແມ່ນແຜນຈັດຕັ້ງປະຕິບັດວຽກງານໂພຊະນາການ ໄດ້ຮັບການຊີ້ນຳຈາກລັດຖະບານ ແຂວງ ເພື່ອເສື່ອມສານແຜນວຽກງານໂພຊະນະການຈຳນວນໜຶ່ງເຂົ້າໃນການລົງທຶນຂອງລັດ ແລະ ອົງການຈັດຕັ້ງສາກົນ ທີ່ເຄື່ອນໄຫວເຮັດກິດຈະກຳຕ່າງໆຕິດພັນກັບວຽກງານໂພຊະນາການ ການສ້າງບ້ານໂຕແບບດ້ານໂພຊະນາການ.
ຄຽງຄູ່ກັບຂໍ້ສະດວກກໍຍັງມີຂໍ້ຫຍຸ້ງຍາກທີ່ເປັນອຸປະສັກໃນການຈັດຕັ້ງປະຕິບັດ ເຮັດໃຫ້ບາງກິດຈະກຳຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ທົ່ວເຖິງ ເນື່ອງຂາດມີຄວາມຫຍຸ້ງຍາກດ້ານງົບປະມານໃນການເຄື່ອນໄຫວວຽກງານ ການປະສານງານຈາກບັນດານິຕິກຳຕ່າງໆຍັງບໍ່ທັນດີເທົ່າທີ່ຄວນ ການປ່ຽນພຶດຕິກຳການບໍລິໂພກອາຫານສ່ວນຫຼາຍຍັງປະຕິບັດຕາມຮີດຄອງປະເພນີ ແລະ ອຶ່ນໆ.
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວບັນລຸຕາມໂຕເລກຄາດໝາຍທີ່ວາງໄວ້ ທ່ານຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ກ່າວຕື່ມວ່າ: ສືບຕໍ່ເຄື່ອນໄຫວວຽກງານດັ່ງກ່າວໂດຍອີງໃສ່ນິຕິກຳຕ່າງໆ ຊຸກຍູ້ສົ່ງເສີມພໍ່ແມ່ປະຊາຊົນເອົາໃຈໃສ່ຕາມຫຼັກໂພຊະນາການ ສືບຕໍ່ໃຫ້ວິຊາການສະເພາະດ້ານຂຶ້ນແຜນລະ ອຽດ ເປັນຕົ້ນງົບປະມານໃນການລົງຊຸກຍູ້ ຕິດຕາມ ໂດຍສົມທົບກັບຂະແໜງການກ່ຽວຂ້ອງ.

ພ້ອມນັ້ນ ທ່ານຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຖືຄວາມສຳຄັນຕໍ່ວຽກງານດັ່ງກ່າວຫຼາຍຂຶ້ນ ພ້ອມນັ້ນກໍສະເໜີໄປຍັງອົງການຈັດຕັ້ງທາງສັງຄົມຍື່ນມືເຂົ້າມາໃຫ້ການຊ່ວຍເຫຼືອດ້ານຕ່າງໆຕື່ມອີກ ໂດຍສະເພາະດ້ານງົບປະມານ ທັງນີ້ເພື່ອຈັດຕັ້ງປະຕິບັດວຽກງານໂພຊະນະການຢູ່ແຂວງຊຽງຂວາງໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ ກໍຄື ເຮັດໃຫ້ປະຊາຊົນໄດ້ຮັບໂພຊະນາການຢ່າງຖືກຕ້ອງ ແລະ ຄົບຖ້ວນ.