ຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 75 ປີ ກະຊວງປ້ອງກັນປະເທດ ໄດ້ສຳເລັດຫຼາຍ ກິດຈະກຳໃນການກະກຽມສະເຫຼີມສະຫຼອງວັນສຳຄັນດັ່ງກ່າວທີ່ຈະໝູນວຽນມາຄົບຮອບ 75 ປີ ໃນວັນທີ 20 ມັງກອນ 2024 ນີ້ ໃຫ້ເຕັມໄປດ້ວຍຄວາມໝາຍສຳຄັນ ແລະ ມີບັນຍາກາດຟົດຟື້ນ.

ທ່ານ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການກະ ກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 75 ປີ ກະຊວງປ້ອງກັນປະເທດ ຖະ ແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 5 ມັງກອນ 2024 ທີ່ກະຊວງປ້ອງກັນປະເທດວ່າ: ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວທີ່ໄດ້ໝູນວຽນມາຄົບຮອບ 75 ປີ ກົມການເມືອງສູນກາງພັກ ໄດ້ຕົກລົງໃຫ້ກະຊວງປ້ອງກັນປະເທດຈັດຕັ້ງການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວໃຫ້ ທົ່ວ ສັງຄົມຮັບຮູ້ຢ່າງກວ້າງຂວາງ ເຊິ່ງພາຍໃຕ້ການຊີ້ນຳຂອງຄະນະຊີ້ນຳລະດັບຊາດ ບັນດາຄະນະຮັບຜິດຊອບ ອານຸກຳມະການ ຕ່າງໆຂັ້ນກະ ຊວງປ້ອງກັນປະເທດ ຈຶ່ງໄດ້ຍົກສູງຄວາມຮັບຜິດຊອບເຂົ້າໃນການຫ້າງຫາກະກຽມວຽກງານດ້ານຕ່າງໆໃນທັນ ກັບການສະເຫຼີມສະຫຼອງວັນດັ່ງກ່າວໃນວັນທີ 20 ມັງກອນ 2024 ໂດຍໄດ້ກະກຽມ ແລະ ດຳເນີນການເຄື່ອໄຫວກິດຈະກຳ ຕ່າງໆຢ່າງມີຜົນສຳເລັດຄື: ໄດ້ສຳເລັດການສ້າງບັນດາເອກະສານທີ່ເປັນບ່ອນອີງ ກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ໄດ້ຈັດຕັ້ງເຝີກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ພະນັກງານຜູ້ທີ່ເຮັດວຽກ ງານການເມືອງ ແລະ ພະນັກງານໂຄສະນາອົບຮົມຢູ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນທົ່ວກອງທັບ ປັບປຸງ-ຮຽບ ຮຽງບົດປາຖະກະຖາມູນເຊື້ອກອງ ທັບປະຊາຊົນລາວຄົບຮອບ 75 ປີ ເພື່ອເຄື່ອນໄຫວປາຖະກະຖາຢູ່ແຕ່ລະອົງການ ກະຊວງ ກົມກອງ.


ສຳເລັດຈັດຕັ້ງງານແຂ່ງຂັນສິລະປະວັນທະຄະດີທົ່ວກອງທັບ ໂດຍຈັດຕັ້ງເປັນ 5 ເຂດ ມີ 55 ຫົວໜ່ວຍກົມກອງເຂົ້າຮ່ວມ ສຳ ເລັດການຕ້ອນຮັບ ແລະ ນຳພາຄະນະສິລະປະກອນກອງທັບປົດປ່ອຍປະຊາຊົນຈີນສະແດງມິດຕະພາບ ຢູ່ບາງກົມກອງເຂດ ໃຈກາງນະຄອນຫຼວງ ແລະ ແຂວງວຽງຈັນ ໄດ້ສົມທົບພາກສ່ວນກ່ຽວຂ້ອງພິມ ແລະ ຕິດຕັ້ງປ້າຍໂຄສະນາຮູບພາບ ມູນເຊື້ອ ກອງທັບ ຕໍ່ໜ້າສໍານັກງານກະຊວງປ້ອງກັນປະເທດ ຢູ່ຕໍ່ໜ້າວິທະຍາຄານໄກສອນ ພົມວິຫານ ແລະ ໂຮງໝໍສູນກາງ 103 ແລະ ຢູ່ຕໍ່ໜ້າກອງພັນ 233 ບັນດາກົມກອງສື່ມວນຊົນກອງທັບ ເຄື່ອນໄຫວເກັບກຳຂ່າວ ຂຽນບົດຄວາມ ວຽກດີຄົນ ເດັ່ນສຳ ພາດປະ ຫວັດພະນັກງານປະຕິວັດອາວຸໂສອື່ນໆ ໂຄສະນາຜ່ານລະບົບພາຫະນະສື່ມວນຊົນກອງທັບຢ່າງເນື່ອງນິດລຽນຕິດ ເປີດຂະບວນການແຂ່ງຂັນສ້າງຜົນງານຕໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊົນລາວ ຄົບຮອບ 75 ປີທີ່ຈະມາເຖິງ ໃຫ້ເປັນ ຂະບວນຟົດຟື້ນ ກວ້າງຂວາງ ສຳເລັດການກໍ່ສ້າງປັບປຸງ ແລະ ຈັດວາງຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ຄືນ ໃໝ່ໃຫ້ເປັນລະບົບ ມີຄວາມສວຍງາມ ແລະ ທັນສະໄໝ ພ້ອມທັງໄດ້ເປີດນຳໃຊ້ເປັນທາງການໃນວັນທີ 13 ທັນວາ 2023 ຜ່ານມາ ຈັດຕັ້ງການຄັດເລືອກຜົນງານ ຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ ໄດ້ສຳເລັດການຈັດຕັ້ງແຂ່ງຂັນກິລາມວນຊົນ ຢູ່ເຂດ ກິລາຍິງປືນທະຫານ ຮາບ-ກຳ ລັງໄຟ ແບກຫາບຢູ່ 6 ເຂດ ຊິງຂັນລັດຖະມົນຕີ ກະຊວງ ປ້ອງກັນປະເທດ ແລະ ຄັດເລືອກເອົາຕົວແທນແຕ່ລະເຂດເຂົ້າຮ່ວມແຂ່ງ ຂັນ ກິລາກາຍຍະກຳຢູ່ນະຄອນຫຼວງວຽງຈັນ.





ນັບແຕ່ນີ້ຮອດວັນທີ 20 ມັງກອນ 2024 ພວກເຮົາຈະສືບຕໍ່ຈັດຕັ້ງເຄື່ອນໄຫວບັນດາ ກິດຈະກຳຕ່າງໆໃຫ້ເປັນຂະບວນຟົດ ຟື້ນຕື່ມອີກເຊັ່ນ: ເຄື່ອນໄຫວໂຄສະນາ-ປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ໃຫ້ທົ່ວສັງຄົມຢ່າງກວ້າງຂວາງ ຕ້ອນ ຮັບຄະນະສິລະປະກອນກອງທັບປະຊາຊົນຫວຽດນາມ ມາສະແດງມິດຕະພາບຢູ່ ສປປ ລາວ ຈັດຕັ້ງຂະບວນແຂ່ງຂັນກີລາ ການທະຫານ ແລະ ກິລາມວນຊົນໂດຍຈັດຕັ້ງແຂ່ງຂັນຢູ່ ເດີນກິລາກອງທັບຫຼັກ5 ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງຊ້ອມຮົບສະ ແດງຍິງລູກປືນແທ້ ຂອງບັນດາເຫຼົ່າຮົບຢູ່ສະໜາມແອບວິທະຍາຄານກົມມະດຳໃນຕອນເຊົ້າວັນທີ 17 ມັງກອນ 2024 ເຊີນ ການນໍາພັກ-ລັດ ລົງຢ້ຽມຢາມ ແລະ ຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ຢູ່ບັນດາກົມກອງຈຳ ນວນໜຶ່ງ ຈັດຕັ້ງອວຍພອນການນຳພັກ-ລັດ ພະນັກງານປະຕິວັດ ອາວຸໂສ-ບຳນານ ຢ້ຽມຢາມພະນັກງານຜູ້ຖືກບາດ ເຈັບ- ເຈັບປ່ວຍທີ່ນອນປິ່ນປົວຢູ່ໂຮງໝໍ ແລະ ບັນດາສູນເສຍອົງຄະຈັດຕັ້ງວາງສະ ແດງຜະລິດຕະພັນສິນຄ້າການທະຫານຢູ່ ເດີ່ນ ສະໜາມຫຼວງວັນທີ 12-18 ມັງກອນ 2024 ຮອດມື້ວັນທີ 19 ມັງກອນ 2024 ພັກ-ລັດ ໄດ້ຕົກລົງໃຫ້ຈັດຕັ້ງພິທີໂຮມຊຸມນຸມ ສະເຫຼີມສະຫຼອງລະດັບຊາດ ແລະ ຖ່າຍທອດສົດພິທີດັ່ງກ່າວ ຜ່ານໂທລະພາບ ແລະ ວິທະຍຸ ຢູ່ຫໍປະຊຸມແຫ່ງຊາດ ຈັດຕັ້ງ ຍ່າງມານາທອນເພື່ອຮັກສາສຸຂະພາບຢູ່ສວນນໍ້າບຶງທາດຫຼວງ ໂດຍແມ່ນແນວລາວສ້າງຊາດເປັນຜູ້ຈັດ ຈັດພົບປະວິລະຊົນ ນັກຮົບແຂ່ງຂັນ ພະນັກງານປະຕິວັດອາວຸໂສ ຈັດພິທີຮັບການອວຍພອນຈາກບັນດາກະຊວງ ອົງການຕ່າງໆໃນວັນທີ 18 ມັງ ກອນ 2024 ທັງນີ້ເພື່ອແນໃສ່ເພື່ອເສີມຂະຫຍາຍມູນເຊື້ອ ທາດແທ້ ຜົນງານໄຊຊະນະອັນໃຫຍ່ຫຼວງ ວິລະກຳອັນລໍ້າເລີດຂອງ ກອງທັບປະຊາຊົນລາວ ໃຫ້ທົ່ວທັງຊາດຮັບຮູ້-ເຂົ້າໃຈ ໄດ້ຮັບການໂຄ ສະນາເຜີຍແຜ່ຢ່າງກວ້າງຂວາງ ທົ່ວເຖິງ ແລະ ເລິກເຊິ່ງ.