ວັນທີ 27 ທັນວາ 2023 ທີ່ນະຄອນຫຼວງວຽງຈັນ ບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາ “ໂຄງການໄຟຟ້າ ພະລັງງານຄູ່ຖ່ານຫີນ ແລະ ຊີວະມວນ ຂະໜາດ 300 ເມກາວັດ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນ ຂະໜາດ 30 ເມກາວັດ” ເຊິ່ງເປັນນິມິດໝາຍຂອງການຈັດຕັ້ງປະຕິບັດໂຄງການ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານທີ່ສໍາຄັນຢ່າງ ເປັນທາງການໂດຍພາຍໃຕ້ຄວາມເອົາໃຈໃສ່ຂອງລັດຖະບານ ແລະ ວິສາຫະກິດເພື່ອຊຸກຍູ້ “ນິຄົມອຸດສາຫະກໍາໝູນວຽນ ອັດສະລິຍະ ອາຊີ-ໂປຕາສ ສາກົນ ຢູ່ແຂວງຄໍາມ່ວນ”.


ອີງຕາມບົດບັນທຶກສະບັບນີ້ ບໍລິສັດຈະສ້າງໂຄງການພະລັງງານໄຟຟ້າແບບປະສົມຄົບວົງຈອນດຽວ ທີ່ປະກອບດ້ວຍຕາໜ່າງ ການໂຫຼດ ການຈັດເກັບພະລັງງານທີ່ສະອາດ ກາກບອນຕໍ່າ ແລະ ເປັນມິດກັບສິ່ງແວດລ້ອມ ຢູ່ໃນນິຄົມອຸດສາຫະກຳໝູນ ວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ຢູ່ແຂວງຄໍາມ່ວນ ສປປ ລາວ ເພື່ອສະໜອງພະລັງງານໄຟຟ້າ ແລະ ພະລັງງານຄວາມຮ້ອນ ທີ່ໜ້າເຊື່ອຖື ມີຄວາມສະຖຽນ ແລະ ຢ່າງພຽງພໍ ໃຫ້ແກ່ການພັດທະນາອຸດສາຫະກຳທ້ອງຖິ່ນ ນອກນີ້ ຍັງເປັນມາດຕະ ການທີ່ເຂັ້ມແຂງ ເພື່ອເສີມຂະຫຍາຍການສະໜອງໄຟຟ້າຢູ່ພາກກາງຂອງລາວ ຢ່າງມີປະສິດທິຜົນ ແລະ ເສີມຂະຫຍາຍຂໍ້ ໄດ້ປຽບໃນການພັດທະນາຂອງລາວ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ເຂົ້າຮ່ວມເປັນສັກຂີພະຍານໂດຍມີ ທ່ານ ວັນໄຊ ພອງສະ ຫວັນ ເຈົ້າແຂວງຄໍາ ມ່ວນ ພ້ອມດ້ວຍບັນດາການນໍາຂັ້ນສູງຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ ທ່ານ Tong Yongheng ຮອງຜູ້ອຳນວຍ ການໃຫຍ່ຂອງບໍລິສັດ ອາຊີ-ໂປຕາສ ສາກົນ ຜູ້ຊີ້ນໍາລວມຂອງ ບໍລິ ສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ປະຈໍາລາວ ແລະ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າສອງຝ່າຍລົງນາມໃນບົດບັນທຶກຄວາມເຂົ້າໃຈ ເຊິ່ງມີທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ເດດສັກດາ ມະ ນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ແລະ ທ່ານ Ai Yongjun ຮອງຜູ້ອໍານວຍການໃຫຍ່ ບໍລິ ສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ໄດ້ລົງນາມເປັນສັກຂີພະຍານໃນບົດບັນທຶກຄວາມເຂົ້າໃຈ.

ໃນພິທີ ທ່ານ Tong Yongheng ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານລາວ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈຢ່າງສູງ ແລະ ສະໜັບສະໜູນຢ່າງໃຫຍ່ຫຼວງມາເປັນເວລາດົນນານ ທ່ານຊີ້ໃຫ້ເຫັນວ່າ:ການສະໜອງພະລັງງານໄຟຟ້າ ແລະ ພະລັງງານຄວາມຮ້ອນ ທີ່ມີຄວາມໜ້າເຊື່ອຖື ພຽງພໍ ໝັ້ນຄົງ ແລະ ຕົ້ນທຶນຕ່ຳ ແມ່ນເປັນຫຼັກຮັບປະກັນ ແລະ ສ່ວນປະກອບທີ່ສຳຄັນໃນການຊຸກຍູ້ການລົງທຶນ ແລະ ພັດທະນາກໍ່ສ້າງນິຄົມອຸດສາຫະກໍາ ການລົງນາມໃນບົດບັນທຶກຄວາມເຂົ້າໃຈໂຄງ ການຜະ ລິດໄຟຟ້າຮັບໃຊ້ພາຍໃນຄັ້ງນີ້ ຖືເປັນຄວາມຄືບໜ້າອັນສຳຄັນອີກບາດກ້າວໜຶ່ງ ໃນການກໍ່ສ້າງນິຄົມອຸດສາຫະກໍາ ອາຊີ-ໂປຕາສ.