ວັນທີ 28 ທັນວາ 2023 ທີ່ຫ້ອງປະຊຸມກອງພັນໃຫຍ່ 279 ສະຖາບັນເລືອດແຫ່ງຊາດ ອົງການກາແດງ ລາວ ຮ່ວມກັບກອງພັນໃຫຍ່ 279 ໄດ້ຈັດກິດຈະກໍາ ບໍລິຈາກເລືອດ ເພື່ອຄຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 75 ປີ (20/01/1949-20/01/2024) ແລະ ວັນສຳຄັນຕ່າງໆຂອງພັກ ຂອງຊາດ ພ້ອມທັງ ເປັນການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ ທີ່ສຳຄັນແມ່ນການປະກອບສ່ວນ ວຽກງານມະນຸດສະທຳ ໃນການ ສະໜອງເລືອດທີ່ພຽງພໍ ກັບຄົນເຈັບທີ່ນອນຮັກສາຕົວ ຢູ່ຕາມໂຮງໝໍແຫ່ງຕ່າງໆ ໂດຍມີທ່ານ ພັທ ສົມໄຊ ລະວີໄຊ ຄະນະພັກຄະນະບັນຊາ ກອງພັນໃຫຍ່ 279 ແລະ ທ່ານ ດຣ ຄຳຈັນ ຄຳມະນີວົງ ຫົວໜ້າພະແນກປຸກລະດົມ ແລະ ຮັບບໍລິຈາກເລືອດ ສະຖາບັນເລືອດແຫ່ງຊາດ ບັນດານາຍ ແລະ ພົນທະຫານ ແລະ ທີມງານຈາກສະຖາບັນເລືອດແຫ່ງຊາດ ເຂົ້າຮ່ວມ.


ຈຸດປະສົງຂອງການບໍລິຈາກເລືອດຄັ້ງນີ້ ນອກຈາກທີ່ກ່າວມາຂ້າງເທິງນັ້ນແລ້ວ ຍັງເປັນການປຸກລະດົມ ປູກຈິດສຳນຶກ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນກົມກອງພັນໃຫຍ່ 279 ໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງຄວາມ ໝາຍຄວາມສຳຄັນ ຈຳເປັນຂອງວຽກງານເລືອດ ກໍຄືການບໍລິຈາກເລືອດ ດ້ວຍສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນ ເຊິ່ງກິດຈະກຳ ໃນຄັ້ງນີ້ ມີຜູ້ສະໝັກບໍລິຈາກເລືອດທັງໝົດ 30 ທ່ານ ແຕ່ມີເງື່ອນໄຂ ສາມາດໃຫ້ການປະກອບສ່ວນບໍລິຈາກເລືອດໄດ້ ຈຳນວນ 28 ທ່ານ.
ພາບ/ຂ່າວ: ເພັດລະຄອນ ພິມຈັນທອງ







