ປະເມີນຜົນການຄົ້ນຄວ້າ ວິຊາການສົ່ງເສີມວິທະຍາສາດ

    ກອງປະຊຸມວິຊາການ ເຜີຍແຜ່ບົດສະຫຼຸບເຕັກນິກຜົນການຄົ້ນຄວ້າ ວິຊາການສົ່ງເສີມວິທະຍາສາດ ຈັດຂຶ້ນໃນວັນທີ 19 ມີນາ 2020 ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນປະທານຂອງທ່ານ ສຸກສະຫວາດ ສີຫາປັນຍາ ຮອງຫົວໜ້າກົມວິທະຍາສາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີບັນດາຄະນະຈັດຕັ້ງໂຄງການ ນັກຮຽນ ນັກສຶກສາ ແລະ ພະນັກງານວິຊາການຈາກຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ນາງ ແກ້ວວິວອນ ອຸດທະຈັກ ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ໄລຍະການຈັດຕັ້ງປະຕິບັດການຄົ້ນຄວ້າວິທະຍາສາດ ແຕ່ປີ 2013 ຫາ 2014 ໃນມູນຄ່າເທົ່າເດີມ ແຕ່ການປະຕິບັດຕົວຈິງແກ່ຍາວຈາກ 2013 ຫາ 2018 ເຊິ່ງຈຸດປະສົງການຄົ້ນຄວ້າ ເພື່ອຊອກຫາບັນດາວິທະຍາການສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ນັກຮຽນນັກສຶກສາ ແລະ ພະນັກງານວິຊາການຢູ່ສະຖາບັນການຄົ້ນຄວ້າຕ່າງໆ ເພື່ອແນະນໍາການກໍານົດຫົວຂໍ້ ຮູບແບບການຂຽນ ແລະ ຂັ້ນຕອນການຈັດຕັ້ງປະຕິບັດການຄົ້ນຄວ້າວິທະຍາສາດໃຫ້ພະນັກງານວິຊາການຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຮີບໂຮມຜົນການຄົ້ນຄວ້າວິທະຍາສາດ ແລະ ນໍາເອົາວິທີການທາງວິທະຍາສາດເຂົ້າຊ່ວຍປັບປຸງຮູບແບບການຄົ້ນຄວ້າໃຫ້ກາຍເປັນຜະລິດຕະພັນທີ່ເປັນເອກະລັກທ້ອງຖິ່ນ ເພື່ອຕິດຕາມການປະເມີນຜົນການຄົ້ນຄວ້າວິທະຍາສາດ ໂດຍມີການລາຍງານແຕ່ລະໄລຍະຢ່າງເປັນລະບົບ.

error: Content is protected !!