ມວນຊົນຮ່ວມບໍລິຈາກເລືອດ ທີ່ສູນການຄ້າໄອເຕັກມໍ ໄດ້ທັງໝົດ 374 ຖົງ

    ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ເປີດໃຫ້ປະຊາຊົນຮ່ວມ ໄດ້ຈັດກິດຈະກຳຮັບ ບໍລິຈາກເລືອດ ແບບເປີດກວ້າງ ໃນທ້າຍເດືອນທັນວາ 2023 ຜ່ານມາ ທີ່ສູນການຄ້າໄອເຕັກມໍ ຊັ້ນ 5 ນະຄອນ ຫຼວງວຽງຈັນ ແຕ່ເວລາ 8:00-16:00 ໂມງ ໂດຍມີທ່ານ ຮສຈ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງ ແຫ່ງຊາດລາວ ຫົວໜ້າສະຖານບັນເລືອດແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ ທີມງານສະຖາບັນເລືອດແຫ່ງຊາດ ມ່ວນຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

    ທ່ານ ທ່ານ ຮສຈ ດຣ ສິງ ເມໂນລາດ ກ່າວພາຍໃນງານ ບາງຕອນວ່າ: ກິດຈະຮັບບໍລິຈາກເລືອດ ຄັ້ງນີ້ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ເພື່ອສ້າງຂະບວນການຄຳນັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ປະກອບສ່ວນສ້າງຂະບວນການ ຕ້ອງຮັບວັນສຳຄັນຂອງພັກ ຂອງຊາດ ເປັນການປຸກລະດົມຜູ້ທີ່ມີຈິດອາສາຊ່ວຍເຫຼືອ ເພື່ອນມະນຸດດ້ວຍກັນ ເຂົ້າ ມາຮ່ວມບໍລິຈາກເລືອດຊ່ວຍເຫຼືອຜູ້ຕ້ອງການເລືອດໄດ້ ເພື່ອສ້າງບຸນກຸສົນອັນຍິງໃຫ່ຍ ໃຫ້ນັບມື້ ນັບຫຼາຍຂຶ້ນ.

    ສຳລັບກິດຈະກຳ ໃນຄັ້ງນີ້ ມີມວນຊົນໃຫ້ການປະກອບສ່ວນ ບໍລິຈາກເລືອດ 374 ຄົນ.

error: Content is protected !!