ວຽກ​ງານໂພ​ຊະ​ນາ​ການ​ໃນ​ໂຮງ​ຮຽນ ແຂວງ​ຊຽງ​ຂວາງ ຍັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ

ໂດຍ: ສ.ແສງ​ງາມ

ເດັກຈະສາມາດຢູ່ລອດ ເຕີບໃຫຍ່ ແລະ ພັດທະນາໄດ້ ຂຶ້ນກັບ ຄຸນນະພາບຂອງການເບີ່ງແຍງ ລວມທັງສຸຂະພາບ ແລະ ໂພ ຊະນາການສຳບູນ ເຊິ່ງສາມປັດ​ໄຈຫ​ຼັກ​ກໍ​ຄື ການ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ສານ​ອາ​ຫານ​ພຽງ​ພໍ ໄດ້​ຮັບ​ການ​ລ​້ຽງ​ດູ​ພຽງ​ພໍ ແລະ ໄດ້​ນັບ​ການ​ປົກ​ປ້ອງ​ຈາກ​ການ​ເຈັບ​ເປັນ ດັ່ງ​ນັ້ນ ວຽກ​ງານ​ໂພ​ຊະ​ນາ​ການ​ໃນ​ໂຮງ​ຮຽນແ​ມ່ນ​ມີ​ຄວາມ​ສ​ຳ​ຄັນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ເດັກ​ໄດ້​ເຂົ້າ​ເຖິງ​ບັນ​ດາ​ປັດ​ໄຈ​ດັ່ງ​ກ່າວ.

​ຊຽງ​ຂວາງ ກໍ​ເປັນແຂວງ​ໜຶ່ງ​ທີ່​ໄດ້​ເອົາ​ໃຈ​ໃສ່​ຕໍ່​ວຽກງານ​ໂພ​ຊະ​ນາ​ການ​ໃນ​ໂຮ​ງ​ຮ​ຽ​ນ ເຊິ່ງ​ໃນ​ໄລ​ຍະ​ຜ່ານ​ມາໄດ້​ເອົາ​ໃຈ​ໃສ່​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງກ່າວຢ່າງ​ຕັ້ງ​ໜ້າ ໂດຍ​ໄດ້​ມີ​ໂຄງ​ການ​ອາ​ຫານ​ທ່ຽງ​ໃນ​ໂຮງ​ຮຽ​ນໃນ​ທ້ອງ​ຖິ່ນ​ຕ່າງໆ ເພື່ອ​ໃຫ້​ເດັກ​ໄດ້​ຮັບ​ສານ​ອາ​ຫານ​ຄົບໝູ່ ຂະ​ນະ​ທີ່ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວນັ້ນ ຍັງ​ປະ​ສົບ​ກັບ​​ຂໍ້​ຫຍຸ້ງຍ​າກຫຼາຍ​ດ້ານ​ທີ່​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂ. 

ທ່ານ ນາງ ດາວອນ ເດດວົງສອນ ຮອງຫົວໜ້າພະແນກສຶກສາ ແລະ ກີລາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຈາກ​ສູນ​ກາງວ່າ:  ຢູ່ ໃນແຂວງຊຽງຂວາງ ຂອງພວກເຮົາ ວຽກໂດຍລວມກ່ຽວກັັບວຽກງານໂພສະນາການ ແລະ ການໃຫ້ອາຫານແກ່ເດັກນ້ອຍ ໃນບັນດາໂຮງຮຽນ ເຊິ່ງທາງເຂດພວກເຮົາກໍໄດ້ມີທີມງານລົງໄປກະຕຸກຊຸກຍູ້ຢູ່ໃນຂັ້ນໂຮງຮຽນເພື່ອເຮັດໃຫ້ລູກ ຫຼານຂອງ ພວກເຮົາໄດ້ຮັບອາຫານການກິນໃຫ້ຖືກຕ້ອງຕາມຫຼັກໂພສະນາການ ໂດຍສະເພາະແມ່ນສົ່ງເສີມໃຫ້ລູກຫຼານພວກເຮົາໄດ້ ກິນອາຫານຄົ​ບ​ໝູ່ ເພື່ອເຮັດໃຫ້ຮ່າງກາຍສົມບູນ ແລະ ແຂງແຮງ ໂດບ​ສະ​ເພາະ​ເມືອງໜອງແຫດ ເພາະໄດ້ຮັບໂຄງການອາ ຫານທ່ຽງຈາກທະນາຄານໂລກ ທີ່ໄດ້ສະໜອງທຶນໃຫ້ມີ 40 ແຫ່ງໂຮງຮຽນ.

ສໍາລັບ ການຕິດຕາມແມ່ນຈະມີທີມງານຂະແໜງສາມັນລົງໄປຕິດຕາມການນຳໃຊ້ອາຫານທ່ຽງໃນໂຮງຮຽນນັ້ນແມ່ນໄດ້ດຳ ເນີີນໄປໄດ້ຕາມແຜນທີ່ກຳນົດໄວ້ ເພາະໃນ 40 ບ້ານ ທີ່ໄດ້ຮັບໂຄງການອາ ຫານທ່ຽງນີ້ເພິ່ນໄດ້ເຝິກອົບຮົມການ​ປຸງແຕ່​ອາ​ຫານ​ໃຫ້​ກັບແມ່ຄົວ ແລະ ໄດ້​ມີ​ທີມງານຂັ້ນແຂວງໄດ້ລົງຕິດ ຕາມ​ເປັນ​ແຕ່​ລະ​ໄລ​ຍະ.

ໃນໄລຍະຜ່ານມາແມ່ນທາງກອງເລຂາຂອງພວກເຮົາໄດ້ໄປສົມທົບກັບທາງພະ​ແນກສາທາ​ລະ​ນະ​ສຸກ ເພື່ອສ້າງແຜນທາງ ດ້ານໂພຊະນາການຮ່ວມກັນ ເຊິ່ງເລີ່ມສ້າງແຕ່ປີ 2021 ສ້າງແຜນໄລຍະຍາວ 5 ປີ ແລ້ວກໍໄດ້ຮ່ວມກັນເຮັດວຽກກັບກອງເລຂາ ເພາະມັນຈະມີຫຼາຍພາກສ່ວນເຊັ້ນ: ສາທາ ສຶກສາ​ ແລະ ກະຊິກຳ ໂດຍໄດ້ເຮັດວຽກຮ່ວມກັນເພື່ອວ່າຈະກະຈາຍ ວຽກຂອງ ແຕ່ລະພາກສ່ວນໃຫ້ໄປໃນທິດທາງດຽວກັນກ່ຽວກັບວຽກງານໂພສະນາການ.

ສຳ​ລັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວ​ຽກ​ງານ​ໃນ​ໄລ​ຍະ​ຜ່ານ​ມາ ແມ່ນໄດ້ພົບກັບຂໍ້ຫຍຸ້ງຍາກ ໂດຍ​ສະ​ເພາະ​ການ​ປ່ຽນ​ແປງ​ພຶດ​ຕິ​ກຳ​ຂອງ​ຊຸມ​ຊົນ ເຊິ່ງ​ປະ​ຊ​າ​ຊົນ​ສ່ວນ​ໃຫຍ່​ແມ່ນ​ປະ​ຕິ​ບັດ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ ລະ​ດັບ​ການ​ສຶກ​ສາ ເຮັດ​ໃຫ​້​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ຂອງ​ເຂົາ​ເຈົ້າ​ແມ່ນບໍ່​ເລິກ​ເຊິ່ງເທົ່າ​ທີ່​ຄວນ.

ຢ່າງ​ໃດ​ກໍ​ຕາມ ເພື່ອ​ເຮັດ​ໃຫ​້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວບັນ​ລຸ​ຕາມ​ຈຸດ​ປະ​ສົງ​ຄາດ​ໝາຍ​ທີ່​ວາງ​ໄວ້ ຕ້ອງ​ໄດ້​ມີ​ການ​ປັບ​ປຸງ​ກອງ​ເລ​ຂາ​ຂອງ​ແຕ່​ລະ​ພາກ​ສ່ວນມີ​ການ​ປ​ະ​ສານ​ງານ​ກັນຫຼາຍ​ຂຶ້ນ ​ພ້ອມນັ້ນ ສະ​ເໜີຂໍ​ຄວາມການ​ຊ່ວຍ​ເຫຼືອ​ເພີ່ມ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນເພື​່​ອ​ສະ​ໜັບ​ສະ​ໜູນ​ເຂົ້າ​ໃນ​ການ​ໂຄງ​ການ​ສະ​ໜອງ​ອາ​ຫານ​ທ່ຽງ​ໃນ​ໂຮງ​ຮຽນໃຫ​້​ມີ​ການ​ຂະ​ຫຍາຍ​ຕົວ ໂດຍ​ສະ​ເພາະ​ໃນ​ເຂດ​ຫ່າງ​ໃກ​ສອກຫຼີກ.

ທ່ານ ນາງ ພຸດ​ສະ​ດີ ດຳ​ມະ​ນາ​ວົງ ຜູ້ອຳ​ນວຍ​ການ​ໂຮງ​ຮຽນ​ອະ​ນຸ​ບານ ເມືອງ​ແປ​ກ ແຂວງ​ຊຽງ​ຂວ​າງ​ ໃຫ້​ສຳ​ພາ​ດ​ວ່າ: ໂຮງ​ຮຽນ​ຂອງ​ພວກ​ເຮົາ​ປະ​ກອບ​ມີ 3 ຊັ້ນ ອ​ພ​ນຸ​ບານ 1-2 ແລະ 3 ເຊິ່ງ​ໃນ​ໄລ​ຍະ​ຜ່ານ​ມາ​ກໍ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຫ້ອງ​ການ​ສຶກ​ສາ​ທິ​ການ-ກີ​ລາເມືອງ ກໍ​ຄື ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ​ລາ ແຂວງ​ຊຽງ​ຂວາງ ໄດ້​ເອົາ​ໃຈ​ໃສ່​ຕໍ່​ດ້ານ​ໂພ​ຊະ​ນາ​ການ​ຂອງ​ເດັກ​ນ້ອຍ​ນັກ​ຮຽນ ເຊິ່ງ​ທາງ​ໂຮງ​ຮຽນ​ກໍ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ປຸກ​ລະ​ດົມ​ພໍ່​ແມ່​ຜູ້​ປົກ​ຄອງ​ໃຫ້​ມີ​ສ່ວນ​ຮ່ວມຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ ໂດຍ​ໃຫ້​ເຂົາ​ເຈົ້າ​ເປັນຫຼັກ​ໃນ​ການ​ຈັດ​ຫາ​ອາ​ຫານ​ທີ່​ຄົບ​ໝ​ູ່​ເພື່ອ​ເປັ​ນ​ອາ​ຫານ​ທ່ຽງ​ໃຫ້​ກັບ​ເດັກ ເຊິ່ງ​ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເຫັນ​ໄດ້​ວ່າ​ມີ​ພໍ່​ແມ່​ຜູ້​ປົກ​ຄອງຫຼາຍ​ຄົນກໍ​ປະ​ຕິ​ບັດ​ໄດ້​ເປັ​ນ​ຢ່າງ​ດີ ແຕ່​ກໍ​ຍັງ​ມ​ີ​ອີກຫຼາຍ​ຄອບ​ຄົວ​ທີ່​ຍັງ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້ ເນື່ອງ​ຈາກວ່າ​ສະ​ພາບ​ເສດ​ຖະ​ກິດ​ຄອບ​ຄົວ​ ເຮັດ​ໃຫ້​ອາ​ຫານ​ທີ່​ນ້ອງ​ນັກ​ຮຽນ​ນຳ​ມາ​ກໍ​ຍັງ​ເປັນ​ອາ​ຫານ​ຊື້​ຕາມ​ຮ້ານ​ຂາຍ​ຂອງ​ກິນ​ສຸກ ທີ່​ອາດ​ຍັງ​ບໍ່​ໄດ້​ຕາມ​ໂພ​ຊະ​ນາ​ການ ແລະ ຍັງ​ບໍ່​ຖືກ​ສຸ​ຂະ​ອະ​ນາ​ໄມ.

ຕໍ່​ກັບ​ສະ​ພາບ​ການ​ດັ່ງ​ກ່າວຮຽກ​ຮ້ອງ​ໃຫ້​ພໍ່​ແມ່​ຜູ້​ປົກ​ຄອງສືບ​ຕໍ່​ເປັນ​ເຈົ້າ​ການ​ໃນ​ການ​ສັດ​ຫາ​ອາ​ຫານ​ຄົບ​ໝູ່​ໃຫ້​ກັບ​ລູກຫຼາຍ ພ້ອມນັ້ນ​ກໍ​ຮຽກ​ຮ້ອງ​ໃຫ້​ພ​າກ​ສ່ວນ​ຕ່າງໆ​ໃນ​ສັງ​ຄົມ ຍືນ​ມື​ໃຫ້​ການ​ຊ່ວຍ​ເຫຼືອ​​ຕື່ມ​ອີກ ເພື່ອ​ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ດັ່ງ​ກ່າວ​ໃຫ້​ບັນ​ລຸ​ຕົວ​ເລກ​ຄ​າດ​ໝາຍ​ທີ່​ວາງ​ໄວ​້.

ສຳ​ລັບ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ສື່ມວນ​ຊົນ ນຳ​ພາ​ໂດຍ ສ​ູນ​ສະ​ຖິ​ຕິ ແລະ ຂ່າວ​ສານ​ສາ​ທາ​ລະ​ນະ​ສຸກ ກະຊ​ວງ​ສາ​ທາ​ລະ​ນະ​ສຸກ ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ ສະ​ຫະ​ພາບ​ເອີ​ຣົບ ໂດຍ​ຜ່ານ​ ອົງ​ການ Unicef.

error: Content is protected !!