ການຈັດຕັ້ງປະຕິບັດວຽກງານໂພຊະນາການໃນແຂວງຊຽງຂວາງ ໂດຍລວມແມ່ນສາມາດຈັດຕັ້ງປະຕິບັດໄປໃນທ່າອ່ຽງທີ່ດີຂຶ້ນ ຂະໜະທີ່ຍັງປະເຊີນກັບຄວາມຫຍຸ້ງຍາກ ເຊັ່ນ: ເສັ້ນທາງຄົມມະນາຄົມ ຄວາມເຂົ້າໃຈຂອງປະຊາຊົນ ວຽກງານສຸຂະສຶກສາສາຂັ້ນເມືອງຍັງບໍ່ທັນເຂັ້ມແຂງ ງົບປະມານຍັງຈຳກັດ ແລະ ອື່ນໆ ທີ່ກາຍເປັນສິ່ງກີດຂວາງໃນການບັນລຸໂຕເລກຄາດໝາຍທີ່ວາງໄວ້.

ຕາມການລາຍງານຕໍ່ກັບສື່ມວນຊົນຈາດສູນກາງຂອງ ທ່ານ ເຢຢ້າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ ເມື່ອບໍ່ດົນນີ້ວ່າ: ພະແນກສາທາລະນະສຸກແຂວງຊຽງ ຖືສຳຄັນຕໍ່ວຽກງານສຸຂະພາບຈະເລີນພັນ ເຊິ່ງໄລຍະຜ່ານມາແມ່ນ ໄດ້ສຸມໃສ່ວຽກງານໂພຊະນາການ ການລ້ຽງລູກດ້ວຍນົມແມ່ ແມ່ຍິງຖືພາ ພ້ອມທັງສຸມໃສ່ປຸກລະດົມໃຫ້ແມ່ຍິງຖືພາ ຕ້ອງ ມາເກີດລູກ ຢູ່ສະຖານທີ່ໃຫ້ບໍລິການ ແລະ ມາກວດ ຫລັງເກີດລູກ ຄຽງຄູ່ກັນນີ້ ກໍເອົາໃຈໃສ່ຕໍ່ວຽກງານສັກຢາກັນພະຍາດ ໂດຍສະເພາະໃນເດັກລຸ່ມ 1 ປີ ແລະ ໄວຈະເລີນພັນ ເອົາໃຈໃສ່ຕິດຕາມການຈະເລີນເຕີບໂຕ ການໃຫ້ວິຕາມິນ ໃຫ້ຢາຂ້າ ແມ່ທ້ອງຂອງເດັກລຸ່ມ 5 ປີ ທັງໄດ້ເຮັດວຽກງານການບໍລິການ ແບບເຊື່ອມສານລົງຕິດຕາມບ້ານ ລວມທັງການກວດທ້ອງແມ່ ຍິງຖືພາ.

ຜ່ານການຈັດຕັ້ງປະຕິບັດໃນໄລຍະ 1 ປີທີ່ຜ່ານມາ ເຫັນໄດ້ວ່າໃນ 10 ຕົວຊີ້ວັດທີ່ຕິດພັນກັບວຽກງານຂອງແມ່ ແລະ ເດັກນັ້ນ ແມ່ນບັນລຸຕາມຄາດໝາຍ ໂດຍສະເພາະຕົວຊີ້ວັດ ກ່ຽວກັບນ້ຳໜັກ ລວງສູງຂອງເດັກ ລຸ່ມ 5 ປີ ທີ່ບໍ່ໄດ້ມາດຕະຖານ ແມ່ນ ໄດ້ບັນລຸຕາມຄາດໝາຍ ອັດຕາການຕາຍຂອງເດັກລຸ່ມ 1 ປີ ແລະ ລຸ່ມ 5 ປີ ແລະ ອັດຕາການຕາຍຂອງແມ່ ກໍບັນລຸຄາດໝາຍ ໃນປີນີ້ ຍັງເຫຼືອພຽງອັດຕາການສັກຢາກັນພະຍາດ ເທົ່ານັ້ນທີ່ຍັງບໍ່ບັນລຸຕາມຄາດໝາຍ ເຖິງວ່າອັດຕາການສັກຢາກັນຳພະຍາດຈະບໍ່ບັນລຸຄາດໝາຍ ແຕ່ກໍຖືວ່າມີຄວາມຄືບໜ້າຖ້າທຽບໃສ່ປີທີ່ຜ່ານມາ.

ສຳລັບແຂວງຊຽງຂວາງ ມີທັງໝົດ 7 ເມືອງ ໃນນັ້ນ ມີແຕ່ 4 ເມືອງຄື: ເມືອງຄຳ ເມືອງໜອງແຮດ ເມືອງພູກູດ ແລະ ເມືອງຜາ ໄຊ ທີ່ໄດ້ຮັບການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ ໃນປີ 2022-2023 ອັດຕາການຂາດສານອາຫານໃນເດັກ ລຸ່ມ 5 ປີດີຂຶ້ນ ອັດຕາການຕາຍຂອງແມ່ ແລະ ເດັກ ຫຼຸດລົງຢູ່ໃນອັດຕາສ່ວນທີ່ດີ ການເຂົ້າເຖິງການບໍລິການທີ່ມີ ແພດຊ່ວຍ ແມ່ນເພີ່ມຂຶ້ນ ໃນປີ 2022 ນ້ຳໜັກທີ່ບໍ່ໄດ້ມາດຕະຖານ ຂອງເດັກລຸ່ມ5 ປີລົງມາມີ 18% ແລະ ປີ 2023 ມີພຽງແຕ່ 14%.

ແນວໃດກໍດີ ປະຊາຊົນໃນເຂດຫ່າງໄກສອກຫຼີກຢູ່ແຂວງຊຽງຂວາງ ຈໍານວນໜຶ່ງຍັງພົບຄວາມ ຫຍຸ້ງຍາກໃນການເຂົ້າເຖິງ ຂໍ້ມູນຂ່າວສານດ້ານໂພສະນາການ ໂດຍສະເພາະແມ່ນເສັ້ນທາງເຂົ້າເຖິງບ້ານໃນລະດູຝົນແມ່ນບໍ່ສາມາດໄປໄດ້ ປະຊາຊົນຈຳ ນວນໜຶ່ງຍັງບໍ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານແມ່ ແລະ ເດັກ ຍ້ອນຍັງບໍ່ທັນເຂົ້າໃຈເຖິງຄວາມສຳຄັນຂອງການ ຮັກສາສຸຂະພາບ ຍິ່ງໄປກວ່ານັ້ນ ຈຳນວນໜຶ່ງກໍຍັງໄປເຮັດວຽກຢູ່ໄຮ່ຢູ່ສວນບໍ່ໄດ້ມາພົບແພດໝໍ ວຽກງານສຸຂະສຶກສາຢູ່ໃນ ຂັ້ນເມືອງຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ ແລະ ປັດໄຈສຳຄັນກໍຄື ງົບປະມານໃນການຈັດຕັ້ງປະຕິບັດກໍມີຈຳກັດ ທີ່ຕ້ອງໄດ້ຮັບການແກ້ໄຂ ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂພຊະນາການໃນແຂວງຊຽງຂວາງບັນລຸຕາມຢູຊີ້ວັດທີ່ກຳນົດໄວ້.
ສຳລັບການເຄື່ອນໄຫວຂອງສື່ມວນຊົນໃນຄັ້ງນີ້ ນຳໂດຍ ສູນສະຖິຕິ ແລະ ຂ່າວສານດ້ານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ຮັບການສະໜັບສະໜູນໂດຍ ສະຫະພັບເອີຣົບ ໂດຍຜ່ານອົງການ Unicef.