ການແຂ່ງຂັນບານເຕະນັດອຸ່ນເຄື່ອງ ກຽມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2020 ຈັດຂຶ້ນວັນທີ 4 ກໍລະກົດ 2020 ຢູ່ສະໜາມກີລາແຫ່ງຊາດຫຼັກ 16 (ສະໜາມນອກ) ລະຫວ່າງສະໂມສອນຊ້າງນ້ອຍ ເອັຟຊີ ພົບ ສະໂມສອນ ວຽງຈັນ ເອັຟທີ ເຊິ່ງຊ້າງນ້ອຍ ເອັຟຊີ ນຳໂດຍ ກິດຕິສັກ ພົມວົງສາ ຂະນະທີ່ວຽງຈັນ ເອັຟທີ ນຳໂດຍ DIOMANDE ADAMA ຜ່ານການແຂ່ງຂັນເປັນ ຊ້າງນ້ອຍ ເອົາຊະນະ ສະໂມສອນ ວຽງຈັນ ເອັຟທີ 2-0 ປະຕູ ຈາກ ວັນນາ ບຸນຫຼໍ່ວົງສາ.

ບານເຕະເປບຊີ ລາວລີກ 1 ຈະເປີດແຂ່ງຂັນເປັນທາງການ ວັນທີ 11 ກໍລະກົດ-3 ຕຸລາ 2020 ໂດຍຈະໃຊ້ 2 ສະໜາມ ຄື: ສະໜາມກິລາແຫ່ງຊາດ (ຫຼັກ 16) ສະໜາມໃນ ແລະ ສະໜາມນອກ ສ່ວນຕາຕະລາງການແຂ່ງຂັນ ວັນທີ 11 ກໍລະກົດ 2020 ມີ 2 ຄູ່ ເວລາ 16:00 ໂມງ ສະໂມສອນ ມາສເຕີ້ ເຊເວັ້ນ ເອັຟຊີ ພົບ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ແຂ່ງຂັນຢູ່ທີ່ສະໜາມໃນເວລາ 16:00 ໂມງ ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບ ສະໂມສອນ ເອສະຣາ ເອັຟຊີ ແຂ່ງຂັນຢູ່ສະໜາມນອກ ວັນທີ 12 ກໍລະກົດ 2020 ເວລາ 16:00 ໂມງ ສະໂມສອນ ປກສ ເອັຟຊີ ພົບ ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ແຂ່ງຂັນຢູ່ສະໜາມໃນ ເຊິ່ງທຸກນັດແມ່ນມີການຖ່າຍທອດສົດຜ່ານທາງ Mycujoo.