ກຸ່ມຫັດຖະກຳຖັກຟອຍເມືອງສະໝ້ວຍ ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ

    ໃນວັນທີ 15 ທັນວາ 2023 ເມືອງສະໝ້ວຍ ແຂວງສາລະວັນ ໄດ້ຈັດພິທີເປີດ ປ້າຍກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ໂອດ໋ອບ ແຫ່ງຊາດ ໃຫ້ກຸ່ມຫັດຖະກຳຖັກຟອຍ ບ້ານອາວາວ ແລະ ບ້ານປັນໄຕໃຫຍ່ ເມືອງສະໝ້ວຍ ແຂວງສາລະວັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຕາ ໂຮ່ຊົງເລືອງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ມີທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ເລຂາພັກ-ເຈົ້າເມືອງສະໝ້ວຍ ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ທ່ານ ນາງ ວາດສະໜາ ໂພໄຊຍະວົງ ປະທານສະຫະພັນແມ່ຍິງແຂວງ ເຈົ້າເມືອງ ແລະ ຮອງເຈົ້າເມືອງ 7 ເມືອງ ຫົວໜ້າພະແນກ-ຮອງພະແນກ ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ເລຂາພັກນາຍບ້ານເຂົ້າຮ່ວມ.

    ໂອກາດນີ້ ທ່ານ ແກ້ວວິໄລ ທົງສະອອນ ຮັກສາການຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ຫັດຖະກໍາຈັກສານ ບ້ານອາວາວ ແລະ ບ້ານປັນໄຕໃຫຍ່ ໄດ້ສ້າງຂຶ້ນ ແລະ ສືບທອດມາແຕ່ບູຮານນະການ ຊຶ່ງເພີ່ນເຄີຍຈັກສານອຸປະກອນຮັບໃຊ້ຄົວເຮືອນ ແລະ ອຸປະກອນທໍາມາຫາກິນ ເປັນຕົ້ນ: ກະພາ ກະຕັງ ກະເຈາະ ໄຊສ້ອນປາ ແລະ ອື່ນໆ ດ້ວຍໄມ້ໄຜ່ ຫວາຍ ກົກຄ້າ ແຕ່ຕໍ່ມາໃນປີ 2010 ມີຄອບຄົວໜື່ງ ຊື່ວ່າ ທ້າວ ອໍາບຸຍ ເຊິ່ງເປັນປະຊາຊົນທີ່ດໍາລົງຊີວິດຢູ່ບ້ານອາວາວ ໄດ້ມີແນວຄິດລິເລີ່ມໃນການເຮັດຟອຍ ເພື່ອຮັບໃຊ້ໃນຄອບຄົວຕົນເອງ ເຊິ່ງໄດ້ນໍາໃຊ້ວັດຖຸດິບທີ່ເກີດຂື້ນຈາກທໍາມະຊາດ ແລະ ເຫັນວ່າມີຫຼາຍໃນທ້ອງຖິ່ນຂອງຕົນ ເບື້ອງຕົ້ນກໍຖັກພຽງຮັບໃຊ້ໃນຄອບຄົວ ຫຼັງຈາກນັ້ນກໍ່ເລີ່ມເຮັດຫຼາຍຂື້ນ ແລະ ມີການແລກປ່ຽນຊື້-ຂາຍໃນວົງແຄບໂດຍການ ໃຫ້ຜູ້ເປັນເມຍມາເລາະຂາຍຕາມຕົວເມືອງສະໝ້ວຍ ແຕ່ຍ້ອນສີມືອັນປານີດ ແລະ ເປັນເອກະລັກເຮັດໃຫ້ຜະລິດຕະພັນຂອງລາວ ເປັນທີ່ຍອມຮັບໃນວົງກ້ວາງ ເຊິ່ງສາມາດສ້າງລາຍຮັບ ໃຫ້ແກ່ຄອບຄົວຂອງລາວເພີ່ມຂື້ນ ແລະ ນອກຈາກນັ້ນ ທ້າວ ອໍາບຸຍ ໄດ້ມີການຖ່າຍທອດຄວາມຮູ້ ຫຼື ວິທີຖັກຟອຍ ໃຫ້ແກ່ຍາດຕິພີ່ນ້ອງ ພາຍໃນບ້ານອາວາວ ແລະ ເຂດບ້ານໃກ້ຄຽງ ເຮັດໃຫ້ຫັດຖະກໍາການຖັກຟອຍຂະຫຍາຍຕົວເປັນວົງກ້ວາງ ແລະ ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານອາວາວ ແລະ ບ້ານປັນໄຕ ເປັນຢ່າງດີໃນແຕ່ລະປີ  ມາໃນປີ 2017 ເມືອງສະໝ້ວຍ ໄດ້ຮັບການຊ່ວຍເຫຼືອຈາກໂຄງການສົ່ງເສີມຫວາຍ ແລະ ໄມ້ປ່ອງແບບຢືນຍົງ ( ອີຟຣັດ ) ໄດ້ສະໜອງເບ້ຍຫວາຍ ເພື່ອປູກທົດແທນ  ເຊິ່ງໃນນັ້ນ: ມີທັງໝົດ 20 ຄອບຄົວ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ( ຄອບຄົວລະ 0,2 ເຮັກຕາ ) ຈໍານວນ 500 ເບ້ຍ/ຄອບຄົວ ມູນຄ່າ: 30 ລ້ານກີບ ປີ 2018 ໄດ້ມີການສ້າງຕັ້ງກຸ່ມສົ່ງເສີມທາງດ້ານກະສິກໍາ ໂດຍແມ່ນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ສົມທົບກັບໂຄງການ ( ອີຟັຣດ ) ສົ່ງເສີມການປູກຫວາຍທົດແທນ ເພື່ອຄວາມຍືນຍົງ.

     ມາຮອດຕົ້ນປີ 2022 ທາງຫ້ອງການອຸດສາຫະກໍາ ແລະ ການຄ້າ ແລະ ຫ້ອງການແມ່ຍິງເມືອງ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຂັ້ນແຂວງ ເຄື່ອນໄຫວເກັບກໍາຂໍ້ມູນ ເພື່ອຈະສ້າງຕັ້ງກຸ່ມຫັດຖະກໍາຖັກຟອຍ ເຊິ່ງໄດ້ມີການຈັດກອງປະຊຸມຂັ້ນບ້ານເພື່ອຄັດເລືອກໂຄງປະກອບຂອງກຸ່ມຫັດຖະກໍາຖັກຟອຍ ໄດ້ມີການຝຶກອົບຮົມດ້ານສີມືແຮງງານ ແລະ ໄດ້ກໍ່ສ້າງສູນວາງສະແດງຫັດຖະກໍາຈັກສານຖັກຟອຍຂື້ນ 1 ຫຼັງ ຢູ່ບ້ານອາວາວ ໂດຍແມ່ນທຶນສົມທົບຈາກ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສາລະວັນ ອົງການປົກຄອງຂັ້ນເມືອງ ແລະ ທຶນສົ່ງເສີມວິຊາການ ປະຈໍາປີ 2022 ຈາກການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ແລະ ພາກລັດ ໄດ້ຊຸກຍູ້ໃຫ້ກຸ່ມຫັດຖະກໍາຖັກຟອຍ ສະຫະພັນແມ່ຍິງບ້ານອາວາວ ແລະ ບ້ານປັນໄຕ ໄດ້ຮັບການພັດທະນາທາງດ້ານສີມືແຮງງານ ດ້ານການຕະຫຼາດ ດ້ານຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາ ເພື່ອຊຸກຍູ້ໃຫ້ສິນຄ້າດັ່ງກ່າວໄດ້ຮັບນາມມະຍົດ ເປັນສິນຄ້າ ໜື່ງເມືອງໜື່ງຜະລິດຕະພັນແຫ່ງຊາດ ໃນ 1 ລາຍການ ( ໄມ້ຟອຍ ) ໃນປີ 2023 ນີ້.

    ຈາກນັ້ນໃນພິທີ ໄດ້ມີການມອບໃບອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຈາກກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະການຄ້າ ໃຫ້ ກຸ່ມຫັດຖະກຳຖັກຟອຍ, ໂດຍການມອບຂອງ ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມອບໃບຍ້ອງຍໍຜົນງານໃຫ້ແກ່ຫ້ອງການ ບ້ານ ແລະບຸກຄົນໃນການສ້າງກຸ່ມຫັດຖະກຳຖັກຟອຍ ໂດຍການມອບຂອງ ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ເລຂາພັກ-ເຈົ້າເມືອງສະໝ້ວຍ ຕື່ມອີກ ພ້ອມທັງໄດ້ມີການຕັດແຖບຜ້າ ເປີດປ້າຍ, ລັ່ນຄ້ອງເກົ້າບາດເພື່ອສະແດງເຖິງຜົນສຳເລັດທີ່ຍາດມາໄດ້.

(ພາບ-ຂ່າວ: ທິດລານີ ໂຄດໂຍທາ)

error: Content is protected !!