ອາຫານທີ່ຂາຍຕາມຕະຫຼາດ ສໍາລັບເດັກນ້ອຍໃນ ເຂດອາ ຊີຕະເວັນອອກສ່ຽງໃຕ້ ມີປະລິມານນໍ້າຕານ ແລະ ເກືອສູງ

ການສຶກສາລ່າສຸດໄດ້ສະແດງໃຫ້ເຫັນວ່າອາຫານທີ່ຜະລິດຂາຍຕາມທ້ອງຕະຫຼາດສໍາລັບເດັກນ້ອຍອາຍຸລະ ຫວ່າງ 6 ເດືອນ ຫາ 3 ປີ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ມີປະລິມານນໍ້າຕານ ແລະ ເກືອໃນປະລິ ມານທີ່ສູງ ພ້ອມທັງມີການນໍາໃຊ້ສື່ ໂຄສະນາຢ່າງກວ້າງຂວາງເພື່ອຊວນເຊື່ອ ແລະ ຫຼອກລວງ ຂາດຂໍ້ບັງ ຄັບທີ່ເຄັ່ງຄັດກ່ຽວກັບການປະກອບການ ແລະ ຄ້າຂາຍ ຜະລິດຕະພັນອາຫານເສີມສໍາລັບເດັກນ້ອຍ.

ການສຶກສານີ້ແມ່ນໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດສໍາລັບເດັກ (UNICEF) ແລະ ຄູ່ຮ່ວມງານ ທີ່ ເປັນພາຄີໃນການສົ່ງເສີມການໃຫ້ອາຫານເສີມເດັກນ້ອຍໃນເຂດອາຊີຕາເວັນອອກສ່ຽງໃຕ້ (COMMIT) ໄດ້ມີການປະເມີນ ອາຫານຫວ່າງ ອາຫານເສີມສໍາເລັດຮູບສໍາລັບເດັກນ້ອຍຫຼາຍກວ່າ 1.600 ລາຍການ ທີ່ຂາຍຕາມຕະຫຼາດຢູ່ປະເທດກໍາປູ ເຈ້ຍ ອິນໂດເນເຊຍ ລາວ ມາເລເຊຍ ຟີລິບປິນ ໄທ ແລະ ຫວຽດນາມ ນອກນັ້ນຍັງໄດ້ສຶກສາພຶດຕິກໍາຂອງຜູ້ບໍລິໂພກ ແລະ ລະບຽບການທີ່ມີຢູ່ໃນ 7ປະເທດທີ່ໄດ້ເຮັດການສຶກສາ.

ການສຶກສາຄົ້ນຄວ້າພົບວ່າ ເກືອບເຄິ່ງໜຶ່ງຂອງຜະລິດຕະພັນທີ່ໄດ້ສຶກສາ (44%) ໄດ້ເພີ່ມນໍ້າຕານ ແລະ ສານເພີ່ມຄວາມ ຫວານ ໃສ່ໃນອາຫານຫວ່າງ ແລະ ຂອງກິນຫຼີ້ນຫຼາຍເຖິ່ງ 72% ເມື່ອກ່າວເຖິ່ງປະລິມານເກືອ ຫຼາຍກວ່າໜຶ່ງສ່ວນສາມ ຂອງຜະລິດຕະພັນທີ່ໄດ້ສຶກສາແມ່ນເພີ່ມທາດໂຊດຽມ ໃນປະລິມານທີ່ສູງກວ່າຂໍ້ແນະນໍາທີ່ກໍານົດໃວ້.

ຫຼາຍໄປກວ່ານັ້ນ ເກືອບ 90% ຂອງສະຫຼາກສິນຄ້າຂອງຜະລິດຕະພັນເຫຼົ່ານັ້ນໄດ້ມີເນື້ອຫາໂຄສະນາຊວນເຊື່ອ ແລະ ຫຼອກ ລວງຄຸນປະໂຫຍດທາງດ້ານໂພຊະນາການຂອງຜະລິດຕະພັນ.

ທ່ານ ນາງ Pia Rebello Britto ໄດ້ກ່າວວ່າ: ໃນ ສປປ ລາວ ຜະລິດຕະພັນອາຫານຈໍານວນຫຼາຍທີ່ເລັງໃສ່ລູກຫຼ້າຂອງພວກ ເຮົາແມ່ນບໍ່ພຽງແຕ່ບໍ່ດີຕໍ່ສຸຂະພາບເທົ່ານັ້ນ ແຕ່ຍັງມີສະຫຼາກໂຄສະນາຊວນເຊື່ອຫຼອກລວງນໍາອີກ ລູກຫຼານຂອງພວກເຮົາ ແລະ ພໍ່ແມ່ຂອງພວກເຂົາມີສິດທີ່ຈະໄດ້ຮັບຂໍ້ມູນທີ່ເປັນຈິງ ແລະ ເລືອກສິ່ງທີ່ດີ ເພື່ອສຸຂະພາບດີກວ່າ.

ສໍາລັບ ສປປ ລາວ ບົດລາຍງານໄດ້ລະບຸໃຫ້ເຫັນສະພາບການກິນອາຫານໃນປັດຈຸບັນທີ່ຍັງຂາດແຄນ ໂດຍສະເພາະແມ່ນ ຂາດຈຸນລະສານອາຫານ ຫຼື ວິຕາມິນແຮ່ທາດ ແລະ ລວມໄປເຖິ່ງການໄດ້ຮັບອິດທິພົນຈາກການໂຄສະນາຜະລິດຕະພັນອາ ຫານເສີມສໍາລັບເດັກໃນທ້ອງຕະຫຼາດຊື່ງມີຜົນຕໍ່ການເລືອກຂອງຜູ້ບໍລິໂພກ.

ຂໍ້ບົກຜ່ອງຕ່າງໆ ຍັງລວມໄປເຖິ່ງ ກອບວຽກດ້ານລະບຽບການໃນລະດັບປະເທດສໍາລັບການຄ້າຂາຍຜະລິດອາຫານອາຫານ ເສີມສໍາລັບເດັກ ລວມທັງຊ່ອງຫວ່າງໃນການຄວບຄຸມຕາຕະລາງສະແດງປະເພດ ແລະ ປະລິມານສານອາຫານທີ່ບັນຈຸໃນຜະ ລິດຕະພັນ ສະຫຼາກສິນຄ້າ ແລະ ການໂຄສະນາ ບົດລາຍງານນີ້ຈະຊ່ວຍຊຸກຍູ້ການພັດທະນາມາດຕະຖານແຫ່ງຊາດ ແລະ ຄູ່ມືແນະນໍາທີ່ຄົບຖ້ວນ ເພື່ອຮັບປະກັນໃຫ້ມີການຜະລິດອາຫານເສີມສໍາລັບເດັກທີ່ມີໂພຊະນາການພຽງພໍໃນທ້ອງຕະຫຼາດ ແລະ ມີການສົ່ງເສີມຢ່າງມີຄວາມຮັບຜິດຊອບ.

ການຊື່ຂາຍຜະລິດຕະພັນອາຫານເສີມສໍາລັບເດັກ ແມ່ນເປັນເລື່ອງປົກກະຕິສໍາລັບການໃຫ້ອາຫານແກ່ເດັກ ນ້ອຍໃນອາຊີຕາ ເວັນອອກສ່ຽງໃຕ້ 79% ຂອງແມ່ທີ່ອາໃສ່ຢູ່ໃນຕົວເມືອງລາຍງານວ່າ: ພວກເຂົາເຈົ້າໃຫ້ອາຫານເຫຼົ່ານີ້ໃຫ້ແກ່ລູກນ້ອຍຂອງ ພວກເຂົາໃນແຕ່ລະມື້ ໃນທົ່ວເຂດອາຊີຕາເວັນອອກສຽງໃຕ້ ການຄ້າ ຂາຍອາຫານເສີມສໍາລັບເດັກໄດ້ເຕີບໂຕຂຶ້ນເຖິງ 45% ໃນໄລຍະ 5 ປີ ທີ່ຜ່ານມາ.

ດ້ານລະບຽບການຄຸ້ມຄອງ ການສຶກສາໄດ້ໃຫ້ຂໍ້ສັງກາດວ່າ ໃນບັນດາ 7 ປະເທດ ແມ່ນບໍ່ມີປະເທດໃດທີ່ມີນະໂຍບາຍແຫ່ງ ຊາດກ່ຽວກັບການລະບຸປະເພດສານອາຫານທີ່ບັນຈຸ ແລະ ສະຫຼາກສິ່ນຄ້າ ໃສ່ໃນກ໋ອງອາຫານເສີມສໍາລັບເດັກທີ່ຜະລິດອອກ ມາຂາຍ ໂດຍອີງຕາມມາດຕະຖານສາກົນ ພົບວ່າຫຼາຍປະເທດບໍ່ມີມາດຕະການ ທີ່ຖືກຕ້ອງຕາມກົດໝາຍເພື່ອຄວບ ຄຸມປະ ລິມານສູງສຸດທີ່ອະນຸຍາດໃຫ້ເພີ່ມນ້ໍາຕານ ຫຼື ເກືອ ໃສ່ໃນອາຫານເສີມ​ສໍາລັບເດັກທີ່ຜະລິດຂາຍຕາມຕະຫຼາດ ປະເທດທີ່ມີ ມາດຕະສ່ວນປະລິມານສູງສຸດຂອງ ນໍ້າຕານ ຫຼື ເກືອ ແມ່ນມັກຈະນໍາໃຊ້ກັບບາງປະເພດເຊັ່ນ: ອາຫານກ໋ອງສໍາເລັດ ຮູບ(Cereal) ຫຼື ຂອງກິນຫຼີ້ນ ແລະ ເຫັນວ່າສັດສ່ວນແມ່ນສູງກວ່າມາດຕະຖານສາກົນ.

ການໄດ້ຮັບນໍ້າຕານຕັ້ງແຕ່ໄວຍັງນ້ອຍສາມາດສົ່ງຜົນໃຫ້ເປັນພະຍາດແຂ້ວແມງ ນໍ້າໜັກເພີ່ມຂຶ້ນ ແລະ ພຶດ ຕິກໍາການກິນທີ່ ບໍ່ດີ ໃນຄະນະດຽວກັນເມື່ອໄດ້ຮັບເກືອໃນປະລິມານທີ່ສູງພາໃຫ້ເປັນຄວາມດັນເລືອດສູງ ເຊິ່ບມີຜົນຕໍ່ການມີອາຍຸຍືນຍາວ.

ນອກນັ້ນຍັງພົບການອ້າງອີງຢ່າງກວ້າງຂວາງ ຕາມຂໍ້ມູນກ່ຽວກັບຕາຕະລາງປະເພດ ແລະ ປະລິມານສານອາຫານທີ່ປະກອບ ຢູ່ໃນຜະລິດຕະພັນເກືອບ 90% ທີ່ໄດ້ຮັບການປະເມີນ ພົບວ່າ: ມີການປະສົມເກືອ ແລະ ໄຂມັນໃນປະລິມານສູງ “ລວມເຖິ່ງ ຈາກທໍາມະຊາດ” “ແຫຼ່ງທີ່ດີຂອງວິຕາມິນ” ແລະ “ບໍ່ມີສ່ວນປະກອບປອມ” ຍິ່ງໄປກວ່ານັ້ນ ໃນປະເທດກໍາປູເຈຍ ຟີລິບປິນ ແລະ ສປປ ລາວ ຜະລິດຕະພັນສ່ວນໃຫຍ່ແມ່ນໃສ່ຊື່ເປັນພາສາອັງກິດເທົ່ານັ້ນ ຫຼື ບໍ່ມີຄໍາອະທິບາຍເປັນພາສາປະຈໍາຊາດ ສິ່ງນີ້ພາໃຫ້ພໍ່ແມ່ມີຂໍ້ຈໍາກັດໃນການໄດ້ຮັບຂໍ້ມູນຂ່າວສານເພື່ອພິຈາລະນາກ່ອນຈະເລືອກຊື້ຜະລິດຕະພັນອາຫານເສີມເພື່ອ ຮັບປະກັນໃຫ້ລູກຫຼານໄດ້ຮັບອາຫານທີ່ມີປະໂຫຍດເພື່ອໂພຊະນາການທີ່ດີຂອງພວກເຂົາ.

UNICEF ແລະ ຮ່ວມງານ ທີ່ເປັນພາຄີໃນການສົ່ງເສີມການໃຫ້ອາຫານເສີມເດັກນ້ອຍ (COMMIT) ຂໍຮຽກຮ້ອງໃຫ້:

  1. ປັບປຸງລະບຽບການຄຸ້ມຄອງຂອງລັດຖະບານເພື່ອການຄ້າຂາຍຜະລິດຕະພັນອາຫານເສີມສໍາລັບເດັກ ລວມເຖິ່ງຂໍ້ຫ້າມ ໃນການເພິ່ມນໍ້າຕານ ແລະ ສານເພີ່ມຄວາມ ຈໍາກັດປະລິມານນໍ້າຕານ ແລະ ເກືອ ແລະ ຫ້ານໂຄສະນາຊວນເຊື່ອ ແລະ ສະຫຼາກສິນຄ້າ.
  2. ລັດຖະບານເຂັ້ມງວດໃນການຕິດຕາມກວດກາ ແລະ ປະຕິບັດຢ່າງຈິງຈັງ ກ່ຽວກັບລະບຽບການຄຸ້ມຄອງການຄ້າຂາຍ ອາຫານເສີມສໍາລັບເດັກນ້ອຍ.
  3. ສົ່ງເສີມສະໜັບສະໜູນໃຫ້ພໍ່ແມ່ເອົາອາຫານທີ່ຫຼາກຫຼາຍໃຫ້ລູກນ້ອຍຂອງເຂົາເຈົ້າກິນ ແລະ ພິຈາ ລະນາໃຫ້ຖີ່ຖ້ວນ ການໂຄສະນາທີ່ບໍ່ຖືກຕ້ອງ ແລະ ກວດເບິ່ງສະຫຼາກສິນຄ້າ.
error: Content is protected !!