ບໍລິສັດ ບູຢອງລາວ ມອບລົດເມ ຈໍານວນ 600 ຄັນ ໃຫ້ແກ່ລັດຖະບານລາວ

    ໃນຕອນບ່າຍ ວັນທີ 13 ທັນວາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດພິທີມອບ-ຮັບລົດເມຊ່ວຍເຫຼືອລ້າ ຈາກບໍລິສັດ ບູຢອງລາວ ຈຳກັດ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຈໍານວນ 600 ຄັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ທ່ານ ຈອງ ຢອງ ຊູ ເອກອັກຄະລັດ ຖະທູດ ສ ເກົາຫຼີ ປະຈຳລາວ ດຣ ລີ ຈຸງ ກຶນ ປະທານກຸ່ມບໍລິສັດ ບູຢອງ ພ້ອມດ້ວຍຜູ້ຕາງໜ້າກະຊວງ ອົງການ ນະຄອນຫຼວງວຽງຈັນ ແລະ ບໍລິສັດທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

    ໂອກາດນີ້ ທ່ານ ອາລຸນໄຊ ສູນນະລາດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຮັບລົດຈໍານວນ600 ຄັນ ເຊິ່ງມອບໂດຍ ດຣ ລີ ຈຸງ ກຶນ ປະທານກຸ່ມບໍລິສັດ ບູຢອງ ແລະ ໂອກາດນີ້ ທ່ານ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ກຸ່ມບໍລິສັດ ບູຢອງ ທີ່ໃຫ້ການຊ່ວຍເຫຼືອມອບລົດຈຳນວນດັ່ງກ່າວ ໃຫ້ແກ່ລັດຖະບານ ກໍຄື ປະຊາຊົນລາວ ໃນຄັ້ງນີ້ ເຊິ່ງລັດຖະບານ ຈະສ້າງແຜນແຈກຢາຍລົດຈໍານວນດັ່ງກ່າວ ໃຫ້ພາກສ່ວນຕ່າງໆ ຕາມຄວາມເໝາະສົມ ແລະ ຖືກເປົ້າໝາຍທີ່ຈະນໍາໃຊ້ຕົວຈິງ, ພ້ອມທັງ ຈະເອົາໃຈໃສ່ການຄຸ້ມຄອງນຳໃຊ້ ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດ ຊາດ ແລະ ປະຊາຊົນລາວ ຈະສືບຕໍ່ພົວພັນຮ່ວມມືກັບ ກຸ່ມບໍລິສັດ ບູຢອງ ເພື່ອເປັນການປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຫຼາຍຂຶ້ນເປັນກ້າວໆ.

    ທ່ານ ດຣ ລີ ຈຸງ ກຶນ ແມ່ນນັກລົງທຶນຈາກ ສ ເກົາຫຼີ ທີ່ໄດ້ມາລົງທຶນຢູ່ ສປປ ລາວ ເປັນເວລາຫຼາຍປີ ເຊິ່ງຕະຫຼອດໄລຍະການລົງທຶນດັ່ງກ່າວ ທ່ານໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງແນວທາງນະໂຍບາຍຂອງພັກ ກົດໝາຍ ລະບຽບການຂອງລັດ ແລະ ປະກອບສ່ວນທຶນຮອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ດ້ວຍຄວາມສະໝັກໃຈ ລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ປີ 2006 ເປັນຕົ້ນມາ ປະມານ 30 ລ້ານກວ່າໂດລາສະຫະລັດ ເປັນຕົ້ນ: ໄດ້ຊ່ວຍສ້າງໂຮງຮຽນປະຖົມ ຈໍານວນ 300 ຫຼັງ ຊ່ວຍເຫຼືອກະດານດຳ ໃຫ້ບັນດາໂຮງຮຽນ ຈຳນວນ 30.000 ແຜ່ນ ຊ່ວຍເຫຼືອເຄື່ອງນຸ່ງຫົ່ມ ແລະ ເກີບ 950 ກວ່າໂຕນ ມອບລົດເມໃຫ້ລັດຖະບານລາວ ຈໍານວນ 600 ຄັນ ແລະ ອື່ນໆ.

    ສະເພາະລົດເມ ຈຳນວນ 600 ຄັນ ທີ່ມອບຊ່ວຍເຫຼືອລ້າໃນຄັ້ງນີ້ ມີມູນຄ່າທັງໝົດ 11.077.200 ໂດລາສະຫະລັດ ໃນນີ້ ປີ 2023 ໄດ້ມອບ ຈໍານວນ 300 ຄັນ ແລະ ສ່ວນທີ່ເຫຼືອ ຈໍານວນ 300 ຄັນ ແມ່ນຈະສືບຕໍ່ນຳມາມອບໃນປີ 2024 ເຊິ່ງຈຸດປະສົງຂອງການມອບລົດດັ່ງກ່າວ ແມ່ນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ປັບປຸງລະບົບການຂົນສົ່ງສາທາລະນະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສ້າງຄວາມສະດວກໃຫ້ນັກຮຽນ ແລະ ປະຊາຊົນໃນການເດີນທາງ ຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວ ປະຢັດພະລັງງານເຊື້ອໄຟ ຫຼຸດຜ່ອນບັນຫາລົດຕິດ ແກ້ໄຂສະພາບການສັນຈອນແອອັດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ.

    ຕໍ່ຜົນງານການປະກອບສ່ວນ ແລະ ຄຸນງາມຄວາມດີດັ່ງກ່າວ ໂດຍອີງຕາມກົດໝາຍ ວ່າດ້ວຍສັນຊາດລາວ ສະບັບເລກທີ 29/ສພຊ ລົງວັນທີ 01 ພະຈິກ 2017 ແລະ ດຳລັດວ່າດ້ວຍພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ສະບັບເລກທີ 279/ລບ ລົງວັນທີ 09 ສິງຫາ 2022 ພັກ-ລັດຖະບານ ແຫ່ງ ສປປ ລາວ ໄດ້ຄົ້ນຄວ້າ, ເຫັນດີຕົກລົງປະ ດັບຫຼຽນ ໄຊພັດທະນາ ຊັ້ນ I ແລະ ອອກຂໍ້ຕົກລົງນາມມະຍົດພົນລະເມືອງກິດຕິມະສັກ ແຫ່ງ ສປປ ລາວ ໃຫ້ທ່ານ ດຣ ລີ ຈຸງ ກຶນ ເຊິ່ງໄດ້ຈັດພິທີຂຶ້ນຢ່າງສົມກຽດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໃຫ້ກຽດປະດັບຫຼຽນ ແລະ ມອບຂໍ້ຕົກລົງ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ໃນພິທີດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນກ່າວບາງຕອນວ່າ: ການຊ່ວຍເຫຼືອຂອງກຸ່ມບໍລິສັດບູຢອງ ເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ. ການປະດັບຫຼຽນໄຊພັດທະນາ ຊັ້ນ I ກໍເປັນຫຼຽນທີ່ສູງສຸດຂອງພັກ ແລະ ລັດຖະບານ ລາວ ແລະ ການມອບ-ຮັບນາມມະຍົດພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ໃຫ້ ດຣ. ລີ ຈຸງ ກຶນ ປະທານກຸ່ມບໍລິສັດ ບູຢອງ ກໍເປັນການຈັດພິທີຄັ້ງທຳອິດ ນັບແຕ່ລັດຖະ ບານ ໄດ້ມີນະໂຍບາຍນີ້ອອກມາ. ໃນນາມສ່ວນ ຕົວ ກໍ່ຄື ຕາງໜ້າໃຫ້ລັດຖະບານ ຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງ ທີ່ທ່ານ ດຣ ລີ ຈຸງ ກຶນ ໄດ້ເປັນພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ໂດຍສະແດງຄວາມເຊື່ອໝັ້ນວ່າ ກຸ່ມບໍລິສັດ ບູຢອງ ກໍຄື ສ່ວນຕົວທ່ານ ດຣ ລີ ຈຸງ ກຶນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສະໜັບສະ ໜູນ ປະກອບສ່ວນດ້ານທຶນຮອນ ເຫື່ອແຮງ ແລະ ສະຕິປັນຍາ ຊ່ວຍພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ຫຼາຍຍິ່ງໆຂຶ້ນ.

    ໂອກາດດຽວກັນ ດຣ ລີ ຈຸງ ກືນ ກໍ່ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ມອບຫຼຽນໄຊພັດທະນາ ຊັ້ນ I ແລະ ນາມມະຍົດພົນລະເມືອງກິດຕິມະສັກ ເຊິ່ງເປັນກຽດສູງສຸດ ໃນຊີວິດຂອງທ່ານເອງ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ: ໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ກົດໝາຍ ລະບຽບການຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ຢ່າງສຸດຄວາມສາມາດ ແລະ ປະກົດຜົນເປັນຮູບປະທຳ ຫຼາຍຂຶ້ນເປັນກ້າວໆ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

error: Content is protected !!