ອາຊີ-ໂປຕາສ ສາກົນ ພ້ອມກັນສ້າງເສັ້ນທາງແຫ່ງຄວາມຈະເຈີນຮຸ່ງເຮືອງ ລະຫວ່າງ ລາວ-ຈີນ

    ກອງປະຊຸມເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ II ໄດ້ຈັດຂຶ້ນໃນວັນທີ 7 ທັນວາ 2023 ຜ່ານມາ ທີ່ນະຄອນຫຼວງວຽງຈັນ ເຊິ່ງເວທີສົນທະນາດັ່ງກ່າວນີ້ ແມ່ນມຸ້ງເນັ້ນໄປທີ່ການຮ່ວມມືກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນໄລຍະ 10 ປີຜ່ານມາ ຈາກແນວຄວາມຄິດສູ່ການປະຕິບັດ ແລະ ຈາກວິໄສທັດສູ່ຄວາມເປັນຈິງ ປຶກສາຫາລືກ່ຽວກັບການຮ່ວມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຍຸດທະສາດການພັດທະນາລະດັບຊາດຂອງລາວ ປຶກສາຫາລືກ່ຽວກັບແຜນການຮ່ວມມື ພັດທະນາລະຫວ່າງ ລາວ-ຈີນ ໃນຖານະເປັນຕົ້ນແບບຂອງການຮ່ວມມື ລາວ-ຈີນ ພາຍໃຕ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ໃນຖານະເປັນຜູ້ນໍາໜ້າດ້ານແຮ່ເກືອໂປຕາສທີ່ເກີດຂຶ້ນໃໝ່ໃນໂລກ ອາຊີ-ໂປຕາສ ສາກົນ ກໍໄດ້ຮັບເຊີນເຂົ້າຮ່ວມງານນີ້ ແລະ ໄດ້ເຜີຍແຜ່ໝາກຜົນສໍາຄັນ “ການສົ່ງ ເສີມໂຄງການເກືອໂປຕາສ 5 ລ້ານໂຕນຕໍ່ປີຂອງລາວ ແລະ ສ້າງເປັນຖານຜະລິດຝຸ່ນໂປຕາສລະດັບໂລກ” ແລະ ຂຶ້ນບັນຍາຍໃນຫົວຂໍ້ “ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ ອາຊີ-ໂປຕາສ ສາກົນ ປະຕິບັດຕົວຈິງໃນການສຶກສາດ້ານເກືອໂປຕາສຂອງລາວ ພ້ອມກັນສ້າງເສັ້ນທາງແຫ່ງຄວາມຈະເຈີນຮຸ່ງ ເຮືອງ ລະຫວ່າງ ລາວ-ຈີນ ”.

    ເວທີສົນທະນາດັ່ງກ່າວ ມີຈຸດມຸ້ງໝາຍເພື່ອດໍາເນີນການຕາມແຜນປະຕິບັດງານຂອງພັກກອມມູນນິດຈີນ ແລະ ພັກປະຊາຊົນປະຕິວັດລາວ ໃນການສ້າງປະຊາຄົມຮ່ວມຊະຕາກໍາລາວ-ຈີນ (2024-2028) ເຊິ່ງລົງນາມໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນຜິງ ປະ ທານປະເທດແຫ່ງ ສປ ຈີນ ໃນການດຳເນີນກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ໄດ້ຈັດຂຶ້ນໃນເດືອນຕຸລາ 2023 ທີ່ຜ່ານມາ ໄດ້ສະແດງ ແລະ ສົ່ງເສີມບົດບາດດີຍິ່ງຕໍ່ຜົນການເປັນແບບຢ່າງໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ສົ່ງເສີມການສ້າງປະຊາຄົມຮ່ວມຊະຕາກໍາມວນມະນຸດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຍິນດີຕໍ່ເວທີສົນທະນາດັ່ງກ່າວ ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ຫວາງ ຊາງ ອຸປະທູດຊົ່ວຄາວ ສະຖານທູດຈີນ ປະຈໍາ ສປປ ລາວ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ຟູ ຫົວ ປະທານສໍານັກຂ່າວຊິນຮົວ ແລະ ທ່ານອື່ນໆ ກໍໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືຮ່ວມກັນກັບຕາງໜ້າຂອງວິສາຫະກິດ ແລະ ຊ່ຽວຊານຫຼາຍໆທ່ານ.

    ທ່ານ ອາຍ ຢຸງຈຸນ ຮອງອໍານວຍການໃຫຍ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທີ່ຂຶ້ນກັບ ອາຊີ-ໂປຕາສ ສາກົນ ໄດ້ກ່າວໃນກອງປະຊຸມວ່າ: ໃນນາມເປັນໂຄງການຝຸ່ນໂປຕາສ ທີ່ມີການຂະຫຍາຍກໍາລັງ ການຜະລິດໄວທີ່ສຸດໃນໂລກ ອາຊີ-ໂປຕາສ ສາກົນ ໄດ້ເປັນຜູ້ບຸກເບີກຂົງເຂດເກືອໂປຕາສ ທີ່ກໍາລັງເຕີບ ໃໝ່ໃນໂລກ ຈົນໄດ້ກາຍເປັນບໍລິສັດທໍາອິດໃນປະເທດລາວ ທີ່ປະສົບຄວາມສໍາເລັດໃນການຜະລິດຝຸ່ນໂປຕາສແບບອຸດສາຫະກໍາ ໃນໄລຍະ 3 ປີຜ່ານມາ ອາຊີ-ໂປຕາສ ສາກົນ ຂະຫຍາຍຕົວຢ່າງວ່ອງໄວ ໂດຍແຕ່ລະປີຈະມີກໍາລັງການຜະລິດເພີ່ມຂຶ້ນ 1 ລ້ານໂຕນ ໄດ້ສ້າງຕໍານານໃນປະຫວັດສາດການພັດທະນາອຸດສາຫະກໍາເກືອໂປຕາສໃນໂລກ ຕໍ່ຈຸດພິເສດຂອງກາຍະພາບແຮ່ເກືອໂປຕາສ ຊະນິດຄານາໄລຂອງລາວ ອາຊີ-ໂປຕາສ ສາກົນ ໄດ້ເອົາຊະນະ ແລະ ແກ້ໄຂບັນຫາເຕັກນິກຕ່າງໆຢ່າງຕໍ່ເນື່ອງ ດ້ານການຂະຫຍາຍກໍາລັງການຜະລິດບໍ່ແຮ່ ອັດຕາສ່ວນເກັບກູ້ໃນການກັ່ນແຍກແບບຟູລອຍ ແລະ ອື່ນໆ ໄດ້ປະກອບສ້າງເປັນຊຸດລິຂະສິດ ແລະ ເຕັກໂນໂລຊີສະເພາະ ເຊິ່ງເປັນການວາງຮາກຖານສະໜັບສະໜູນທາງເຕັກນິກ ທີ່ເຂັ້ມແຂງສໍາລັບການຜະລິດຂະໜາດໃຫຍ່.

    ໃນຖານະທີ່ເປັນວິສາຫະກິດຈີນທີ່ລົງທຶນໃນລາວ ອາຊີ-ໂປຕາສ ສາກົນ ໄດ້ຮັບການສະໜັບສະໜູນຂອງລັດຖະບານ ສປປ ລາວ ແລະ ປະຊາຊົນລາວ ແຕ່ໃດມາຍຶດໝັ້ນນໍາເອົາໝາກຜົນຂອງການພັດທະ ນາວິສາຫະກິດມາຄືນສູ່ສັງຄົມລາວ ໂດຍຜ່ານການຈັດຕັ້ງກອງທຶນການສຶກສາ ກອງທຶນອຸດໜູນຊ່ວຍເຫຼືອວຽກງານປ້ອງກັນຄວາມສະຫງົບ ການກໍ່ສ້າງໂຮງຮຽນປະຖົມແຫ່ງຄວາມຫວັງ ການຊ່ວຍເຫຼືອສ້າງເສັ້ນ ທາງ ແລະ ຂົວ ແລະ ການເຄື່ອນໄຫວວຽກງານສັງຄົມອື່ນໆ ອາຊີ-ໂປຕາສ ສາກົນ ສະໜັບສະໜູນການພັດທະນາວຽກງານການສຶກສາ ການປ້ອງກັນຄວາມສະຫງົບ ວັດທະນະທໍາ ແລະ ອື່ນໆຂອງລາວ ພ້ອມທັງ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ ​ແລະ ​ຮັບ​ຮູ້​ຈາກ​ລັດຖະບານ​ ແລະ ປະຊາຊົນລາວ ແລະ ຖືກຂະໜານນາມວ່າ​ ແມ່ນ​ໂຄງການ​ເຊື່ອມໂຍງຈິດໃຈປະຊາຊົນ ພາຍໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​​ ໜຶ່ງ​ເສັ້ນທາງ”.

 ຂ່າວ-ໂຄສະນາ ຊີລິການດາ 

error: Content is protected !!