ປີຜ່ານມາມູນຄ່າການຄ້າ ລາວ-ອົດສະຕຣາລີ ບັນລຸ  456 ລ້ານກວ່າໂດລາ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບປະ ແລະ ອໍາລາໜ້າ ທີ່ຂອງ ທ່ານ ພໍ ແຄລີ (Paul Kelly) ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໃນວັນທີ 14 ທັນວາ 2023 ຢູ່ກະ ຊວງອຸດສາຫະກໍາ ແລະ ການຄ້າ.

ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງໃນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນສອງຝ່າຍໃນໄລຍະຜ່ານມາ ພ້ອມຍົກໃຫ້ເຫັນການພົວພັນການຄ້າ ລະຫວ່າງ ລາວ ແລະ ອົດສະຕຣາລີ ໃນໄລຍະຜ່ານມາ ແມ່ນຈັດຕັ້ງປະຕິບັດຕາມຂອບສັນສັນຍາການຄ້າເສລີ ລະຫວ່າງ ອາຊຽນ ແລະ ອົດສະຕຣາລີ-ນູແວນ ເຊລັງ (ASEAN-Australia-New Zealand Free Trade Agreement-AANZFTA) ສິດທິພິເສດທາງການຄ້າ ທີ່ອົດສະ ຕຣາລີ ໃຫ້ແກ່ບັນດາປະເທດດ້ອຍພັດທະນາ (GSP) ແລະ ຂອບການຮ່ວມມື RCEP ແລະ ຂໍອວຍພອນໃຫ້ທ່ານຈົ່ງປະສົບ ຜົນສໍາເລັດໃນການ​ປະຕິບັດ​ຫນ້າທີ່ວຽກງານ​ໃຫ່ມ ແລະ ເດີນທາງກັບບ້ານດ້ວຍຄວາມສະຫວັດດີພາບ.

ຂໍ້ມູນການຄ້າ ລາວ-ອົດສະຕຣາລີ ໃຫ້ຮູ້ຕື່ມວ່າ ໃນປີ 2022 ມູນຄ່າການຄ້າ ລະ​ຫວ່າງ​ສອງ​ປະ​ເທດບັນລຸ 456.178.874 ໂດ ລາສະຫະລັດ ໃນນັ້ນ ການສົ່ງອອກ 395.125.111 ໂດລາ  ແລະ ການນໍາເຂົ້າ 61.049.763 ໂດລາ ເພີ່ມຂຶ້ນຈາກປີ 2021 ເທົ່າກັບ 10,6% ເຊິ່ງສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້າຈາກອົດສະຕຣາລີ ໃນປີ 2022 ປະກອບມີ: ຖ່ານຫີນ ລິກໄນ ອຸປະກອນ ກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ ແວ່ນ ໂສ້) ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ເຫຼັກກ້າ ແລະ ຜະລິດຕະພັນທາງເຄມີ.

ສ່ວນສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກອົດສະຕຣາລີ ໃນປີ 2022 ປະກອບມີ: ຄຳປະສົມ ຄຳແທ່ງ ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ເຄື່ອງນຸ່ງຫົ່ມ ເກີບ ໄມ້ອັດ ການເຟ (ບໍ່ທັນປຸງແຕ່ງ) ເຂົ້າ ແລະ ອື່ນໆ.

ນັບແຕ່ປີ 2008 ຮອດປັດຈຸບັນ ເຫັນວ່າການລົງທຶນຂອງອົດສະຕຣາລີ ໃນ ສປປ ລາວ (ໂດຍສະເພາະຂະແໜງກິດຈະການ ທົ່ວໄປບໍ່ກວມເອົາຂົງເຂດເສດຖະກິດພິເສດ ແລະ ເຂດສໍາປະທານ) ມີຈໍານວນວິສາຫະກິດທັງໝົດ 96 ຫົວໜ່ວຍ ແລະ ມີມູນຄ່າການລົງທຶນ 4.277,77 ລ້ານໂດລາ ກວມເອົາ 4,6% ຂອງມູນຄ່າການລົງທຶນທັງໝົດໃນ ສປປ ລາວ ແລະ ຈັດເປັນ ຕ່າງປະເທດທີ່ມີມູນຄ່າການລົງທຶນ ໃນ ສປປ ລາວ ຫຼາຍສຸດເປັນອັນດັບທີ 2 ຮອງຈາກ ສປ ຈີນ.

ຂະແໜງທີ່ມີການລົງທຶນຫຼາຍສຸດແມ່ນ ການເຄື່ອນໄຫວດ້ານສາຍວິຊາຊີບ ວິທະຍາສາດ-ເຕັກນິກ ມີມູນຄ່າ 4.002,58 ລ້ານໂດລາ ຫຼື ກວມເອົາ 93,6% ຂອງມູນຄ່າການລົງທຶນໃນທຸກຂະແໜງການ ຮອງລົງມາແມ່ນຂະແໜງການກໍ່ສ້າງ ມູນຄ່າ 122,06 ລ້ານໂດລາ ກວມເອົາ 2,9% ແລະ ຂະແໜງອຸດສາຫະກໍາບໍ່ແຮ່ ແລະ ການຂຸດຄົ້ນ ມູນຄ່າ 57,65 ລ້ານໂດລາ ກວມເອົາ 1,3%.

error: Content is protected !!