ສ່ວຍສາອາກອນ ສາມາດເກັບລາຍຮັບໄດ້ 25.238 ຕື້ກີບ ເທົ່າກັບ 110% ຂອງແຜນການປີ 2023

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຈັດຂຶ້ນວັນທີ 14-15 ທັນວາ 2023 ຢູ່ກົມສ່ວຍສາອາກອນ ກະ​ຊວງ​ການ​ເງິນ ໂດຍມີທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າ ກົມສ່ວຍສາອາກອນ ກະຊວງການເງິນ ມີບັນດາຄະນະກົມ ບັນດາຫົວໜ້າພະແນກ ຄະນະພະແນກ ບັນດາຫົວໜ້າສ່ວຍສາ ອາກອນປະຈຳແຂວງ ນະຄອນຫຼວງ ສ່ວຍສາອາກອນປະຈຳ ເມືອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ບຸນປະເສີດ ສີກຸນລະບຸດ ກ່າວວ່າ: ມື້ນີ້ເປັນມື້ທີ່ມີຄວາມໝາຍສໍາຄັນ ຂອງຂະແໜງສ່ວຍສາອາກອນ ທີ່ ພວກເຮົາໄດ້ພ້ອມກັນເຕົ້າໂຮມກັນ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈຳປີ 2023 ແລະ ທິດທາງແຜນການປີ 2024 ໃນໄລຍະ 1 ປີທີ່ຜ່ານມາ ເຊິ່ງເປັນປີທີ່ຂຸ້ນຂ້ຽວໃນການຈັດຕັ້ງປະຕິບັດວຽກງານ ແລະ ມີຫຼາຍ ເຫດການສະພາບເສດຖະກິດມີຜົນກະທົບຕໍ່ການຈັດຕັ້ງປະຕິ ບັດການເກັບລາຍຮັບຂອງພວກເຮົາ ແຕ່ໃນໄລຍະ 1 ປີ ທີ່ຜ່ານ ມານີ້ ພວກເຮົາກໍໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ທ່າມກາງການຈັດຕັ້ງປະຕິບັດຄຳສັ່ງເລກທີ 18 ແລະ ເປັນປີສຸດ ທ້າຍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພ້ອມທັງ ສຸມໃສ່ບັນດາມະຕິຄຳສັ່ງຂອງຂັ້ນເທິງ ແຜນພັດທະນາຂະແໜງສ່ວຍສາອາກອນ ແຕ່ປີ 2021-2025 ແລະ ແຜນພັດທະນາ ເສດຖະ ກິດ-ສັງຄົມແຫ່ງລັດ 5 ປີ.

ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ  ແລະ ເນື້ອໃນກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ III ໃຫ້ປະກົດຜົນເປັນຈິງນັ້ນ  ຂະແໜງສ່ວຍສາອາກອນ ເປັນແຂງແໜງ ຈັດເກັບລາຍຮັບຫຼັກເຂົ້າງົບປະມານແຫ່ງລັດ ໄດ້ເພີ່ມທະວີຄວາມເປັນເຈົ້າການໃນໜ້າທີ່ການເມືອງ ສ້າງຄວາມເຂັ້ມແຂງໃຫ້ ແກ່ລະບົບການເງິນແຫ່ງລັດ ສະນັ້ນ ໃນໄລຍະ 1 ປີ ທີ່ຜ່ານມານີ້ ເຖິງວ່າພວກເຮົາຈະໄດ້ຮັບຜົນກະທົບຢ່າງໜັກທາງດ້ານເສດ ຖະກິດ ໂດຍສະເພາະການຜັນຜວນຂອງອັດຕາແລກປ່ຽນ ແລະ ໄພເງິນເຟີ້ເພີ່ມຂຶ້ນຢ່າງສູງ ການຂາດເງິນຕາຕ່າງປະເທດ ໃນ ການນຳເຂົ້ານໍ້າມັນເຊື້ອໄຟ ເພື່ອສະໜອງໃຫ້ແກ່ສັງຄົມບາງໄລຍະບໍ່ພຽງພໍ ແຕ່ບັນດາສ່ວຍສາອາກອນປະຈຳແຂວງ ນະຄອນ ຫຼວງ ບັນດາເມືອງ ລວມທັງກົມສ່ວຍສາອາກອນ ພວກເຮົາໄດ້ສຸມໃສ່ການຈັດຕັ້ງປະຕິບັດວຽກງານຢ່າງໜັກໜ່ວງ ແລະ ດ້ວຍ ຄວາມຮັບຜິດຊອບສູງ.

ສະນັ້ນ ຈຶ່ງເຮັດໃຫ້ພວກເຮົາສາມາດສູ້ຊົນບັນລຸຕາມແຜນການປີ 2023 ເຫັນໄດ້ວ່າລາຍຮັບຮອດວັນທີ 12 ທັນວາ 2023 ສາມາດເກັບລາຍຮັບໄດ້ທັງຫມົດ 25.238 ຕື້ກີບ ເທົ່າກັບ 110% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 22% ເປັນເງິນ 4.521 ຕື້ກີບ ໃນ​ນັ້ນ ລາຍຮັບສ່ວຍສາອາກອນ ສາມາດເກັບໄດ້ 16.958 ຕື້ກີບ ເທົ່າກັບ 98% ຂອງ ແຜນການປີ ທຽບໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 21% ເປັນເງິນ 2.921 ຕື້ກີບ ລາຍຮັບຊັບສິນ ເກັບໄດ້ 6.973 ຕື້ກີບ ເທົ່າກັບ 162% ຂອງແຜນການປີ ທຽບໄລຍະດຽວກັນຂອງປິຜ່ານມາ ເພີ່ມຂຶ້ນ 44% ເປັນເງິນ 2.143 ຕື້ກີບ ແລະ ລາຍຮັບ ຈາກກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ເກັບໄດ້ 1.306 ຕື້ກີບ ເທົ່າກັບ 112% ຂອງແຜນການປີ ທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 29,4% ເປັນເງິນ 543 ຕື້ກີບ.

ການເກັບການລາຍຮັບປະຈໍາປີ 2023 ສາມາດຍາດໄດ້ຜົນສໍາເລັດໃນລະດັບດັ່ງກ່າວ ຍ້ອນຄະນະພັກ-ຄະນະນໍາກະຊວງການ ເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຂະແໜງສ່ວຍສາອາກອນ ເວົ້າລວມ ເວົ້າສະເພາະ ກໍແມ່ນພະນັກງານສ່ວຍສາອາກອນທົ່ວສູນ ກາງ ແຂວງ ແລະ ບັນດາເມືອງ ໃນຂອບເຂດທົ່ວປະເທດຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ພວກເຮົາໄດ້ພ້ອມກັນ ເປັນກຳລັງແຮງໃນການຈັດຕັ້ງປະຕິບັດວຽກງານ ແລະ ສຸມໃສ່ຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງຕ່າງໆ.

ຄຽງຄູ່ກັບຜົນສຳເລັດທີ່ພວກເຮົາໄດ້ຈັດຕັ້ງປະຕິບັດ ໃນ 1​ ປີ ທີ່ຜ່ານມານີ້ ເຫັນວ່າຍັງມີຫຼາຍວຽກທີ່ພວກເຮົາຕ້ອງໄດ້ສືບ ຕໍ່ໃນການຈັດຕັ້ງປະຕິບັດໃຫ້ສຳເລັດຜົນຕາມແຜນການ ເປັນຕົ້ນແມ່ນບັນດາວຽກງານທີ່ຕິດພັນກັບການເກັບລາຍຮັບ ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ແກ່ຄະນະພັກ-ຄະນະນໍາກົມສ່ວຍສາອາກອນ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມໃນມື້ນີ້ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນເອງ ເພື່ອຕີລາຄາແຕ່ລະບັນ ຫາທີ່ເປັນຂໍ້ຄົງຄ້າງ ທີ່ຕິດພັນກັບກາຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງພວກເຮົາ ເພື່ອໃຫ້ກອງປະຊຸມໃນຄັ້ງນີ້ ປະ ສົບຜົນສໍາເລັດດ້ວຍໝາກຜົນອັນຈົບງາມ. 

error: Content is protected !!