ສະຫຼອງຜົນສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາ

    ກະຊວງສຶກສາທິການ ແລະ ກີລາ ແລະ ລັດຖະບານອົດສະຕຣາລີ ສະເຫຼີມສະຫຼອງຜົນສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາ ໃນວັນທີ 14 ທັນວາ 2023 ທີ່ໂຮງແຮມແລນມາກ ໂດຍເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍ ພະນະທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ມີທ່ານ ນາງ ມິແຊວ ເອົ້າລໍ ອຸປະທູດ ສະຫະລັດອາເມຣິກາ ປະຈໍາລາວ ທ່ານ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາລາວ ທ່ານ ໂຕຊິໂອ ນາກາເຊ ຫົວໜ້າຫ້ອງການຜູ້ຕ່າງໜ້າອົງການ JICA ພ້ອມດ້ວຍຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກີລາ ຈາກ 18 ແຂວງ ຈາກວິທະຍາໄລຄູ 8 ແຫ່ງ ຜູ້ຕາງໜ້າຈາກບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ເດືອນກັນຍາປີນີ້ ຫຼັກສູດຂັ້ນ ປ5 ໄດ້ສຳເລັດການປັບປຸງ ໂຮງຮຽນຊັ້ນປະຖົມສຶກສາທັງໝົດທົ່ວປະ ເທດ ໄດ້ນຳໃຊ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ພ້ອມທັງປຶ້ມແບບຮຽນ ແລະ ສື່ການຮຽນການສອນທີ່ປັບປຸງໃໝ່ ຫຼັກສູດສະບັບປັບປຸງໃໝ່ ໄດ້ຮັບຮອງເອົາວິທີການສອນແບບໃໝ່ ທີ່ອຳນວຍຄວາມສະ ດວກໃຫ້ນັກຮຽນມີສ່ວນຮ່ວມໃນການຮຽນຫຼາຍຂຶ້ນ ນັກຮຽນໄດ້ຮຽນຮູ້ໂດຍການປະກອບສ່ວນໃນກິດຈະກຳການຮຽນໃນຫ້ອງຮຽນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີສ່ວນຮ່ວມນຳໃຊ້ອຸປະກອນການຮຽນ ແລະ ການທົດລອງໂດຍຜ່ານກິດຈະກໍາ ຄູໄດ້ນຳໃຊ້ວິທີການສອນແບບໃໝ່ທີ່ ເນັ້ນໃສ່ເອົານັກຮຽນເປັນໃຈກາງ ໂດຍເນັ້ນໃສ່ການຮຽນຮູ້ດ້ວຍການປະຕິບັດຕົວຈິງ ແລະ ນຳໃຊ້ຄວາມຮູ້ໃນຊີວິດປະຈຳວັນ.

    ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການປັບປຸງຫຼັກສູດເປັນໜ້າວຽກໃຫຍ່ ແລະ ບໍ່ສາມາດຢຸດພັກໄດ້ ເຖິງແມ່ນວ່າຈະຢູ່ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຈຳກັດການເດີນທາງສອງຄັ້ງກໍ່ຕາມ ການປະຕິບັດຫຼັກສູດສະບັບປັບປຸງໃໝ່ ໃນທົ່ວປະເທດແມ່ນຜົນສຳເລັດອັນສຳຄັນ ເພື່ອແນໃສ່ຍົກສູງຄຸນນະພາບການສຶກສາ ຢູ່ໃນ ສປປ ລາວ ແລະ ເປັນບຸລິມະສິດຂອງແຜນພັດທະນາຂະ     ແໜງການສຶກສາທິການ ແລະ ກີລາ ຄັ້ງທີ 8 ແລະ ຄັ້ງທີ 9 ການປັບປຸງຫຼັກສູດຊັ້ນປະຖົມສຶກສາຂອງ ສປປ ລາວ ໃຫ້ທັນກັບສະພາບການ ເປັນສິ່ງຈຳເປັນຂັ້ນພື້ນຖານໃນການປັບປຸງຄຸນນະພາບການສຶກສາ ເຊິ່ງໄດ້ສົ່ງຜົນກະທົບອັນດີຕໍ່ການປັບປຸງຫຼັກສູດສ້າງຄູປະຖົມ ແລະ ມາດຕະຖານການສອນແຫ່ງຊາດ ການສະໜັບສະໜູນທີ່ແທດເໝາະກັບບົດບາດໜ້າທີ່ຂອງຄູ ແມ່ນບາດກ້າວສຳຄັນ ໃນການສ້າງກຳລັງແຮງງານທີ່ມີຄວາມສາມາດ ໂດຍຜ່ານລະບົບການສຶກສາທີ່ມີປະສິດທິພາບ ປະຊາກອນທີ່ມີຄວາມຮູ້ຄວາມສາມາດແມ່ນມີຄວາມສໍາຄັນ ໃນການປະກອບສ່ວນເພື່ອບັນລຸເປົ້າໝາຍໃນການຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ຂອງ ສປປ ລາວ ແລະ ບັນລຸເປົ້າໝາຍໃນການພັດທະນາເສດຖະກິດໃຫ້ຮຸ່ງເຮືອງໃນໄລຍະຍາວ.

    ທ່ານໄດ້ເນັ້ນໜັກວ່າ: ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແມ່ນສະແດງໃຫ້ເຫັນເຖິງການປ່ຽນ ແປງອັນໃຫຍ່ຫຼວງ ແລະ ຜົນສຳເລັດຂອງການປະຕິບັດຫຼັກສູດໃໝ່ນີ້ ຮຽກຮ້ອງໃຫ້ຕ້ອງມີຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຈາກທຸກພາກສ່ວນ ຕັ້ງແຕ່ລະດັບສູນກາງຈົນເຖິງລະດັບໂຮງຮຽນ ສະນັ້ນ ວຽກທີ່ສຳຄັນທີ່ສຸດແມ່ນຫາກໍ່ໄດ້ເລີ່ມຕົ້ນຂຶ້ນ ຄອບຄົວ ແລະ ຊຸມຊົນກໍ່ມີບົດບາດສໍາຄັນໃນວຽກງານດັ່ງກ່າວນີ້ ຄູຕ້ອງການການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອປັບຕົວໃຫ້ລຶ້ງເຄີຍກັບວິທີການຮຽນ-ການສອນແບບໃໝ່ຢ່າງຄົບຖ້ວນ ລັດຖະບານອົດສະຕຣາລີ ແລະ ອົງການ USAID ຈະສືບຕໍ່ໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກີລາ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄລຍະທີ 2.

    ທ່ານ ໂພລ ແຄລີ ໄດ້ກ່າວວ່າ: ການສຶກສາແມ່ນບຸລິມະສິດສູງສຸດຂອງລັດຖະບານອົດສະຕຣາລີ ໃນ ສປປ ລາວ ແລະ ເປັນການລົງທຶນອັນສຳຄັນໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໄປສູ່ການເຕີບໂຕທາງດ້ານເສດຖະກິດຢ່າງເທົ່າທຽມ ເປົ້າໝາຍຂອງພວກເຮົາແມ່ນເພື່ອໃຫ້ເດັກນ້ອຍໃນເກນອາຍຸເຂົ້າຮຽນຊັ້ນປະຖົມ ໃນ ສປປ ລາວ ໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ ມີຄວາມຫ້າວຫັນປະກອບສ່ວນໃນການຮຽນຫຼາຍຂຶ້ນ ແລະ ມີຜົນການຮຽນທີ່ດີຂຶ້ນ ໂດຍການຮ່ວມມືກັບລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາອື່ນໆ.

    ທ່ານ ໂພລ ແຄລີ ໄດ້ເນັ້ນໜັກວ່າ: ຈຸດສຸມຂອງພວກເຮົາໃນໄລຍະທີສອງຂອງແຜນງານບີຄວາ ແມ່ນເນັ້ນໜັກກ່ຽວກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການເຊື່ອມສານບັນດາຫຼັກການດ້ານການສຶກສາຮຽນຮ່ວມເຂົ້າໃນວຽກງານດັ່ງກ່າວ ການສະໜອງການເຝິກອົບຮົມທີ່ມີຄຸນນະພາບໃຫ້ແກ່ຄູ ແລະ ການສະໜັບສະໜູນວິຊາຊີບຄູແບບຕໍ່ເນື່ອງ ແມ່ນເປັນສິ່ງຈຳເປັນເພື່ອຮັບປະກັນໃຫ້ຄູສາມາດປະຕິບັດຫຼັກສູດ ແລະ ນຳມາສອນໃນຫ້ອງຮຽນຢ່າງປະສົບຜົນສຳເລັດ ທັງໝົດນັ້ນ ການຮຽນຄວນໃຫ້ມີຄວາມມ່ວນຊື່ນ.

    ໂອກາດດັ່ງກ່າວ ກອງປະຊຸມຍັງໄດ້ຮັບຟັງຄຳເຫັນຈາກຄະນະຜູ້ຊ່ຽວຊານກ່ຽວກັບ ວິທີການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດ ຄູ 3 ທ່ານ ໄດ້ແບ່ງປັນຄຳຄິດເຫັນກ່ຽວກັບການນຳໃຊ້ຫຼັກສູດໃໝ່ ພ້ອມທັງມີການສາທິດການຮຽນ-ການສອນດ້ວຍຫຼັກສູດໃໝ່ ໃນວາລະສຸດທ້າຍຂອງງານ ພ້ອມນັ້ນບັນດາແຂກທີ່ເຂົ້າຮ່ວມໄດ້ຢ້ຽມຢາມການວາງສະແດງສື່ການຮຽນ-ການສອນທີ່ໄດ້ພັດທະນາໃນຫຼັກສູດສະບັບປັບປຸງໃໝ່.

error: Content is protected !!