ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງແຫ່ງ ການກ້າວ ຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ

ສະພາທິດສະດີສູນກາງພັກ ຄະນະຮັບຜິດຊອບການຄົ້ນຄວ້າ ແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສຳມະນາວິ ທະຍາສາດລະດັບຊາດ ຂຶ້ນໃນວັນທີ 12 ທັນວາ 2023 ທີ່ສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດ ພາຍໃຕ້ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງແຫ່ງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ” ໃຫ້ກຽດເປັນປະ ທານຊີ້ນຳກອງປະຊຸມໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ໃຫ້ ກຽດເປັນຄະນະປະທານຮ່ວມມີ ສະຫາຍ ສົມສະຫວາດ ເລັ່ງສະ ຫວັດ ທີ່ປຶກສາສະພາທິດສະດີສູນ ກາງພັກ ທີ່ປຶກສາ ຄະນະຮັບຜິດ ຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮອງປະທານ ຜູ້ປະຈໍາການສະພາທິດສະດີສູນກາງພັກ ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະ ຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ຮອງປະ ທານສະພາທິດສະດີສູນກາງພັກ ຮອງຫົວໜ້າຄະນະ ຜູ້ປະຈຳການຄະ ນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກ ສອນ ພົມວິຫານ ມີພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມສຳມະນາຄັ້ງນີ້ ເພື່ອສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ທັງເປັນ ການສ້າງຂະບວນການສະ ເຫຼີມ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແລະ ສະເຫຼີມ ສະຫຼອງຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ຄ້າຍວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສໍາຄັນຕ່າງໆຂອງພັກຂອງຊາດ.

ໃນກອງປະຊຸມສຳມະນາ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ເນັ້ນໜັກວ່າ: ກອງປະຊຸມສຳ ມະນາວິທະຍາສາດລະດັບຊາດ ພາຍ ໃຕ້ຫົວຂໍ້ “ແນວຄິດ ໄກສອນ ພົມວິຫານກ່ຽວກັບເສັ້ນທາງແຫ່ງ ການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ” ໃນເທື່ອນີ້ ມີ ຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາ ຈະເປັນການປະກອບສ່ວນເຂົ້າໃນວຽກງານສະຫຼຸບທິດສະດີ ແລະ ພຶດ ຕິກຳຂອງພັກເຮົາ ເພື່ອເປັນພື້ນຖານຮັບໃຊ້ການປັບປຸງບູລະນະແນວທາງ ແຜນນະໂຍບາຍຂອງພັກ ນະໂຍບາຍກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ແລະ ລວມທັງການສືບຕໍ່ສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕປະຊາຊົນຕາມ ທິດກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາເທື່ອລະກ້າວ.

ເນື້ອໃນບົດນຳກອງປະຊຸມສຳ ມະນາສະເໜີໂດຍ ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ຍົກໃຫ້ເຫັນຈຸດ ປະສົງ ແລະ ທາດແທ້ສັງ ຄົມນິຍົມ ຢູ່ປະເທດເຮົາ ນັບທັງໃນໄລຍະ ການປະຕິວັດຊາດ-ປະຊາທິປະໄຕ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ແມ່ນແນວ ຄິດແຫ່ງການຕໍ່ສູ້ປະຕິວັດອັນໜັກແໜ້ນ ບໍ່ມີຍາມໃດຈະຫວັ່ນ ໄຫວ ຄອນແຄນ ເພື່ອບັນລຸຈຸດ ໝາຍ ອຸດົມຄະຕິ ຄື: ສ້າງສັງຄົມໜຶ່ງທີ່ ທຸກຄົນໄດ້ຮັບການປົດປ່ອຍ ປະຊາຊົນຜູ້ອອກແຮງງານໄດ້ເປັນ ເຈົ້າປະເທດຊາດມີເສດຖະ ກິດ ທີ່ຂະຫຍາຍຕົວສູງ ມີວັດທະນະ ທໍາອັນກ້າວໜ້າ ແລະ ອຸດົມຮັ່ງມີ ດ້ວຍສີສັນຂອງຊາດ ທຸກຄົນມີ ຄວາມຢູ່ດີ ກິນດີ ມີອິດສະຫຼະພາບ ມີຄວາມສຸກ ແລະ ມີເງື່ອນ ໄຂພັດທະນາຕົນເອງຢ່າງຮອບດ້ານ ມີຄວາມຍຸຕິທໍາໃນສັງຄົມ ແລະ ປະຊາທິ ປະໄຕ.

ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການນຳສະເໜີ 8 ຫົວຂໍ້ຍ່ອຍ ເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບທາດແທ້ ແລະ ຈຸດພິເສດ ຂອງສັງຄົມນິຍົມ ຢູ່ປະເທດເຮົາ ແນວຄິດໄກສອນ ພົມວິຫານ ກ່ຽວກັບໄລຍະຂ້າມຜ່ານກ້າວຂຶ້ນ ສັງຄົມນິຍົມ ຢູ່ປະເທດເຮົາ ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການນໍາພາຂອງພັກ ແມ່ນປັດໄຈ ຕັດສິນຂອງການປະຕິວັດສັງຄົມ ນິຍົມ ຢູ່ປະເທດເຮົາ ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງ ລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອະຊາຊົນ ແນວຄິດໄກສອນ ພົມວິຫານ ກ່ຽວກັບການ ປະຕິວັດສັງຄົມນິຍົມ ແມ່ນການດໍາເນີນການປະຕິວັດການພົວພັນການຜະລິດ ວິທະຍາສາດ-ເຕັກນິກ ແລະ ແນວຄິດ-ວັດທະນະທໍາ ແນວຄິດໄກສອນ ພົມວິຫານ ກ່ຽວກັບສ້າງຄົນໃໝ່ສັງຄົມນິຍົມ ຢູ່ປະ ເທດເຮົາ ແນວຄິດໄກສອນ ພົມວິຫານ ກ່ຽວກັບເສີມຂະຫຍາຍກໍາລັງແຮງສັງລວມ ຂອງລະບອບໃໝ່ເຂົ້າໃນການປະຕິວັດ ສັງຄົມນິຍົມ ຢູ່ປະເທດເຮົາ ແນວຄິດໄກສອນ ພົມວິຫານ ກ່ຽວກັບສົມທົບແໜ້ນນໍ້າໃຈຮັກ ຊາດອັນດູດດື່ມກັບນໍ້າໃຈສາກົນ ກໍາມາຊີບອັນແທ້ຈິງໃນການກ້າວຂຶ້ນ ສັງຄົມນິຍົມຢູ່ປະເທດເຮົາ.

ໃນຕອນທ້າຍ ກອງປະຊຸມໄດ້ ຮັບຟັງການສະຫຼຸບລາຍງານຜົນ ຂອງກອງປະຊຸມໂດຍ ສະຫາຍ ສອນທະນູ ທຳມະວົງ ໄດ້ຕີລາ ຜົນ ໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະຍາ ສາດໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຈະແຈ້ງ ກ່ຽວກັບແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງແຫ່ງ ການກ້າວຂຶ້ນສັງຄົມນິຍົມ ຢູ່ປະ ເທດເຮົາ ແລະ ໄດ້ເນັ້ນໜັກວ່າ: ກ່ອນອື່ນໝົດ ແມ່ນຕ້ອງສືບຕໍ່ຢຶດ ໝັ້ນຈຸດໝາຍສັັງຄົມນິຍົມຂອງ ພັກປະຊາຊົນປະຕິວັດລາວ ໂດຍການຄົ້ນຄວ້າ ໝູນໃຊ້ ແລະ ເສີມຂະຫຍາຍລັດທິມາກ-ເລ ນິນ ກ່ຽວກັບໄລຍະຂ້າມຜ່ານກ້າວຂຶ້ນ ສັງຄົມນິຍົມ ສ້າງບັນດາປະຖົມປັດໄຈເພື່ອກ້າວຂຶ້ນສັງ ຄົມນິຍົມເທື່ອລະກ້າວ ຕາມ ແນວຄິດໄກສອນ ພົມວິຫານ.

error: Content is protected !!