ວັດລ້ອງຄູນ ສີຄູນນາຣາມ ບ້ານຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ ຈັດງານບຸນກະຖິນສາມັກຄີປະຈຳປີ 2023 ເຊິ່ງເຈົ້າສັດທາເຄົ້ານຳໂດຍ ແມ່ບົວພັນ ດວງເດືອນ ເຈົ້າຂອງຮ້ານຂາຍຢາໃນຕົວເມືອງຫຼວງພະບາງ ແລະ ມີຕົວແທນຈາກປະເທດໄທ ໃນນາມບໍລິສັດ ຫຼວງພະບາງພາວເວີ ຈຳກັດ ເປັນເຈົ້າພາບຮ່ວມໃນປີນີ້ ເພື່ອບູລະນະປະຕິສັງຂອນ ວັດລ້ອງຄູນ ທັງສິມ ສາລາປະຕິບັດທຳ ຖາວອນວັດຖຸ ເຊິ່ງເປັນໂອກາດອັນດີທີ່ພຸດທະສາສະນິກະຊົນທັງຊາວລາວ ແລະ ຊາວໄທ ໄດ້ເປັນສ່ວນໜຶ່ງໃນການບູລະນະວັດມໍລະດົກໂລກໃຫ້ຄົງຢູ່ຢ່າງງົດງາມ ເປັນໄປຕາມແບບ ແລະ ຫຼັກເກນຂອງອົງການສະຫະປະຊາຊາດ ຫຼື UNESCO ນອກຈາກນີ້ ຍັງມີສ່ວນຮ່ວມໃນການສືບທອດພະພຸດສາສະໜາຜ່ານພິທີກະຖິນບູຮານ ລວມທັງສະໜັບສະໜູນໃຫ້ມີການອະນຸຮັກວັດທະນະທຳປະເພນີພາຍໃນເມືອງຫຼວງພະບາງໃຫ້ຄົງຢູ່ຢ່າງຍືນຍົງສືບໄປເມື່ອຕົ້ນເດືອນພະຈິກ 2023 ທີ່ຜ່ານມາ.

ສາທຸ ສົມບັດ ສັມປັນໂນ ເຈົ້າອະທິການວັດລ້ອງຄູນ ສີຄູນນາຣາມ ກ່າວວ່າ: ວັດລ້ອງຄູນເປັນພຸດທະບູຮານສະຖານ ແລະ ເປັນໜຶ່ງໃນວັດມໍລະດົກໂລກຂອງເມືອງຫຼວງພະບາງທີ່ຊາວລາວຕ່າງພາກພູມໃຈ ເຊິ່ງວັດມີຄວາມຜູກພັນກັບປະຫວັດສາດລາວມາຍາວນານ ໂດຍຄະນະສົງພ້ອມດ້ວຍຍາດໂຍມມີຄວາມມຸ່ງໝັ້ນຕັ້ງໃຈທີ່ຈະພັດທະນາວັດລ້ອງຄູນ ໃຫ້ເປັນພຸດທະບູຮານສະຖານທີ່ງົດງາມ ເລີ່ມບູລະນະຕັ້ງແຕ່ປີ 2022 ແລະ ກຳລັງຂະຫຍາຍເນື້ອທີ່ພາຍໃນວັດທັງສາສະໜາສະຖານ ແລະ ຖາວອນວັດຖຸ ຜ່ານການຮ່ວມບຸນໃນງານກະຖິນສາມັກຄີໃຫ້ພຸດທະສາສະນິກະຊົນໄດ້ມີສ່ວນຮ່ວມໃນບຸນບູຮານປະຕິສັງຂອນຄັ້ງໃຫຍ່ໃນປີນີ້ ແນວຄິດໃນການຈັດງານບຸນກະຖິນປີນີ້ເປັນກະຖິນບູຮານ ເຊິ່ງເຄື່ອງກະຖິນຈະເປັນເຄື່ອງຈັກສານແບບເກົ່າ ຖັກທໍຈາກທຳມະຊາດ.

ດ້ານປັດໄຈທີ່ວັດໄດ້ມາຈາກກະຖິນໃນປີນີ້ ມີແຜນທີ່ຈະບູລະນະສາສະໜາສະຖານ 7 ດ້ານ ຄື: 1). ກໍ່ສ້າງກຳແພງ ແລະ ຮົ້ວລ້ອມວັດ 2). ສ້າງເຮືອນຄົວໃຫ້ຫຍັບອອກຈາກພື້ນທີ່ໃກ້ຖະໜົນ 3). ປັບປຸງທາງຍ່າງພາຍໃນວັດ 4). ເພີ່ມຈຳນວນຕົ້ນໄມ້ 5). ຊື້ທີ່ດິນເພີ່ມເຕີມສຳລັບສ້າງສາລາປະຕິບັດທຳ ແລະ ສ້າງທີ່ພັກ ຫ້ອງອາຫານໃຫ້ກັບຜູ້ທີ່ມາປະຕິບັດທຳ 6). ສ້າງຮົ້ວລ້ອມກຸຕິສົງເພື່ອເປັນເຂດສັງຄະວາດ 7). ສ້າງປະຕູທາງເຂົ້າວັດ.

ນອກຈາກຈະສ້າງສາສະໜາສະຖານ ແລະ ຖາວອນວັດຖຸແລ້ວ ຍັງມີແຜນສຳລັບເຜີຍແຜ່ສາສະໜາພຸດ 3 ໂຄງການໄດ້ແກ່ ໂຄງການປະຕິບັດທຳສຳລັບປະຊາຊົນ ແລະ ເຍົາວະຊົນ ທຸກວັນເສົາ ວັນອາທິດ ໂຄງການບັນພະສາມະເນນພາກລະດູຮ້ອນ ແລະ ໂຄງການສົ່ງເສີມຄຸນນະທຳຈະຣິຍະທຳໃຫ້ເຍົາວະຊົນຜູ້ຍິງ ໂດຍສະເພາະ ເພື່ອສົ່ງເສີມໃຫ້ມີກິດຈະກຳລະຫວ່າງບ້ານ ວັດ ຊຸມຊົນ ໂຮງຮຽນ ແລະ ພາກລັດ ລວມທັງສົ່ງເສີມເຍົາວະຊົນໄດ້ໃຊ້ເວລາວ່າງໃນໄລຍະປິດພາກຮຽນໃຫ້ເກີດປະໂຫຍດຜ່ານການສຶກສາຫຼັກທຳ ແລະ ສາມາດນຳມາປັບໃຊ້ໄດ້ໃນຊີວິດປະຈຳວັນ.

ວັດລ້ອງຄູນ ມີຊື່ເອີ້ນວ່າ: ວັດລ້ອງຄູນ ສີຄູນນາຣາມ ສ້າງຂຶ້ນເມື່ອປີ ພສ 2334 ສະໄໝເຈົ້າອະນຸຣຸດ ແລະ ໄດ້ຮັບການປະຕິສັງຂອນໃນປີ ພສ 2412 ພາບລວມການອອກແບບໂດຍທົ່ວໄປຂອງວັດລ້ອງຄູນນັ້ນ ມີຈິດຕະກຳຝາຜະໜັງທີ່ສວຍງາມ ແລະ ດ້ານໜ້າປະຕູຈະມີຮູບແຕ້ມນັກລົບຈີນສອງທ່ານ ໂດຍເຊື່ອວ່າເປັນການປ້ອງກັນຜູດຜີສາດທີ່ຈະມາລົບກວນທະຫານທີ່ນອນພັກສົງຄາມໃນສິມແຫ່ງນີ້ ນອກຈາກນີ້ ໃນອະດີດວັດລ້ອງຄູນໄດ້ເປັນທີ່ປະທັບໃນການກຽມຄວາມພ້ອມຂອງກະສັດລ້ານຊ້າງກ່ອນຂຶ້ນຄອງລາດ ໂດຍຕ້ອງມາບວດຢູ່ວັດແຫ່ງນີ້ເປັນເວລາ 7 ວັນ ແລະ ຍັງເປັນວັດທີ່ສົມເດັດພະສັງຄະຣາຊລາວອົງສຸດທ້າຍເຄີຍບວດ ແລະ ຈຳພັນສາຢູ່ຫຼາຍພັນສາກ່ອນທີ່ຈະສິ້ນພະຊົນສາທຸສົມບັດກ່າວ.

ທ່ານ ແສງທອງ ລືຢ່າງ ຫົວໜ້າຂະແໜງມໍລະດົກໂລກ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ກ່າວວ່າ: ເມືອງຫຼວງພະບາງຂຶ້ນເປັນເມືອງມໍລະດົກໂລກທາງວັດທະນະທຳ ຕັ້ງແຕ່ເດືອນທັນວາ ປີ 1995 ຊຶ່ງຫຼັກເກນທີ່ຫຼວງພະບາງໄດ້ຂຶ້ນເປັນເມືອງມໍລະດົກໂລກດ້ານວັດທະນະທຳ ໄດ້ຖືກຕ້ອງ ສອດຄ່ອງຕາມທີ່ UNESCO ກຳນົດ 3 ຂໍ້ ຄື: 1). ສະແດງໃຫ້ເຫັນເຖິງຄວາມ
ສຳຄັນໃນການແລກປ່ຽນຢ່າງມີຄຸນຄ່າຂອງມະນຸດໃນຊ່ວງໄລຍະເວລາໜຶ່ງ ຫຼື ພາຍໃນຂົງເຂດພື້ນທີ່ທາງວັດທະນະທຳຂອງໂລກ ໃນການພັດທະນາທາງດ້ານສະຖາປັດຕິຍະກຳ ຫຼື ທາງດ້ານເຕັກໂນໂລຊີ ສີລະປະອັນຍິ່ງໃຫຍ່ ການວາງແຜນຕົວເມືອງ ຫຼື ການອອກແບບພູມປະເທດ 2). ເປັນຕົວຢ່າງທີ່ໂດດເດັ່ນທາງດ້ານປະເພດຕຶກອາຄານ ດ້ານສະຖາປັດຕິຍະກຳ ຫຼື ທາງດ້ານເຕັກໂນໂລຊີ ຫຼື ທາງດ້ານພູມີປະເທດ ທີ່ສະແດງໃຫ້ເຫັນເຖິງຍຸກສະໄໝທີ່ສຳຄັນໃນປະຫວັດສາດຂອງມະນຸດ 3). ເປັນຕົວຢ່າງທີ່ໂດດເດັ່ນໃນການ
ຕັ້ງຖິ່ນຖານຂອງມະນຸດ ທາງດ້ານວັດທະນະທຳຮີດຄອງປະເພນີ ການນຳໃຊ້ທີ່ດິນ ການຊົມໃຊ້ແມ່ນ້ຳລຳເຊທີ່ສະແດງເຖິງປະເພນີ ຫຼື ການກະທຳຂອງມະນຸດຕໍ່ກັບສິ່ງແວດລ້ອມ ໂດຍສະເພາະ ແມ່ນເວລາທີ່ມີຜົນກະທົບຈາກການປ່ຽນແປງທີ່ບໍ່ສາມາດຫັນກັບຄືນມາເປັນຄືເກົ່າໄດ້.

ອາຄານທີ່ໄດ້ຖືກບັນທຶກເຂົ້າໃນບັນຊີມໍລະດົກໂລກມີທັງໝົດ 611 ຫຼັງ ໃນນັ້ນ ອາຄານທີ່ຢູ່ອາໄສ ແລະ ສາທາລະນະ ມີຈໍານວນ 443 ຫຼັງ ອາຄານພຸດທະສາສະໜາ ມີ 168 ຫຼັງ ຊຶ່ງລວມທັງວິຫານ ກຸຕິ ຫໍແຈກ ຫໍກອງ ແລະອື່ນໆ ສະເພາະວັດທີ່ຂຶຶ້ນທະບຽນເປັນເມືອງມໍລະດົກໂລກໃນຫຼວງພະບາງມີທັງໝົດ 35 ວັດ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ປົກປັກຮັກສາຄຸ້ມຄອງເມືອງ
ມໍລະດົກໂລກຫຼວງພະບາງຕະຫຼອດມາ ໂດຍມີການແຕ່ງຕັ້ງຄະນະກຳມະການມໍລະດົກໂລກລະດັບຊາດ ແລະ ລະດັບທ້ອງຖິ່ນ ເພື່ອອອກຂໍ້ກໍານົດ ແລະ ກົດລະບຽບເພີ່ມເຕີມ ເພື່ອປົກປັກຮັກສາ ແລະ ຄຸ້ມຄອງມໍລະດົກໂລກ ໃຫ້ສອດຄ່ອງຕາມມາດຕະຖານ ແລະ ສົນທິສັນຍາຂອງ UNESCO ໂດຍສະເພາະ ການບູລະນະສ້ອມແປງ ແລະ ອະນຸຮັກ ເຊັ່ນ: ການປະຕິສັງຂອນວັດວາອາຮາມ ການກໍ່ສ້າງທີ່ຢູ່ອາໄສ ການປົກປັກຮັກສາທໍາມະຊາດ ສິ່ງແວດລ້ອມ ແລະ ອື່ນໆ.
ສໍາລັບວັດລ້ອງຄູນ ເປັນວັດທີ່ຂຶ້ນທະບຽນເປັນວັດມໍລະດົກໂລກ ແລະ ການບູລະນະວັດໃນຄັ້ງນີ້ກໍໄດ້ຮັບການອະນຸຍາດຈາກ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເປັນທີ່ຮຽບຮ້ອຍ ຊຶ່ງຕະຫຼອດໄລຍະຜ່ານມາ ທາງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເອົາໃສ່ໃຈ ແນະນໍາ ຊ່ວຍເຫຼືອໃນການອອກແບບ ບູລະນະປະຕິສັງຂອນພາຍໃນວັດລ້ອງຄູນໃຫ້ເປັນໄປຕາມມາດຕະຖານ ແລະ ຫຼັກເກນຂອງ UNESCO ມາໂດຍຕະຫຼອດ.
ສຳລັບງານກະຖິນສາມັກຄີວັດລ້ອງຄູນໃນປີນີ້ ບໍລິສັດ ຫຼວງພະບາງພາວເວີ ຈຳກັດ ໄດ້ມີໂອກາດໃນການທຳບຸນໃຫຍ່ຮ່ວມບູລະນະປະຕິສັງຂອນວັດລ້ອງຄູນ ຊຶ່ງເປັນວັດມໍລະດົກໂລກ ແລະ ມີປະຫວັດສາດຢ່າງຍາວນານ ແລະ ໄດ້ຮ່ວມພິທີກະຖິນໂບຮານເພື່ອສືບທອດວັດທະນະທຳປະເພນີຂອງພຸດທະສາສະນິກະຊົນຊາວຫຼວງພະບາງ ທີ່ສຳຄັນບໍລິສັດໄດ້ເປັນສ່ວນໜຶ່ງໃນການຮ່ວມອະນຸຮັກ ແລະ ຮັກສາພຸດທະໂບຮານສະຖານຂອງເມືອງມໍລະດົກໂລກໃຫ້ຄົງຢູ່ຕາມແບບສະບັບດັງເດີມ ແລະ ຫວັງວ່າບໍລິສັດຈະຊ່ວຍສະ
ໜັບສະໜູນຫຼວງພະບາງ ເມືອງມໍລະດົກໂລກໃນອະນາຄົດອີກດ້ວຍ.

ຕົວແທນບໍລິສັດ ຫຼວງພະບາງພາວເວີ ຈຳກັດ ກ່າວວ່າ: ບໍລິສັດ ແລະ ພະນັກງານມີຄວາມຕື້ນຕັນໃຈຍິນດີທີ່ມີໂອກາດໄດ້ຮ່ວມພິທີກະຖິນໂບຮານ ທີ່ວັດລ້ອງຄູນ ເພື່ອສືບທອດວັດທະນະທຳປະເພນີອັນເກົ່າແກ່ຂອງພຸດທະສາສະນີກະຊົນຊາວຫຼວງພະບາງ ແລະ ພາຍໃນງານໄດ້ຕັ້ງໂຮງທານແຈກເຂົ້າໜຽວ ເບີເກີລີ່ແລະ ເຄື່ອງດື່ມ ໃຫ້ກັບສາທຸຊົນຜູ້ມາຮ່ວມງານ ນອກຈາກນີ້ ການເຮັດບຸນກະຖິນນັບວ່າເປັນບຸນໃຫຍ່ຂອງຊາວ ບໍລິສັດ ຫຼວງພະບາງພາວເວີ ຈຳກັດທີ່ໄດ້ເປັນສ່ວນໜຶ່ງໃນການຮ່ວມບຸນອະນຸຮັກ ແລະ ຮັກສາພຸດທະໂບຮານສະຖານຂອງເມືອງມໍລະດົກໂລກໃຫ້ຄົງຢູ່ຕາມສິລະປະດັງເດີມ ທັງນີ້ ບໍລິສັດຍັງຄົງມຸ່ງໝັ້ນສະໜັບສະໜູນຊຸມຊົນໃນເມືອງຫຼວງພະບາງໃຫ້ຄົງຮັກສາຊຶ່ງສະຖາປັດຕະຍະກຳ ປະເພນີແລະ ສິລະປະວັດທະນະທຳໃນແບບສະບັບເມືອງຫຼວງພະບາງໃຫ້ຄົງຢູ່ຢ່າງຢັ້ງຢືນສືບໄປ.