ບັນຫາກ່ຽວກັບການນໍາໃຊ້ວັດຖຸ ເຊື້ອໄຟຟອດຊິວ ບັນ​ຫາ​ຈຸດ​ສຸມ​ໃນ​ກອງ​ປະ​ຊຸມ COP 28

ກອງປະຊຸມພາຄີ “ສົນທິສັນຍາການປ່ຽນແປງດິນຟ້າອາກາດຂອງອົງການສະຫະປະຊາຊາດ ຄັ້ງທີ 28 (COP 28) ອັດ ລົງດ້ວຍຜົນສໍາເລັດຢ່າງຈົບງາມ ວັນທີ 12 ທັນວາ 2023 ເຊິ່ງບັນຫາກ່ຽວກັບການນໍາໃຊ້ວັດຖຸ ເຊື້ອໄຟຟອດຊິວ ໄດ້ກາຍ ເປັນບັນຫາຈຸດສຸມຂອງກອງປະຊຸມຄັ້ງນີ້.

ການປົກປັກຮັກສາສິ່ງແວດລ້ອມ ໄດ້ກາຍເປັນໜຶ່ງໃນບັນຫາທີ່ຮີບດ່ວນທີ່ສຸດ ທີ່ໂລກກໍາລັງປະເຊີນໜ້າໃນ ປັດຈຸບັນ ອາກາດ ທົ່ວໂລກຮ້ອນຂຶ້ນ ສະພາບອາກາດຮຸນແຮງ ລະດັບໜ້ານໍ້າທະເລເພີ່ມຂຶ້ນ ຄວາມຫຼວງຫຼາຍ ຂອງຊີວະນານາພັນສູນເສຍໄປ ແລະ ບັນຫາອື່ນໆ ຕ່າງກໍແມ່ນຍ້ອນການປ່ອຍອາຍພິດເຮືອນແກ້ວ ທີ່ມາຈາກ ການນໍາໃຊ້ວັດຖຸເຊື້ອໄຟຟອດຊິວ ປີ 2023 ຈະກາຍເປັນປີຮ້ອນທີ່ສຸດນັບແຕ່ເລີ່ມເກັບກໍາສະຖິຕິເປັນຕົ້ນມາ ຖ້າບໍ່ຫຼຸດການນໍາໃຊ້ວັດຖຸເຊື້ອໄຟຟອດຊິວຢ່າງທັນການ ໂລກຂອງພວກເຮົາຈະປະເຊີນກັບຜົນກະທົບທີ່ຮ້າຍ ແຮງກວ່າເກົ່າ ຍິ່ງໄປກວ່ານັ້ນອາດຈະເປັນໄພຂົ່ມຂູ່ຕໍ່ການຄົງຕົວຂອງ ມວນມະນຸດ.

ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ ປະຊາຄົມໂລກໄດ້ບັນລຸ “ສັນຍາປາຣີ” ໃນປີ 2015 ໂດຍມີຈຸດປະສົງ ເພື່ອຄວບຄຸມການ ປ່ອຍອາຍພິດເຮືອນແກ້ວ ແລະ ພະຍາຍາມຈໍາກັດການເພີ່ມຂຶ້ນຂອງອຸນຫະພູມສະເລ່ຍໃຫ້ບໍ່ ເກີນ 1,5 ອົງສາ ເພື່ອບັນລຸ ເປົ້າໝາຍດັ່ງກ່າວ ບັນດາປະເທດຕ້ອງປະຕິບັດການເຄື່ອນໄຫວ ເລັ່ງການຫັນປ່ຽນ ຮູບແບບການນໍາໃຊ້ພະລັງງານ ພັດທະ ນາພະລັງງານໝູນວຽນ ແລະ ຫຼຸດຜ່ອນການນໍາໃຊ້ວັດຖຸເຊື້ອໄຟຟອດ ຊິວ.

ກ່ອນໜ້ານີ້ ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ COP 28 ຕ້ອງສົ່ງສັນ ຍານຢ່າງຈະແຈ້ງວ່າ: ສະໄໝຂອງວັດຖຸເຊື້ອໄຟຟອດຊິວ ໄດ້ສິ້ນສຸດລົງແລ້ວ​ ນີ້ເປັນ ເລື່ອງ ທີ່ປາສະຈາກບໍ່ໄດ້ ຕໍ່ສິ່ງດັ່ງກ່າວນີ້ ຕ້ອງການໃຫ້ປະຊາຄົມໂລກ ພະຍາຍາມຮ່ວມກັນໂດຍສະເພາະພະ ລັງດ້ານ ການນໍາພາຂອງປະເທດທີ່ພັດທະນາແລ້ວ ແລະ ປະເທດຕົ້ນຕໍ່ໃນການປ່ອຍອາຍພິດເຮືອນແກ້ວ.

ໃນຖານະເປັນປະເທດກໍາລັງພັດທະນາໃຫຍ່ທີ່ສຸດໃນໂລກ ສປ ຈີນ ໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າ ໃນການຄຸ້ມຄອງ ດິນຟ້າອາກາດໂລກ ເປັນຜູ້ສະໜັບສະໜູນ ແລະ ຜູ້ປະຕິບັດ “ສັນຍາປາຣີ” ຢ່າງເດັດດ່ຽວ ໂດຍໄດ້ໃຫ້ຄໍາໝັ້ນສັນຍາວ່າ: ສປ ຈີນ ຈະພະຍາຍາມບັນລຸການປ່ອຍກາກບອນໃຫ້ເຖິງຈຸດສູງສຸດກ່ອນປີ 2030 ແລະ ບັນລຸຄວາມເປັນກາງດ້ານກາກບອນ ກ່ອນປີ 2060 ນີ້ເປັນເປົ້າໝາຍທີ່ມີລັກສະນະທ້າທາຍ ແລະ ເປັນຄໍາໝັ້ນສັນຍາທີ່ມີຄວາມຮັບຜິດຊອບຕໍ່ມວນມະນຸດ ນອກ ນີ້ ສປ ຈີນ ຍັງໄດ້ຊຸກຍູ້ການຮ່ວມມືສາກົນຢ່າງຕັ້ງ ໜ້າ​ ສະໜັບສະໜູນປະເທດກໍາລັງພັດທະນາອື່ນໆ ຮັບມືກັບການປ່ຽນ ແປງຂອງດິນຟ້າອາກາດ ໂດຍໃຫ້ການ ຊ່ວຍເຫຼືອຢ່າງຫຼວງຫຼາຍດ້ານເງິນທຶນ ເຕັກນິກ ແລະ ການກໍ່ສ້າງຄວາມສາມາດ ການເຄື່ອນໄຫວຂອງ ສປ ຈີນ ໄດ້ເປັນແບບຢ່າງໃຫ້ການຄຸ້ມຄອງດິນຟ້າອາກາດໃນທົ່ວໂລກ ແລະ ໄດ້ຮັບການຍ້ອງຍໍສັນ ລະເສີນຢ່າງ ກວ້າງຂວາງຈາກປະຊາຄົມໂລກ.

ການຫຼຸດການນໍາໃຊ້ວັດຖຸເຊື້ອໄຟຟອດຊິວ ແລະ ປົກປັກຮັກສາໜ່ວຍໂລກ ເປັນຄວາມຮັບຜິດຊອບ ແລະ ພາລະໜ້າທີ່ຮ່ວມ ກັນ ພວກເຮົາຄວນສາມັກຄີກັນ ແລະ ຮ່ວມມືກັນ ທໍາຄວາມພະຍາຍາມເພື່ອບັນລຸການຢູ່ຮ່ວມ ກັນຢ່າງກົມກຽວກັນລະ ຫວ່າງມວນມະນຸດ ກັບ ທໍາມະຊາດ ແລະ ສ້າງອະນາຄົດອັນດີງາມ.

error: Content is protected !!