ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 20 ປີ

    ຕອນເຊົ້າວັນທີ 8 ທັນວາ 2023 ອົງການກວດກາແຫ່ງລັດ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 20 ປີ (9/12/2003-9/12/2023) ຂຶ້ນ ຢູ່ທີ່ສະໂມສອນຄະນະກວດກາສູນກາງພັກ ເປັນປະທານຂອງທ່ານ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີຜູ້ຕາງໜ້າຈາກອົງການ UNODC ສະຖານທູດ ສະຫະລັດອາເມລິກາປະຈຳ ສປປ ລາວ ສະຖາບັນ ILSTA ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຄະນະກວດກາສູນກາງພັກ ອົງການກວດກາແຫ່ງລັດ ແລະ ແຂກຮັບເຊີນເຂົ້າຮ່ວມ.

    ໃນພິທີ ທ່ານ ວິໄລວັນ ບຸດດາຄຳ ໄດ້ຫວນຄືນ ຄວາມເປັນມາຂອງວັນຕ້ານການສໍ້ລາດບັງຫຼວງສາກົນ ໂດຍຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງການສໍ້ລາດບັງຫຼວງ ເຊິ່ງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພັກ-ລັດ ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບແລະກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກບໍ່ວ່າຈະແມ່ນປະເທດນ້ອຍຫຼືໃຫຍ່ ທຸກຍາກຫຼືຮັ່ງມີກໍ່ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ ການສໍ້ລາດບັງຫຼວງພວມເປັນໄພຂົ່ມຂູ່ຕໍ່ຄວາມມີສະຖຽນລະພາບຂອງການຈັດຕັ້ງລັດແລະເອກະຊົນ ກໍ່ໃຫ້ເກີດມີຄວາມບໍ່ສະຫງົບ ຄວາມບໍ່ຍຸຕິທໍາໃນສັງຄົມ ເປັນການບັ່ນທອນກໍາລັງແຮງກໍ່ຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ບັນດາສະຖາບັນການປົກຄອງ ແລະການຈັດຕັ້ງຕ່າງໆ ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງຄືດັ່ງກ່າວ ຈຶ່ງໄດ້ມີການຄົ້ນຄວ້າສ້າງກໍານົດໝາຍສາກົນເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືລະຫວ່າງປະເທດນັບທັງຢູ່ໃນຂົງເຂດພາກພື້ນ ແລະ ສາກົນເພື່ອພ້ອມກັນສະກັດກັ້ນແລະຕໍ່ສູ້ຢ່າງມີປະສິດຕິຜົນຕໍ່ການກະທໍາຫຼືພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ ດັ່ງນັ້ນ ກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ປີ 2000 ຈຶ່ງໄດ້ມີມະຕິເລກທີ55/61 ລົງວັນທີ 4ທັນວາ 2000 ກໍານົດຄວາມຈໍາເປັນໃນການສ້າງກົດບັດສາກົນໃນການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ.

    ຈາກນັ້ນສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນໃນວັນທີ 18 ທັນວາ 2002 ທີ່ນິວຢອກ ປະເທດສະຫະລັດອາເມຣິກາ ແລະ ໄດ້ເປີດໃຫ້ປະເທດຕ່າງໆລົງນາມເຂົ້າເປັນສະມາຊິກໃນວັນທີ 9-11 ທັນວາ 2003 ທີ່ເມືອງເມລິດາປະເທດແມັກຊີໂກ ມາຮອດປັດຈຸບັນມີ 189 ລັດພາຄີ ສໍາລັບ ສປປ ລາວ ໄດ້ລົງນາມໃນວັນທີ 10 ທັນວາ 2003 ແລະ ໃຫ້ສັດຕະຍາບັນໃນວັນທີ 25 ກັນຍາ 2009 ກອງປະຊຸມອົງການສະຫະປະຊາຊາດປີ2003 ໄດ້ອອກຍັດຕິ58/4 ໂດຍກໍານົດເອົາວັນທີ 9 ທັນວາ ຂອງທຸກໆປີ ເປັນວັນຕ້ານການສໍ້ລາດບັງຫຼວງສາກົນ ນັບແຕ່ນັ້ນມາ ວັນທີ 9 ທັນວາ ໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນແຫ່ງຄວາມສາມັກຄີໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຂອງບັນດາປະຊາຊາດໃນໂລກ ສຳລັບຄຳຂັວນໃນປີນີ້ແມ່ນ “ສາມັກຄີຮ່ວມກັບປະຊາຄົມໂລກຕ້ານການສໍ້ລາດບັງຫຼວງ”. ໂດຍເຫັນໄດ້ຜົນສະທ້ອນອັນໃຫຍ່ຫຼວງ ແລະ ເປັນໄພອັນຕະລາຍທີ່ຮ້າຍແຮງຄືດັ່ງກ່າວ: ສູນກາງພັກ ສະພາແຫ່ງຊາດ ແລະ ລັດຖະບານແຫ່ງສປປລາວຈຶ່ງຖືສໍາຄັນແລະເອົາໃຈໃສ່ຕໍ່ການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ ຖືເອົາວຽກງານນີ້ເປັນໜ້າທີ່ ແລະຄວາມຮັບຜິດຊອບຂອງພັກ-ລັດແລະການຈັດຕັ້ງທຸກຂັ້ນ ໄດ້ສຸມໃສ່ເຄື່ອນໄຫວວຽກງານກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນນັ້ນ ໄດ້ວາງນະໂຍບາຍ ມະຕິ ຄໍາສັ່ງແລະນິຕິກຳຕ່າງໆ ຫຼາຍສະບັບ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ ທະຫານ,ຕໍາຫຼວດ,ນັກຮຽນ-ນັກສຶກສາ ປັນຍາຊົນ ແລະ ປະຊາຊົນ ທຸກຊັ້ນຄົນຕ່າງໆ ດ້ວຍຫຼາຍຮູບການ ເພື່ອໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍ ແລະໄພອັນຕະລາຍຮ້າຍແຮງຂອງການສໍ້ລາດບັງຫຼວງ ມີສະຕິເຄົາລົບລະບຽບກົດໝາຍເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ. ນອກນີ້, ຍັງໄດ້ພົວພັນປະສານງານກັບອົງການຈັດຕັ້ງສາກົນ ເຊັ່ນ: ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ສະຖານທູດສະຫະລັດອາເມລິກາ, ສະຖາບັນຊ່ວຍເຫຼືອທາງກົດໝາຍ ແລະ ວິຊາການ ປະເທດ ລຸກຊຳບວກ (ILSTA) ສະພາທະນາຍຄວາມສະຫະລັດອາເມລິກາ(ABA) ທະນາຄານໂລກ ແລະ ສະຖາບັນອາຊີຕາເວັນອອກໄກເພື່ອປ້ອງກັນອາດຊະຍາກຳ ການປະຕິບັດຕໍ່ຜູ້ກະທຳຜິດ ແຫ່ງອົງການສະຫະປະຊາຊາດ (UNAFEI)ແລະ ການຮ່ວມມືດ້ານເສດຖະກິດຂົງເຂດອາຊີ-ປາຊີຟິກ(APEC)ແລະ ອື່ນໆ ເພື່ອອັດຊ່ອງວ່າງ ແລະ ສະກັດກັ້ນພຶດຕິກຳທີ່ເປັນການສໍ້ລາດບັງຫຼວງໃຫ້ຫຼຸດໜ້ອຍຖອຍລົງ.     ໂອກາດນີ້ຍັງໄດ້ຮັບຟັງ ຄຳຄິດ ຄຳເຫັນຈາກຜູ້ຕາງໜ້າ ອົງການ UNODC ຕາງໜ້າສະຖານທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ຕາງໜ້າສະຖາບັນ ILSTA ຕໍ່ວັນຕ້ານການສໍ້ລາດບັງຫຼວງຕື່ມອີກ.

error: Content is protected !!