ທົບທວນຄືນຜົນຂອງການຮ່ວມມືໃນຕະຫຼອດໄລຍະ 7 ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ພາບ-ຂ່າວ ຂ​ປ​ລ

ໃນວັນທີ 7 ທັນວາ 2023 ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນ ກາງພັກ ໄດ້ຕາງໜ້າໃຫ້ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ນໍາພາຄະນະ ຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ທີ່ ນະ ຄອນຫຼວງປັກກິ່ງ ສປ ຈີນ ພາຍໃຕ້ຫົວຂໍ້: ຄວາມໝາຍໝັ້ນຮ່ວມກັນເພື່ອຫັນເປັນທັນສະໄໝ ແລະ ເພີ່ມທະວີຄວາມເຂັ້ມ ແຂງໃນອະນຸພາກພື້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ຫວາງ ອີ້ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງ ການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ທັນ ສະເວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ສສ ມຽນມາ ໂດຍມີບັນດາລັດ ຖະມົນຕີຕ່າງປະເທດ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າ ຮ່ວມ.

ກອງປະຊຸມໄດ້ຕີລາຄາ ແລະ ທົບທວນຄືນຜົນຂອງການຮ່ວມມືໃນຕະຫຼອດໄລຍະ 7 ປີຜ່ານມາ ໂດຍເຫັນວ່າຂອບການຮ່ວມ ມືດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນ ເປັນຮູບປະທໍາມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າ ລ້ານຊ້າງ ຄັ້ງທີ 7 ແລະ ແຜນປະຕິບັດງານ 5 ປີ (2018-2022) ພາຍໃຕ້ 3 ເສົາຄ້ໍາ (ການເມືອງ-ຄວາມໝັ້ນຄົງ ການພັດທະ ນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງເຂດບູລິມະສິດ (ການເຊື່ອມຈອດ ການຄຸ້ມຄອງຊັບ ພະຍາກອນນ້ຳ ການຄ້າຂ້າມຊາຍແດນການສ້າງຂີດ ຄວາມອາດສາມາດໃນການຜະລິດ ແລະ ກະສິກຳ ແລະ ລຶບລ້າງຄວາມ ທຸກຍາກ) ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນ ປະໂຫຍດຕົວຈິງມາສູ່ປະເທດສະມາຊິກ ກໍຄື ພາກພື້ນແມ່ນ້ຳຂອງ.

ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ປະກອບສ່ວນທຶນ 300 ລ້ານໂດລາສະຫະລັດ ເຂົ້າໃນກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັບແຕ່ປີ 2017 ເປັນຕົ້ນມາ ເຊິ່ງກອງທຶນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນບັນດາໂຄງ ການເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ ມາຮອດປັດຈຸບັນ ມີຫລາຍກວ່າ 700 ໂຄງການລວມ ເປັນມູນຄ່າ ທັງໝົດ 80 ກວ່າລ້ານໂດລາສະຫະລັດ ທີ່ໄດ້ຮັບການສະໝັບສະໜູນຈາກກອງທຶນພິເສດດັ່ງກ່າວ ໃນນັ້ນ ສປປ ລາວ ໄດ້ຮັບ 80 ໂຄງການ ຄິດເປັນມູນຄ່າລວມ 21 ກວ່າລ້ານໂດລາສະຫະລັດ.

ກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລືເພື່ອກະກຽມຄວາມພ້ອມ ຮອບດ້ານໃຫ້ແກ່ກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ຄັ້ງທີ 4 ທີ່ມີແຜນຈະຈັດຂຶ້ນໃນໄລຍະທ້າຍເດືອນ ທັນວາ 2023 ນີ້.

ໂອກາດນີ້ ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ພາຍໃຕ້ຕອບການຮ່ວມມື MLC ເຊິ່ງຕະຫລອດໄລຍະ 7 ປີຜ່ານມາ ສປ ຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນ ພາກພື້ນແມ່ນໍ້າຂອງ ໂດຍສະເພາະການປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນ ຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ທີ່ແນໃສ່ການພັດທະນາແບບຍືນຍົງ ພ້ອມທັງໄດ້ສະເໜີບາງ ທິດທາງ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານ ລະບົບເສດຖະກິດທັນສະໄໝ ແນໃສ່ການ ພັດທະນານະວັດຕະກຳ ແລະ ດີຈິຕອນ, ຍົກສູງການພັດທະນາຊັບພະຍາກອນມະນຸດໃນທຸກຂະແໜງການ ໂດຍສະເພາະ ສຸມໃສ່ຂະແໜງກະສິກຳ ພະລັງງານສະອາດ ແລະ ການທ່ອງທ່ຽວ ພ້ອມກັນນີ້ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ປະເທດປະທານຮ່ວມ ສສ ມຽນມາ ແລະ ສປ ຈີນ ຕໍ່ຜົນສໍາເລັດຂອງການຈັດກອງປະຊຸມດັ່ງກ່າວໃນຄັ້ງນີ້.

error: Content is protected !!