ທ່ານນາຍົກລັດຖະມົນຕີ​ສະ​ເໜີ​ໃຫ້ ຮ​ສ​ສ ແລະ ແຂວງຊຸງຊອງນຳໂດ ເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື ສ້າງ​ເງື່ອນ​ໄຂ​ໃຫ້​ແຮງ​ງານ​ລາວ

ໃນໂອກາດທີ່ທ່ານ ກິມ ເທ ຮຶມ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫຼີ ພ້ອມດ້ວຍຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນວັນທີ 7 ທັນວາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງ ຄະນະຜູ້ແທນດັ່ງກ່າວ ທີ່ຫ້ອງວ່າການສຳນັກງານນາຍົກ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມຂອງທ່ານເຈົ້າແຂວງຊຸງຊອງນຳໂດ ພ້ອມຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງ ສປປ ລາວ ແລະ ສ ເກົາ ຫຼີ ໃຫ້ນັບມື້ນັບກວ້າງຂວາງຍິ່ງຂຶ້ນ ພ້ອມທັງຕີລາຄາສູງ ຕໍ່ໝາກຜົນໃນເບື້ອງຕົ້ນຂອງການຮ່ວມມືກັນລະຫວ່າງກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ແລະ ແຂວງຊຸງຊອງນຳໂດຂອງ ສ ເກົາຫຼີ ໂດຍສະເພາະ ການຮ່ວມມືດ້ານ ແຮງງານ ເປັນການເປີດໂອກາດໃຫ້ແກ່ແຮງງານລາວໄດ້ໄປເຮັດວຽກຕາມລະດູການຢູ່ບັນດາເມືອງຕ່າງໆຂອງ ແຂວງຊຸງຊອງ ນຳໂດນອກຈາກຈະເປັນການສ້າງລາຍຮັບແກ່ແຮງງານລາວແລ້ວ ຍັງເປັນການສົ່ງເສີມການພັດທະນາທັກສະສີມືແຮງງານ ແລະ ຮຽນຮູ້ແບບແຜນການເຮັດວຽກແບບອຸດສະຫະກຳ ດ້ານກະສິກຳຕື່ມອີກ.

ພ້ອມກັນນັ້ນໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດ ບັນດາເນື້ອໃນບົດບັດທຶກການຮ່ວມມືທີ່ສອງຝ່າຍໄດ້ ລົງນາມຮ່ວມກັນໃຫ້ເກີດຜົນຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະການສ້າງເງື່ອນໄຂ ແລະ ສົ່ງເສີມໃຫ້ແຮງງານລາວໄດ້ມີໂອກາດ ໄປເຮັດວຽກຕາມລະດູການຢູ່ບັນດາເມືອງຂອງແຂວງຊຸງຊອງນຳໂດໃຫ້ຫລາຍຂຶ້ນ ພ້ອມກັນຄົ້ນຄວ້າ ແລະ ຊອກກາລະໂອ ກາດໃນການຂະຫຍາຍອອກໄປສູ່ຂົງເຂດວຽກງານອື່ນໆໃຫ້ກວ້າງຂວາງກວ່າເກົ່າລວມທັງດ້ານການຄ້າ ການ ທ່ອງທ່ຽວ ກະສິກຳຕ່າງໆ ເຊື້ອໝັ້ນວ່າການຮ່ວມມືລະຫວ່າງສອງລັດຖະບານ ແລະ ປະຊາຊົນຂອງສອງຊາດລາວ-ເກົາຫຼີຈະສືບຕໍ່ເສີມ ຂະຫຍາຍສາຍພົວພັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມທັງການໄປມາຫາສູ່ກັນ ແລກປ່ຽນຖອດຖອນບົດ ຮຽນນໍາກັນ ແລະ ໃຫ້ການສະໜັບສະໜູນຊຸກຍູ້ເຊິ່ງກັນ ແລະ ກັນໃຫ້ນັບມືນັບຫຼາຍຂຶ້ນ.

ໂອກາດນີ້ ທ່ານ ກິມ ເທ ຮຶມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ທນນາຍົກລັດຖະມົນຕີຄັ້ງນີ້ ພ້ອມທັງສະ ແດງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນແຂວງຊຸງຊອງນຳໂດໃຫ້ທ່ານນາຍົກລັດ ຖະມົນຕີ ໄດ້ຮັບຊາບ ນອກຈາກເປັນການທົບທວນບົດບັນທຶກການຮ່ວມມືສອງຝ່າຍນຳກັນແລ້ວ ທາງຝ່າຍ ສ ເກົາຫລີ ຍັງມີຈຸດປະສົງ ໃນການປຶກສາຫາລື ກ່ຽວກັບຍຸດທະສາດການຮ່ວມມືໃນການຮັບມືກັບວິກິດການສາກົນໂດຍສະເພາະບັນ ຫາການປ່ຽນ ແປງຂອງດິນຟ້າອາກາດ ການແລກປ່ຽນການທ່ອງທ່ຽວ ການສົ່ງເສີມການຮ່ວມມືດ້ານການຄ້າ ແລະ ກະສິກຳໂດຍມີຈຸດປະ ສົງຢາກນຳເອົານັກລົງທຶນຂອງແຂວງຊຸງຊອງນຳໂດມາລົງທຶນກ່ຽວກັບການກະສິກຳຄົບວົງຈອນແບບທັນສະໄໝ (Smart Agriculture Complex) ນອກຈາກຈະເປັນການສົ່ງເສີມການຜະລິດເພື່ອສົ່ງອອກ ແລະ ຈຳໜ່າຍຢູ່ພາຍໃນແລ້ວຍັງເປັນ ການສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວແທນການສົ່ງອອກແຮງງານໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ.

error: Content is protected !!