ທົບທວນຄືນໝາກຜົນຂອງການຈັດຕັ້ງປະ ຕິບັດກິດຈະກໍາ ແຜນງານ ໂຄງການ ໃນ​ຂ​ອບ​ການ​ຮ່ວມ​ມື ລາວ-ຈີນ

ກອງປະຊຸມເວທີປຶກສາຫາລືການຮ່ວມມືລາວ-ຈີນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 2” ຈັດຂຶ້ນວັນທີ 7 ທັນວາ 2023 ທີ່ນະ ຄອນຫຼວງວຽງຈັນ ມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ຟູ ຫົວ ຫົວໜ້າສຳນັກຂ່າວສານຊິນຮົວ ທ່ານ ຫວັງ ຊ່າງ ອຸປະທູດຊົ່ວຄາວສະຖານເອກອັກຄະລັດຖະທູດຈີນປະຈຳລາວ ບັນດາລັດຖະມົນຕີຮອງລັດຖະມົນຕີ ຫົວໜ້າຮອງຫົວໜ້າ ກົມ ຫົວໜ້າຮອງຫົວໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ ແຂວງ ສະພາການຄ້າ ອົງການສື່ມວນຊົນ ຂະແໜງການ ກ່ຽວຂ້ອງ ຜູ້ປະກອບການຫົວທຸລະກິດລາວ ແລະ ຈີນເຂົ້າຮ່ວມ

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ກອງປະຊຸມຄັ້ງນີ້ຖືວ່າເປັນເວທີສືບຕໍ່ຜັນຂະຫຍາຍການຮ່ວມມື ແລະ ເຜີຍແຜ່ທັດສະນະ ຄວາມເຂົ້າໃຈຂອງສອງປະເທດລາວ-ຈີນ ກ່ຽວກັບການຈັດຕັ້ງປະຕິບັດບັນດາເນື້ອໃນກອງປະຊຸມ ເວທີປຶກສາຫາລືການຮ່ວມ ມືລາວ-ຈີນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທຳອິດຈັດຂຶ້ນຕົ້ນປີ 2018 ກອງປະຊຸມໄດ້ທົບທວນຄືນໝາກຜົນຂອງການຈັດຕັ້ງປະ ຕິບັດກິດຈະກໍາ ແຜນງານ ໂຄງການ ຂອງແຕ່ລະຂະແໜງການ ທັງເປັນເວທີປຶກສາຫາລື ແລະ ເປີດກວ້າງການຮ່ວມມືການ ແລກປ່ຽນທາງດ້ານເສດຖະກິດ-ການຄ້າການລົງທຶນຂອງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດ ລະຫວ່າງສອງຊາດ ລາວ- ຈີນ ຈີນ-ລາວ ໃນຖານະທີ່ເປັນບ້ານໃກ້ເຮືອນຄຽງຍາມໃດກໍໃຫ້ຄວາມສໍາຄັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງຕັ້ງ ໜ້າ ເຊິ່ງໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ສົ່ງເສີມການຮ່ວມມືທັງດ້ານເສດ ຖະກິດການຄ້າ ການລົງທຶນ ການ ແລກປ່ຽນຂໍ້ມູນຂ່າວສານ ວັດທະນະທໍາ ເຕັກໂນໂລຊີ ກໍຄືການໄປ ມາຫາສູ່ກັນລະຫວ່າງປະຊາຊົນດ້ວຍກັນໂດຍຜ່ານການ ທ່ອງທ່ຽວ ຕາງໜ້າໃຫ້ລັດຖະບານລາວສະແດງຄວາມຊົມເຊີຍມາຍັງເຈົ້າ ພາບທີ່ໄດ້ກໍານົດຫົວຂໍ້ກອງປະຊຸມຄັ້ງນີ້ທີ່ວ່າ“ຄູ່ ຮ່ວມຊາຕາກໍາ ລາວ-ຈີນ:ອະນາຄົດໃໝ່ ໂອກາດໃໝ່ ການສາທິດໃໝ່” ທີ່ເປັນຫົວຂໍ້ມີຄວາມໝາຍສຳຄັນຫຼາຍ ແລະ ສອດ ຄ່ອງກັບທ່າອຽງຂອງຍຸກສະໄໝ ສອດຄ່ອງກັບສິດຜົນປະໂຫຍດ ທັງເປັນການສົ່ງເສີມສັນຕິພາບ ແລະ ການພັດທະນາ ຮ່ວມ ກັນ ເພື່ອຄວາມຈະເລີນສີວິໄລຂອງປະຊາຊົນສອງຊາດ ລາວ ແລະ ຈີນມີສາຍພູ ແລະ ສາຍນໍ້າຫາງສຽງຕິດຈອດກັນ ມີສາຍ ພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ   ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ບົນພື້ນຖານການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ຈີນ-ລາວ.

ສປປ ລາວ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ປະທານ ສີ ຈິ້ນ ຜິງ ເປັນຕົ້ນຂໍ້ລິເລີ່ມການພັດທະນາໂລກ ຂໍ້ລິເລີ່ມດ້ານ ຄວາມໝັ້ນຄົງໂລກ ແລະ ຂໍ້ລິເລີ່ມອັດສະລິຍະໂລກ ສອງພັກສອງລັດໄດ້ຕັ້ງໜ້າຈັດຕັ້ງປະຕິ ບັດຂອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນຫຼາຍຂົງເຂດວຽກງານ ເປັນຕົ້ນການຮ່ວມມືກັນສ້າງເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ເປີດນໍາໃຊ້ຢ່າງເປັນ ທາງການວັນທີ 3 ທັນວາ 2021 ແລະ ເປີດຂະບວນລົດໄຟໂດຍສານສາຍສາກົນວຽງຈັນ-ຄຸນມິງ ຄຸນມິງ-ວຽງຈັນວັນທີ 13 ເມສາ 2023 ຜົນສຳເລັດດັ່ງກ່າວໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນສອງຊາດລາວ-ຈີນກໍຄືບັນດາປະເທດ ໃນພາກພື້ນເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການຮ່ວມມືພັດທະນາເສດຖະກິດ ການຄ້າ ການລົງທຶນ ແລະ ການ ໄປມາຫາສູ່ລະຫວ່າງປະຊາຊົນສອງປະເທດກໍຄືພາກພື້ນສາກົນ ນັບມື້ນັບເພີ່ມຂຶ້ນ ສປປ ລາວຈະສືບຕໍ່ຮ່ວມມືກັບຈີນ ເພື່ອ ນໍາໃຊ້ເສັ້ນທາງລົດໄຟດັ່ງກ່າວໃຫ້ເປັນເສັ້ນທາງແຫ່ງມິດຕະພາບ ການຮ່ວມມື ແລະ ການພັດທະນາ ເສັ້ນທາງແຫ່ງຄວາມ ອີ່ມໜຳສຳລານ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດລາວ-ຈີນກໍຄືປະຊາຊົນໃນພາກພື້ນ ປີນີ້ເປັນປີຄົບຮອບ 10 ປີ ຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງສອດຄ່ອງກັບຍຸດທະສາດຂອງລາວ “ໃນການຫັນປະ ເທດທີ່ບໍ່ມີຊາຍແດນຕິດຈອດກັບທະ ເລມາເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ” ນະໂອກາດນີ້ຂ້າພະເຈົ້າຂໍຝາກ ຄວາມຂອບອົກຂອບໃຈ ໄປຍັງພັກ ແລະ ລັດຖະບານຈີນທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ຕະຫຼອດໄລຍະການເຂົ້າຮ່ວມເວທີປຶກສາຫາລື “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການຢ້ຽມຢາມລັດຖະກິດທີ່ນະຄອນ ຫຼວງປັກກິ່ງ ສປ ຈີນ.

ກອງປະຊຸມເວທີປຶກສາຫາລືຄັ້ງນີ້ຈະເປັນໂອກາດອັນດີໃຫ້ແກ່ລາວໃນການສົ່ງເສີມທ່າແຮງຂອງຕົນ ເພື່ອພັດທະນາເສດຖະ ກິດ-ການຄ້າ ການລົງທຶນ ແລະ ການທ່ອງທ່ຽວກັບຈີນກໍຄືການຮ່ວມມືຮອບດ້ານທັງເປັນການໂຄສະນາຜົນສຳເລັດຂອງການ ຈັດຕັ້ງປະຕິບັດບັນດາກິດຈະກຳ ໂຄງການພາຍໃຕ້ຂອບຮ່ວມມື  ໜຶ່ງແລວໜຶ່ງເສັ້ນທາງຕະຫຼອ 10 ປີຜ່ານມາ ໃຫ້ປະຊາຊົນ ບັນດາເຜົ່າສອງຊາດລາວ-ຈີນ ແລະ ສາກົນ ໄດ້ຮັບຮູ້ ໂດຍຜ່ານບັນດານັກຂ່າວ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ ມາຮ່ວມກອງປະຊຸມຄັ້ງນີ້.

ໃນໄລຍະທີ່ໂລກຂອງພວກເຮົາພວມຢືນຢູ່ຕໍ່ໜ້າການຜັນແປໄປຢ່າງສະຫຼັບສັບຊ້ອນນັ້ນມັນຮຽກຮ້ອງໃຫ້ສອງພັກ ສອງລັດ ແລະ ປະຊາຊົນສອງຊາດຕ້ອງດ້ເພີ່ມທະວີຄວາມສາມັກຄີເພື່ອຮ່ວມກັນຜ່ານຜ່າສິ່ງທ້າທາຍ ແລະ ພັດທະນາປະເທດຂອງ ຕົນ ຕາມທ່າແຮງບົ່ມຊ້ອນທີ່ມີ ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນພັດທະນາ ໂດຍບໍ່ປະຖິ້ມປະເທດ ໃດປະເທດໜຶ່ງໃຫ້ຢູ່ເບື້ອງຫຼັງ ຂ້າພະເຈົ້າມີຄວາມເຊື່ອຫມັ້ນວ່າ:ໂດຍຜ່ານກົນໄກການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະ ສິດທິພາບລະຫວ່າງລາວກັບຈີນນັ້ນ ສອງປະເທດພວກເຮົາຈະປະກອບສ່ວນເຮັດໃຫ້ການສ້າງຄູ່ຮ່ວມຊາຕາກຳສອງຊາດ ລາວ-ຈີນ ຈີນ-ລາວ ແລະ ພາກພື້ນສາກົນມີສັນຕິພາບ ສະຖຽນລະພາບ ມິດຕະພາບ ແລະ ການພັດທະນາແບບຍືນຍົງ ຫວັງຢ່າງຍິ່ງວ່າການເປີດປີທ່ອງທ່ຽວລາວ 2024 ຈະເປັນໂອກາດອັນດີເພື່ອໃຫ້ປະຊາຊົນຈີນກໍຄືນັກທ່ອງທ່ຽວຕ່າງປະ ເທດຈາກທຸກມຸມໂລກໄດ້ມາຢ້ຽມຢາມ ທ່ອງທ່ຽວສະຖານທີ່ທ່ອງທ່ຽວວັດທະນະທຳ ທຳມະຊາດ ແລະ ປະຫວັດສາດ ທີ່ມີຄວາມຫຼາກຫຼາຍຂອງລາວທັງໄດ້ຮັບຮູ້ເຂົ້າໃຈ ແລະ ມາສຳພັດດ້ວຍຕົນເອງໃນຄວາມຫຼາກຫຼາຍ ຄວາມສວຍງາມ ຄວາມໂດດເດັ່ນ ແລະ ເປັນເອກະລັກຂອງວັດທະນະທຳລາວກໍຄືຄວາມໂອບເອື້ອອາລີຂອງປະຊາຊົນລາວບັນດາເຜົ່າ ດັ່ງ ຄຳເວົ້າທີ່ວ່າ: “ສິບປາກເວົ້າບໍ່ເທົ່າຕາເຫັນ ແລະ ສິບຕາເຫັນບໍ່ເທົ່າໄດ້ສຳພັດຕົວຈີງ”.

error: Content is protected !!