ສຳ​ພັກ​ມົນ​ສະ​ເໜ ດ້ານວັດທະນະທຳ ປະຫວັດ ສາດ-ສະຖານທີ່ທ່ອງ​ທ່ຽວ​ເກົ່າ​ແກ່ ຂອງສຸມາດຕາຕາເວັນຕົກ

ໂດຍ: ປ.ເບີກບານດີ

ແຂວງສຸມາດຕາຕາເວັນຕົກ ປະເທດອິນໂດເນເຊຍ ຖືໄດ້ວ່າເປັນແຂວງໜຶ່ງທີ່ມີຫຼາຍສະຖານທີ່ທ່ອງທ່ຽວທີ່ງົດງາມ ແລະ ມີ ມົນສະເໜດຶງດູດນັກທ່ອງທ່ອງທ່ຽວໂດຍສະເພາະແມ່ນສະຖານທີ່ທ່ອງທ່ຽວທາງ ທຳມະຊາດ ວັດທະນະທຳ ແລະ ປະຫວັດ ສາດ ທີ່ລໍຖ້ານັກທ່ອງທ່ຽວເດີນທາງໄປສຳຜັດຊົມຄວາມງາມ ແລະ ຮຽນຮູ້ ວັດທະນະທຳ ປະຫວັດ​ຄວາ​ມ​ເປັນ​ມາຜ່ານການ ທ່ຽວຊົມສະຖານທີ່ທ່ອງທ່ຽວ ແລະ ວິຖີຊີວິດຂອງປະຊາຊົນ.

ແຂວງແຫ່ງນີ້ຕັ້ງຢູ່ຕິດກັບ ມະຫາສະໝຸດອິນເດຍ ມີ ປາດັງ ເປັນນະຄອນ ແລະ ເປັນທີ່ຕັ້ງຂອງສະໜາມບິນສາກົນມີ ນັງກາ ບາວ ເຊິ່ງຜູ້ຂຽນເອງກໍໄດ້ມີໂອກາດເດີນທາງມາທ່ອງທ່ຽວແຂວງສຸມາດຕາຕາເວັນຕົກໂດຍການເຊື້ອເຊີນຂອງອຳນາດການ ປົກຄອງແຂວງດັ່ງກ່າວໃນໄລຍະ 4 ຄືນ 5 ມື້ ໃນການເດີນທາງໄປທ່ອງທ່ຽວແຂວງແຫ່ງນີ້ ເຊິ່ງ​ການ​ເດີນ​ທາ​ຂອງສື່ມວນຊົນ ພວກເຮົາໄດ້ເດີນທາງດ້ວຍ​ເຮືອ​ບິນ ຈາກ ນະຄອນຫຼວງວຽງຈັນ ແລ້ວໄປລົງຢູ່ ສະໜາມບິນດອນເມືອງປະເທດໄທ ເພື່ອລໍ ຖ້າຕໍ່ເຮືອບິນ ໄປສະໜາມບິນສາກົນຈາກາຕ້າ ປະເທດອິນໂດເນເຊຍ ຫຼັງຈາກນັ້ນກໍໄດ້ພັກຢູ່ສະໜາມບິນດັ່ງກ່າວ 1 ຄືນ ເພື່ອລໍຖ້າຕໍ່ເຮືອບິນເດີນທາງມາແຂວງແຫ່ງນີ້ ເມື່ອເດີນທາງໄປເຖິງສະໜາມບິນສາກົນມີນັງກາບາວ ກໍໄດ້ມີຜູ້ນຳພາທ່ຽວ ມາຕ້ອນຮັບແລ້ວນຳພາຄະນະສື່ມວນຊົນຂອງລາວ ແລະ ກຳປູເຈຍ ເດີນທາງເຂົ້າພັກທີ່ ສຳ​ລັບ​ທີ່​ພັກ​ຂອງ​ພວກ​ເຮົາ ແມ່ນ​ໄດ້​ພັກ​ທີ່ໂຮງແຮມ pangeran Beach ເຊິ່ງເປັນໂຮງແຮມລະດັບ 5 ດາວ ດ້ານຫຼັງຕັ້ງຕິດກັບຊາຍຫາດຂອງມະຫາສະໝຸດອິນ ເດຍ.

ໃນ​ມື້​ທຳ​ອິດ​ທີ່​ໄປ​ຮອດ ຜູ້ຮັບ​ຜິດ​ຊອບ​ໃນ​ການ​ທ່ອງ​ທ່ຽວ​ຄັ້ງ​ນີ້​ກໍໄດ້ນຳພາທີມງານຂອງພວກເຮົາເດີນທາງໄດ້ທ່ຽວຊົມພິພິ ຕະພັນອາດິດຢາວາມັນ(Museum Aditya warman) ພິພິທະພັນແຫ່ງນີ້ ເປີດໃຫ້ບໍລິການ ວັນອັງຄານ ຫາ ວັນອາທິດ ເວລາ 8:00 -16:00 ໂມງ ນອກຈາກນັ້ນທາງດ້ານຫຼັງຂອງພິພິທະພັນແຫ່ງນີ້ ຍັງມີພິພິທະພັນເຣນດັງຕັ້ງຢູ່ເປັນບ່ອນວາງສະ ແດງເຄື່ອງປຸງແຕ່ງອາຫານເຣນດັງເພື່ອໃຫ້ຜູ້ເຂົ້າຢ້ຽມຊົມໄດ້ເຫັນເຖິງຄວາມອຸດົມສົມບູນ ຂອງ ພືດຢູ່ໃນແຂວງສຸມາດຕາຕາ ເວັນຕົກແຫ່ງນີ້ ພ້ອມນີ້ ກໍຍັງມີພິພິທະພັນສັດທີ່ຫາຍາກທີ່ມີຢູ່ໃນແຂວງສຸມາດຕາຕາເວັນຕົກໃຫ້ທຸກ ທ່ານທີ່ເຂົ້າມາຢ້ຽມ ຊົມໄດ້ເຫັນ ແລະ ໄດ້ຮຽນຮູ້ນຳອີກດ້ວຍ ຫຼັງຈາກນັ້ນກໍໄດ້ເດີນທາງໄປຮັບປະທານອາຫານຄໍ່າຢູ່ທີ່ຮ້ານອາຫານທີີ່ມີຊື່ສຽງ ຂອງປາດັງໄດ້ມີໂອກາດສຳຜັດອາຫານທ້ອງຖິ່ນທີ່ມີເອກະລັກສະເພາະ ທຸກອາຫານແມ່ນໄດ້ປຸງແຕ່ງດ້ວຍເຄື່ອງເທດສົ່ງກິ່ນ ຫອມໜ້າຮັບປະທານ ເຊິ່ງອາຫານໃນແຂວງແຫ່ງນີ້ແມ່ນໄດ້ຖືກຈັດອັນດັບເປັນອາຫານທີ່ດີທີ່ສຸດຂອງໂລກ ຫຼັງຈາກກິນ ອາຫານຄໍ່າແລ້ວກໍໄດ້ເດີນທາງກັບທີ່ພັກ.

ໃນມື້ທີ 2 ຜູ້ນຳທ່ຽວກໍໄດ້ນຳພາທີມງານຂອງພວກເຮົາເດີນທາງຈາກນະຄອນຫຼວງປາດັງ ໄປເມືອງ SAWAHLUNTO ໃຊ້ເວ ລາເດີນທາງປະມານ 2 ຊົ່ວໂຄງເຄິ່ງ ໃນລະຫວ່າງເດີນທາງພວກເຮົາໄດ້ສຳຜັດກັບບັນຍາກາດທີ່ງົດງາມຂອງທຳມະຊາດ ພູຜາ ປ່າໄມ້ທີ່ອຸດົມສົມບູນ ແລະ ໄດ້ເຫັນການດຳລົງຊີວິດຂອງປະຊາຊົນສອງຝາກຝັ່ງໃນການເດີນທາງເຊິ່ງປະຊາຊົນສ່ວນໃຫຍ່ ແມ່ນເຮັດການຜະລິດກະສິກຳ ປູກເຂົ້າ ແລະ ພືດຜັກ ເມື່ອເດີນທາງຮອດເມືອງ SAWAHLUNTO ທີມງານຂອງພວກເຮົາກໍ ໄດ້ມີ ໂອກາດເຂົ້າໄປຢ້ຽມຢາມພິພິທະພັນຕ່າງຢູ່ພາຍໃນເມືອງເຊິ່ງໄດ້ສະແດງໃຫ້ເຫັນປະຫວັດຄວາມເປັນມາຂອງການຂຸດ ຄົ້ນຖ່ານຫີນ ombilin ໃນເມືອງ SAWAHLUNTO ເຊິ່ງເປັນແຫຼ່ງຂຸດຄົ້ນ ແປຮູບ ແລະ ຂົນສົ່ງຖ່ານຫີນໃນແຂວງ ສຸມາດຕາ ຕາເວັນຕົກ ສ້າງຂຶ້ນໃນປາຍສະຕະວັດທີ 19 ເຊິ່ງອົງການອຸຍເນັດສະໂກໄດ້ຮັບຮອງ ແລະ ປະກາດເປັນມໍລະດົກໂລກທາງວັດ ທະນະທຳ ເຊິ່ງເໝາະສົມກັບນັກທ່ອງທ່ຽວທີ່ຕ້ອງການໄດ້ສຶກສາຮຽນຮູ້ກ່ຽວກັບປະຫວັດຄວາມເປັນມາໃນການຂຸດຄົ້ນ ຖ່ານຫີນ ມີຫຼາຍພິພິຕະພັນທີ່ຄ່ອຍບໍລິການໃຫ້ນັກທ່ອງທ່ຽວໄປຢ້ຽມຊົມ ພ້ອມນັ້ນ ຍັງເປີດໃຫ້ນັກທ່ອງທ່ຽວລົງໄປສຳຜັດ ການຂຸດຄົ້ນຖ່ານຫີນຢູ່ໃນອຸມົງເລິກຍາວເກືອບອ້ອມຕົວເມືອງ ເຊິ່ງຢູ່ດ້ານເທິງຂອງອຸມົງຖ່ານຫີນນັ້ນ ກໍຈະເປັນທີ່ຢູ່ອາໃສ ຂອງປະຊາຊົນ ເມື່ອໄດ້ລົງໄປສຳຜັດແລ້ວຮັບຮອງໄດ້ເລີຍວ່າທ່ານຈະຮູ້ສຶກຕື່ນເຕັ້ນ ແລະ ແປກປະຫຼາດໃຈຢ່າງແນ່ນອນວ່າ ການຂຸດອຸມົງນັ້ນແມ່ນໄດ້ນຳໃຊ້ແຮງງານຄົນ ເຂົ້າໃນການຂຸດຄຸ້ນຖ່ານຫີນ ຫຼັງຈາກທ່ຽວຊົມເມືອງ SAWAHLUNTO ແລ້ວ ທີມງານພວກເຮົາກໍໄດ້ເດີນທາງໄປທ່ຽວຊົມພະລາດຊະວັງ ປາກາຣຸຍັງ (Minangkabau Traditionnal palace ) ເຊິ່ງ ເປັນພະລາດສະວັງຂອງອາດີດອານາຈັກປາກາຣູຍັງ ຕັ້ງຢູ່ເມືອງ ບາຕູຊັງ ຖືສ້າງຂຶ້ນໃນຮູບແບບສະຖາປັດຕະຍະກຳທ້ອງຖິ່ນ  Minangkabau Rumah Gadang  ປັດຈຸບັນກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ນັກທ່ອງທ່ຽວໃຫ້ຄວາມນິຍົມເດີນ ທາງມາທ່ອງທ່ຽວເກັບພາບຄວາມງົດງາມຂອງພະລາດສະວັງທີ່ເກົ່າແກ່ແຫ່ງນີ້ ຫຼັງຈາກທ່ຽວຊົມສະຖານທີ່ແຫ່ງນີ້ແລ້ວກໍໄດ້ ເດີນທາງເຂົ້າພັກຢູ່ໂຮງແຮມ Emersia ຕັ້ງຢູ່ເມືອງ Batuasangkar ໃນຕອນຄໍ່າກໍໄດ້ມີໂອກາດເດີນທາງໄປກິນອາຫານຄໍ່າຢູ່ ຮ້ານອາຫານ chanta ເປັນອີກໂອກາດໜຶ່ງທີ່ໄດ້ກິນອາຫານທ້ອງຖິ່ນຂອງແຂວງສຸມາດຕາຕາເວັນຕົກ ລົດຊາດອາຫານຍັງ ຄົງຄວາມເປັນເອກະລັກຂອງເຄື່ອງເທດ ບອກໄດ້ເລີຍວ່າແຊບຫຼາຍ.

ສ່ວນໃນມື້ທີ 3 ກໍໄດ້ມີໂອກາດໄປຢ້ຽມຢາມ ບ້ານເກົ່າແກ່ທີ່ຕັ້ງຢູ່ເມືອງ Batuasangkar ຄື ບ້ານ KABU GADANG ເຊິ່ງ ບ້ານແຫ່ງນີ້ເປັນບ້ານທີ່ເກົ່າແກ່ ທີ່ຍັງຄົງຮັກສາວັດທະນະທຳຮີດຄອງປະເພນີ ການຕໍ່ສູ້ ເຊິ່ງໃນໂອກາດທີ່ທີມງານພວກເຮົາ ໄດ້ໄປຢ້ຽມຢາມທາງປະຊາຊົນທ້ອງຖິ່ນພາຍໃນບ້ານກໍໃຫ້ການຕ້ອນຮັບເປັນຢ່າງດີ ເຊິ່ງໄດ້ສະແດງການລຳຕໍ່ສູ້ ແລະ ວິຖີ ການດຳລົງຊີວິດໃຫ້ພວກເຮົາໄດ້ເບິ່ງໄດ້ຊົມ ແລະ ໄດ້ທົົດລອງລຳຕົວຈິງຮ່ວມກັບພວກເຂົາສ້າງໄດ້ບັນຍາກາດທີ່ມ່ວນຊື່ນ ແລະ ສ້າງຄວາມປະທັບໃຈໃຫ້ພວກເຮົາເປັນທີ່ສຸດ ພ້ອມນັ້ນໝູ່ບ້ານແຫ່ງນີ້ຍັງເປັນໝູ່ບ້ານທີ່ມີບັນຍາກາດທີ່ງົດງາມ ອາ ກາດບໍລິສຸດ ສາມາດຖ່າຍຮູບທົ່ງນາ ກັບ ພູໄດ້ຢ່າງງົດງາມ ຫຼັງຈາກນັ້ນກໍໄດ້ເດີນທາງໄປຢ້ຽມຢາມ ບ້ານ Lawang ເພື່ອໄປ ສຳຜັດວິຖີການດຳລົງຊີວິດຂອງປະຊາຊົນແຂວງສຸມາດຕາຕາເວັກຕົກ ກໍຄື ໝູ່ບ້ານດັ່ງກ່າວ ນອກຈາກນັ້ນ ກໍໄດ້ເດີນທາງ ຊົມວິວ ຢູ່ GEO PARK MANINGJAU LAKE ເຊິ່ງເປັນອີກໜຶ່ງສະຖານທີ່ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ເຊິ່ງການ ຂຶ້ນຊົມວິວຢູ່ສະຖານທີ່ທ່ອງທ່ຽວນີ້ແມ່ນສາມາດແນມເຫັນໜອງນໍ້າເກີດຈາກການລະເບີດຂອງພູເຂົາໄຟ ກາຍເປັນໜອງນໍ້າ ຂະໜາດໃຫຍ່ ເມື່ອຂຶ້ນໄປຊົມວິວຢູ່ເທິງພູສູງກໍຈະສາມາດແນມເຫັນໜອງນໍ້າດັ່ງກ່າວ ເຊິ່ງຢູ່ສອງຝາກຝັງແຄມໜອງນໍ້າໄດ້ມີ ປະຊາຊົນອາໄສຢູ່ເປັນຈຳນວນຫຼາຍ ພ້ອມນັ້ນກໍມີພູຜາປ່າໄມ້ອ້ອມຮອບຢ່າງງົດງາມ ຫຼັງຈາກຊົມວິວແລ້ວພວກເຮົາກໍໄດ້ ເດີນທາງລົງມາຊົມວິຖີຊີວິດຂອງປະຊາຊົນຢູ່ເຂດດັ່ງກ່າວໂດຍໄດ້ປູກອ້ອຍ ແລະ ປູກຖົ່ວດິນ ແລ້ວນຳມາຈຳໜ່າຍເປັນສິນຄ້າ ເຊິ່ງ ໃນການປັ່ນນໍ້າອ້ອຍປະຊາຊົນກໍຍັງໄດ້ນຳໃຊ້ວິທີແບບດັ່ງເດີມຄືໄດ້ນໍາໃຊ້ຄວາຍປັ່ນນໍ້າອ້ອຍເພື່ອນຳໄປປຸ່ງແຕ່ງເປັນນໍ້າ ອ້ອຍກ້ອນເພື່ອຈຳໜ່າຍ.

ໃນມື້ທີ 4 ທີມງານພວກເຮົາກໍໄດ້ເດີນທາງມຸ້ງໜ້າສູ່ເມືອງ Bukitting ເຊິ່ງເມືອງດັ່ງກ່າວເຄີຍເປັນນະຄອນຫຼວງເກົ່າຂອງ ແຂວງ ສຸມາດຕາຕາເວັນຕົກ ເມືອງແຫ່ງນີ້ຖືເປັນເມືອງທີ່ເກົ່າແກ່ ແລະ ງົດງາມຫຼາຍເປັນອີກຈຸດໝາຍປາຍທາງຂອງນັກ ທ່ອງທ່ຽວ ເມືອງແຫ່ງນີ້ຕັ້ງຢູ່ເທິງພູ ເຮັດໃຫ້ມີອາກາດທີ່ເຢັນສະບາຍຕະຫຼອດປີ  ເມືອງແຫ່ງນີ້ຍັງມີ ຫໍໂມງ Jam Gadang ມີສູນການຄ້າ ແລະ ຮ້ານຄ້າຈຳນວນຫຼວງຫຼາຍ ພ້ອມນັ້ນຍັງມີບໍລິການຂີ່ມ້າຊົມເມືອງນຳອີກດ້ວຍ ທີ່ ສຳຄັນຍັງມີຫຼາຍສະ ຖານທີ່ ທີ່ໜ້າສົນໃຈເຊັ່ນ: ຖໍ້າຍີ່ປຸ່ນ  (Japannese Cave)  sianok canyon ແລະ ສະຖານທີ່ງົດງາມອື່ນໆອີກຈຳນວນຫຼາຍ ຫຼັງຈາກທ່ຽວຊົມແລ້ວທີມງານຂອງພວກເຮົາກໍໄດ້ພັກຢູ່ທີ່ໂຮງແຮມ Novotel ເຊິ່ງເປັນໂຮງແຮມລະດັບ 5 ດາວທີ່ຕັ້ງຢູ່ເມືອງ ແຫ່ງນີ້ ແລະ ໃນມື້ທີ່ 5 ພວກເຮົາກໍສືບຕໍ່ທ່ຽວຊົມຕົວເມືອງດັ່ງກ່າວ ແລ້ວກໍເດີນທາງກັບໄປຍັງ ນະຄອນຫຼວງ ປາດັງ ໃນລະ ຫວ່າງການເດີນທາງກັບ ກໍໄດ້ແວ່ຊົມ ຫັດຖະກຳຕຳຫູກຂອງເອື້ອຍນ້ອງແມ່ຍິງຢູ່ ບ້ານ SIKEK ແລ້ວກໍເດີນທາງກັບສູ່ເມືອງ ປາດັງ ສືບຕໍ່ທ່ຽວຊົມນະຄອນຫຼວງປາດັງ ເຊິ່ງເປັນນະຄອນຫຼວງທີ່ງົດງາມ ມົນສະເໜ່ຂອງ ປາດັງແມ່ນມີອາຫານທີ່ອຸດົມ ສົມບູນ ມີ ວັດທະນະທຳ ແລະ ປະຫວັດສາດທີ່ເກົ່າແກ່ ແລະ ຍັງມີສະຖານທີ່ທ່ອງທ່ຽວທີ່ງົດງາມ ຮັບຮອງວ່າຖ້າທ່ານໃດໄດ້ ເດີນທາງມາຢ້ຽມຢາມແຂວງສຸມາດຕາຕາເວັນຕົກທ່ານຈະໄດ້ຄວາມປະທັບໃຈ ແລະ ພາບຖ່າຍງາມໆໄປອວດສາຍຕາໝູ່ ເພື່ອນຂອງທ່ານຢ່າງແນ່ນອນ.

                                                     

error: Content is protected !!