ຈຳນວນຜູ້ສະໝັກໄປເຮັດວຽກຢູ່ ສ ເກົາຫຼີ ໃນຂະແໜງອຸດສາຫະກຳໄລຍະຍາວພາຍໃຕ້ລະບົບອະນຸຍາດການຈ້າງງານ (EPS) ມີການເພີ່ມຂຶ້ນຢ່າງໄວວາ ໃນລະຫວ່າງປີ 2022-2023.
ລະບົບອະນຸຍາດການຈ້າງງານ EPS ຫຼື ລະບົບອະນຸຍາດການຈ້າງງານ ໄດ້ສ້າງຕັ້ງຂຶ້ນໃນເດືອນສິງຫາ ປີ 2004 ເພື່ອໃຫ້ແຮງງານຈາກຕ່າງປະເທດທີ່ບໍ່ແມ່ນມືອາຊີບ ສາມາດເຂົ້າໄປເຮັດວຽກໃນປະເທດເກົາຫຼີຢ່າງຖືກຕ້ອງຕາມກົດໝາຍ ໂດຍໄດ້ຮັບຈ້າງຈາກບໍລິສັດຂະໜາດນ້ອຍ ຫຼື ປານກາງ ທີ່ຕ້ອງການແຮງງານຈາກຕ່າງປະເທດ.

ສຳລັບການຄັດເລືອກ ແລະ ການສົ່ງແຮງງານຮອດປັດຈຸບັນ ມີແຮງງານທີ່ຜ່ານການຄັດເລືອກລວມທັງໝົດ 4.378 ຄົນ ໃນນີ້ ປີ 2017 ຈຳນວນ 88 ຄົນ ປີ 2018 ມີ 263 ຄົນ ປີ 2019 ມີ 500 ຄົນ ປີ 2020 ມີ 157 ຄົນ ປີ 2021 ມີ 56 ຄົນ ປີ 2022 ມີ 837 ຄົນ ເດືອນພະຈິກ ປີ 2023 ຈຳນວນ 2.477 ຄົນ ແລະ ສາມາດສົ່ງແຮງງານລວມທັງໝົດ 1.740 ຄົນ ຄື: ໃນປີ 2018 ຈຳນວນ 136 ຄົນ ປີ 2019 ຈຳນວນ 167 ຄົນ ປີ 2020 ຈຳນວນ 17 ຄົນ ປີ 2021 ຈຳນວນ 96 ຄົນ ປີ 2022 ຈຳນວນ611 ຄົນ ແລະ ເດືອນພະຈິກ 2023 ຈຳນວນ 713 ຄົນ.
ຂະບວນການສົ່ງແຮງງານແມ່ນຕ້ອງສອບເສັງວັດລະດັບພາສາເກົາຫຼີ ແລະ ສອບເສັງທັກສະ ກວດສຸຂະພາບ ລົງທະບຽນລາຍຊື່ຜູ້ຫາງານລົງລະບົບ ຄັດເລືອກຈາກນາຍຈ້າງ ການເຮັດສັນຍາຕອບຕົກລົງກັບນາຍຈ້າງ ການຮຽນວັດທະນະທຳ ການອອກເລກ CCVI ຈາກນາຍຈ້າງ ການອອກວີຊ່າ ແລະ ການເດີນທາງໄປເກົາຫຼີ ລະບົບອະນຸຍາດການຈ້າງງານຮອບທີ 1: ສອບເສັງວັດລະດັບພາສາເກົາຫຼີ ສຳລັບເງື່ອນໄຂຜູ້ສອບເສັງແມ່ນຜູ້ທີ່ມີອາຍຸລະຫວ່າງ 18-39 ປີ ຜູ້ທີ່ບໍ່ເປັນຕາບອດສີ ຜູ້ທີ່ບໍ່ມີປະຫວັດຄະດີອາຍາຖືກຈຳຄຸກ ຫຼື ສູງກວ່າ ຜູ້ທີ່ບໍ່ມີຄວາມຜິດ ຫຼື ຄະດີໃດໜຶ່ງ ເຊິ່ງເຮັດໃຫ້ຖືກໄລ່ອອກຈາກປະເທດເກົາຫຼີ ຜູ້ທີ່ບໍ່ມີຂໍ້ຈຳກັດໃນການເດີນທາງອອກນອກປະເທດ ແລະ ຜູ້ທີ່ເຄີຍເຮັດວຽກຢູ່ເກົາຫຼີ ໂດຍໃຊ້ວີຊາ E-9 E-10 ບໍ່ເກີນ 5 ປີ.
ເອກະສານທີ່ຈຳເປັນໃນການສະໝັກ ປະກອບມີ: 1. ໃບສະໝັກ 2. ປຶ້ມເດີນທາງ ( Passport ) ຫຼື ບັດປະຈຳຕົວ ກອບປີ້ 1 ໃບ 3. ຮູບຕິດປຶ້ມເດີນທາງ ພື້ນຫຼັງສີຂາວ 2 ໃບ 4. ຄ່າທຳນຽມ 28 $.


ຄ່າແຮງຂັ້ນຕ່ຳ: ແຮງງານຕ່າງຊາດມີສິດທິ ແລະ ໜ້າທີ່ເທົ່າທຽມກັນກັບແຮງງານເກົາຫຼີ ແຮງງານຕ່າງຊາດສາມາດຮັບຈຳນວນເງິນທີ່ສູງກວ່າຄ່າຈ້າງຂັ້ນຕ່ຳທີ່ກົດໝາຍກຳນົດໃຫ້ເຮັດວຽກ 8 ຊົ່ວໂມງ/1ມື້ (9:00-18:00) 5 ມື້/1 ອາທິດ 209 ຊົ່ວໂມງ/1 ເດືອນ ຄ່າຈ້າງຕໍ່ຊົ່ວໂມງ: 9.620 ວອນ (ໄລຍະການ: 01/01/ 2023-31/12/2023) ເງິນເດືອນ: 209 ຊົ່ວໂມງx9.620 ວອນ ເທົ່າກັບ 2.010.580 ວອນ ປະມານ 29.977.747 ກີບ ຫຼື 1.452,90 ໂດລາ ອັດຕາແລກປ່ຽນວັນທີ 1/12/2023: 1.000 ກີບ ເທົ່າກັບ 149,1 ວອນ (1 ໂດລາ ເທົ່າກັບ 20.633 ກີບ).


ຫາກຈຳນວນເງິນດັ່ງກ່າວບໍ່ລວມຄ່າສະຫວັດດີການ (ຄ່າອາຫານ ຄ່າເດີນທາງ ອື່ນໆ) ຄ່າລ່ວງເວລາ ແລະ ຄ່າລາພັກປະຈຳປີ ອາດແຕກຕ່າງຈາກເງິນເດືອນແທ້ ເນື່ອງຈາກຄ່າວັນພັກປະຈຳອາທິດຈະແຕກຕ່າງກັນໄປຕາມຂໍ້ບັງຄັບຂອງບໍລິສັດ.
ໄລຍະເວລາການເຮັດວຽກ ສັນຍາຈ້າງຕໍ່ອາຍຸທຸກປີ (ໄລຍະເຮັດວຽກ 3 ປີ ຫາ 10 ປີ) ສາມາດເຮັດວຽກໄດ້ດົນເຖິງ 10 ປີ (ແຮງງານທີ່ຈິງໃຈເປັນຕົ້ນ).
ຄ່າໃຊ້ຈ່າຍໃນການສົ່ງແຮງງານ ລວມທັງໝົດ 1.786 ໂດລາສະຫະລັດ ປະກອບມີ: ການສະໝັກສອບເສັງ 28 ໂດລາ ການກວດສຸຂະພາບ 40 ໂດລາ ການກວດວັນນະໂລກ 15 ໂດລາ ການຮຽນວັດທະນະທຳ 48 ໂດລາ ການອອກວິຊ່າ 60 ໂດລາ ປີ້ຍົນ 1.300 ໂດລາ ພາສີ 12 ໂດລາ ປະກັນການເດີນທາງ 96 ໂດລາ ການກວດ PCR 10 ໂດລາ ເສື້ອກຸ່ມແຮງງານ 10 ໂດລາ ແລະ ອື່ນໆ 62 ໂດລາ.


ສຳລັບຜູ້ທີ່ມີຄວາມສົນໃຈ ຫຼືຢາກສອບຖາມ ຂໍ້ມູນເພີ່ມຕື່ມເເມ່ນສາມາດຕິດຕາມ ຜ່ານຊອງທາງ Facebook: Eps Laos Laos EPS Center ແລະ ກົມການຈັດຫາງານ ຫຼື ໂທມາສອບຖາມຂໍ້ມູນໄດ້ທີ່ເບີ 021 220013 (ສູນ EPS) ແລະ 020 99270102 (ກົມການຈັດຫາງານ).