ນັກສຶກສາລາວ ສະຖາບັນໂຄສະນາ ແລະ ຂ່າວສານ ສະຫຼຸບການເຄື່ອນໄຫວວຽກງານການສຶກສາຈຳສົກຮຽນ

ວັນທີ 5 ທັນວາ 2023 ຜ່ານ​ມາ ທີ່ ສະຖາບັນໂຄສະນາ ແລະ ຂ່າວສານ ນະ​ຄອນຫຼວງ​ຮ່າ​ໂນຍ ສ​ສ ຫວຽດ​ນາມ  ນັກສຶກສາ ລາວ ໄດ້ໄຂກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານການສຶກສາ ປະຈຳສົກຮຽນປີ 2022-2023 ແລະ ວາງ ຜ່ານທິດທາງ ແຜນການປະຈຳ ສົກ ຮຽນ 2023-2024 ຂຶ້ນ ໂດຍເປັນປະທານຂອງ ທ່ານ  ບົວແກ້ວ ຈະເລີນນິດ ປະທານນັກສຶກສາລາວ ສະຖາບັນໂຄສະນາ ແລະ ຂ່າວສານ ເຂົ້າຮ່ວມມີ ທ່ານ ປອ ຄຳຕັນ ສົມວົງ ທີ່ປຶກສາ-ສຶກສາ-ວັດທະນະທຳ ສະຖານເອກອັກ ຄະລັດຖະທູດລາວ ປະຈຳນະຄອນຫຼວງຮ້າໂນ້ຍ ມີບັນດາຄູອາຈານຢູ່ ສະຖາບັນໂຄສະນາ-ຂ່າວສານ ທ່ານ ພູວາ ໄຊຍະແສງ ເລຂາໜ່ວຍພັກ ມີຄະນະນັກສຶກສາ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແຂກຖືກເຊີນ ພ້ອມດ້ວຍນັກສຶກສາແຕ່ລະຮຸ່ນ.

ທ່ານ ທິນະພັດ ແກ້ວສຸລິຈິດ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານການສຶກສາປະຈຳສົກຮຽນ ປີ 2022-2023 ແລະ ຜ່ານທິດທາງແຜນການປະຈຳ ສົກຮຽນ 2023-2024 ໃຫ້ຮູ້ວ່າ: ໃນສົກຮຽນຜ່ານມາ ມີນັກສຶກສາລາວ ເຂົ້າຄົ້ນຄວ້າຮໍ່າຮຽນທີ່ ສະຖາບັນແຫ່ງນີ້ ທັງໝົດ 93 ຄົນ ຍິງ 12  ຄົນ ປະລິນຍາໂທ 06 ຄົນ ປະລິນຍາຕີ 87 ຄົນ ຍິງ 12 ຄົນ (ໃນນີ້ທຶນຂອງລັດມີ 89 ຄົນ ຍິງ 12 ຄົນ ທຶນສ່ວນຕົວ 4 ຄົນ) ໃນ 6 ຂະແໜງການຮຽນຄື: ຂະແໜງ ກໍ່ສ້າງພັກ ແລະ ຄຸ້ມຄອງລັດ ການເມືອງ ຂ່າວສານການສື່ສານມວນຊົນ ສັງຄົມວິທະຍາ ຄຸ້ມຄອງຂ່າວສານ-ມູນເຊື້ອ ແລະ ເສດຖະກິດການເມືອງ.

ໃນສົກຮຽນຜ່ານມາ ນັກສຶກສາລາວ ມີທັດສະນະການເມືອງໜັກແໜ້ນ ມີແນວຄິດອຸ່ນອ່ຽນທຸ່ນທຽ່ງຕໍ່ການນໍາພາຂອງພັກ ມີຄວາມເປັນເອກະພາບສູງຕໍ່ພາລະກິດແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ ມີຄວາມສາມັກຄີພາຍໃນ-ພາຍນອກ ຢ່າງເລິກເຊີ່ງກວ້າງຂວາງ ເອົາໃຈໃສ່ປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ລະບຽບ ກົດໝາຍຂອງລັດ ແລະ ຂອງປະ ເທດເຈົ້າພາບວາງອອກຢ່າງເຂັ້ມງວດ ກໍຄື ກົດລະບຽບຂອງສະຖານບັນ ແລະ ຂອງຄະນະນັກສຶກສາລາວໄດ້ເປັນຢ່າງດີ.

ສົກຮຽນປີ 2022-2023 ນັກສືກສາລາວໄດ້ຮັບໃບຍອ້ງຍໍ ຈາກສະຖາບັນຈຳນວນ 13 ສະຫາຍ  ນອກຈາກການຮຽນທາງລະ ບົບອອນລາຍ ແລະ ຂຶ້ນຫ້ອງຮຽນຕົວຈິງ ນັກສຶກສາພວກເຮົາຍັງໄດ້ລົງພາກປະຕິບັດຕົວຈິງ ກໍຄື ການລົງໄປທັດສະນະຢູ່ຕ່າງ ແຂວງ ແລະ ພາຍໃນຮ້າໂນ້ຍ ເຮັດໃຫ້ນັກສຶກສາພວກເຮົາສາມາດກຳໄດ້ບົດຮຽນ ການພົບປະສົນທະນາກັບນັກສຶກສາຫວຽດ ນາມໄດ້ຫຼາຍຂຶ້ນ.

ນອກຈາກໜ້າທີ່ໃນການສຶກສາ ຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງແລ້ວ ນັກສຶກສາພວກເຮົາຍັງໄດ້ປະກອບສ່ວນເຂົ້າໃນ ຂະບວນການແຂ່ງຂັນກີລາ ສິລະປະວັນນະຄະດີ ເນື່ອງໃນວັນສຳຄັນຕ່າງໆຂອງສະຖາບັນ ວັນສຳຄັນທາງປະຫວັດສາດສອງ ຊາດລາວ-ຫວຽດນາມ ເພື່ອເປັນການປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດ ເຊິ່ງສະແດງອອກໃນ ການເຄື່ອນ ໄຫວຕົວຈິງ ພ້ອມດຽວກັນນັ້ນ ນັກສຶກສາລາວ ຖືເອົາຄວາມສາມັກຄີຊ່ວຍເຫຼືອເບິ່ງແຍງເຊິ່ງກັນ ແລະ ກັນ ເປັນ ພື້ນຖານ ເອົາໃຈໃສ່ໃນຍາມພົບຄວາມຫຍຸ້ງຍາກຈຳເປັນ ບໍ່ວ່າເປັນວຽກຄົ້ນຄ້ວາຮໍ່າຮຽນ ກໍຄື ເວລາພົບຄວາມຫຍຸ້ງຍາກເຈັບ ເປັນ ຊ່ວຍເຫຼືອນັກສຶກສາທີ່ເຈັບເປັນນອນໂຮງໝໍພ້ອມທັງຈັດຕັ້ງອ້າຍນ້ອງເບິ່ງແຍງຊ່ວຍເຫຼືອນັກສຶກສາ ທີ່ຄົນໃນຄອບຄົວ ເສຍຊີວິດ.

ສ່ວນທິດທາງແຜນການສົກຮຽນປີ 2023-2024 ແມ່ນສືບຕໍ່ສືກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ບັນດາອ້າຍເອື້ອຍ ນ້ອງພາຍໃນຮຸ່ນໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ແນວທາງການນຳພາຂອງພັກ-ລັດ ມີຄວາມສາມັກຄີທັງພາຍໃນ ແລະ ພາຍນອກ ສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຂະບວນການລວມຂອງໂຮງ ຮຽນ ຂອງຄະນະນັກ ສືກສາ ອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມຟົດຟື້ນກວ່າເກົ່າ ເປັນຕົ້ນແມ່ນກິລາ ແລະ ສີລະປະວັນນະຄະດີ ເຜີຍແຜ່ວັດ ທະນະທໍາອັນດີງາມຂອງຊາດ ແລະ ຮັກສາວັດທະນະທໍາຂອງຊາດໃຫ້ຢູ່ຍືນຍົງຕະຫຼອດໄປ.

ສືບຕໍ່ຄົ້ນຄວ້າຮ່ຳຮຽນໃຫ້ເລິກເຊິ່ງ ກວ້າງຂວາງກວ່າເກົ່າ ເປັນຕົ້ນແມ່ນຄົ້ນຄວ້າຢູ່ຫ້ອງສະໝຸດ ຄົ້ນຄວ້ານໍາອີນເຕີເນັດ ຄົ້ນຄວ້ານໍາໝູ່ຄູ່ ຄູອາຈານ ແລະ ຕ້ານການຂາດໂຮງຮຽນໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ ເດັດດ່ຽວຖືເອົາວຽກງານ ການສຶກສາເປັນຕົ້ນຕໍ ເອົາໃຈໃສ່ຍົກສຸງຄຸນນະພາບການສຶກສາໃຫ້ມີຄວາມຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ແລະ ອື່ນໆ.

ນອກຈາກນັ້ນໃນກອງປະຊຸມ ຍັງມີການປ່ອນບັດຄັດເລືອກເອົາຄະນະນັກສຶກສາຊຸດໃໝ່ ປະຈຳສົກຮຽນ ປີ 2023 – 2024 ເຊິ່ງສາມາດເລືອກໄດ້ ທ່ານ ສຸກສຳລານ ບຸດດາກກັງ ເປັນປະທານ ທ່ານ ທອງຂືມ ແກ້ວນໍລິນ ເປັນຮອງ ທ່ານ ຕົງມົວຢາງ ຈົງຈືມົວເລົ່າ ທ່ານ ເພັດ ແສງສະຫວ່າງ ແລະ ທ່ານ ຄອນເງີນ ໄຊຍະສິດ ເປັນຄະນະ.

ຂ່າວ-ພາບ: ຍັນ  ຄຳມະນີ

 

 

 

 

 

+12

All reactions:

74Yarn Yarn, Phett Ladsvong and 72 others

error: Content is protected !!