CLV ສືບຕໍ່ການ​ຮ່ວມ​ມື​ໃນ​ເຂດສາມຫຼ່ຽມພັດ​ທະ​ນາ ພ້ອມຍູ້​ດັນເສດຖະກິດສາມປະເທດ​ໃຫ້​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ

ກອງປະຊຸມສຸດຍອດລັດຖະສະພາກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດ ຂອງລັດຖະສະພາໃນການສົ່ງເສີມການຮ່ວມມືຮອບດ້ານລະຫວ່າງກຳປູເຈຍ-ລາວ-ຫວຽດນາມ” ໄດ້ອັດລົງດ້ວຍຜົນສຳ ເລັດອັນຈົບງາມ ວັນທີ 6 ທັນວາ 2023 ພາຍຫຼັງໄດ້ດຳເນີນມາເປັນເວລາ 2 ວັນ ໂດຍເປັນປະທານຂອງ ສົມເດັດ ມະ ຫາຣັດສະເພຍທິກາ ທິພະໄດ ຄຸນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທ່ານ ເມືອງ ຈິ່ງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມມີຜູ້ແທນຈາກສາມປະເທດທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືປະກອບຄຳຄິດເຫັນຮ່ວມກັນໃນແຕ່ລະຂົງເຂດ ໂດຍສະເພາະ ວຽກງານການເມືອງ-ການຕ່າງປະເທດ ວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະດໍາເນີນກອງປະຊຸມບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການ ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນດຳເນີນງານຕ່າງໆ ໃນເຂດສາມຫຼ່ຽມພັດທະນາຈາກພາກສ່ວນກ່ຽວ ຂ້ອງຂອງລັດຖະ ບານ ເຫັນວ່າລັດຖະບານ ແລະ ຂະແໜງການກ່ຽວຂ້ອງຕ່າງໆຂອງ 3 ປະເທດ ໄດ້ມີການຈັດຕັ້ງບັດບັນດາ ສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ຕົກລົງຮ່ວມກັນຕາມຂອບການຮ່ວມມືໃນເຂດສາມຫຼ່ຽມພັດທະນາ ແລະ ບັນລຸໄດ້ຜົນສໍາ ເລັດໃນຫຼາຍດ້ານ ໂດຍສະເພາະພື້ນຖານໂຄ່ງລ່າງ ໃນເຂດສາມຫຼ່ຽມພັດທະນາໄດ້ຮັບການປັບປຸງ-ຍົກລະດັບ ເຊິ່ງເປັນການ ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນການລົງທຶນ ແລະ ການທ່ອງ ທ່ຽວຢູ່ເຂດສາມຫຼ່ຽມພັດທະນາ​ໃຫ້ນັບມື້ໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ.

ແຕ່ເຖິງຢ່າງໃດກໍຕາມ ຄວາມຮຽກຮ້ອງຕ້ອງການ ແລະ ຄວາມຈຳເປັນດ້ານການພັດທະນາໃນເຂດສາມຫຼ່ຽມພັດທະນາ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ ດ້ານການສຶກສາ ແລະ ສາທາລະນະສຸກ ການສ້າງອາຊີບວຽກເຮັດງານທຳ ການ ສ້າງລາຍໄດ້ໃຫ້ແກ່ປະຊາຊົນຍັງຈໍາກັດ ເນື່ອງຈາກຂາດເຂີນງົບປະມານ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງ ກ່າວ ຍັງພົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດຕ້ອງໄດ້ສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຂອງຕົນ ຊອກຫາວິທີທາງແກ້ໄຂເຮັດໃຫ້ເຂດດັ່ງກ່າວ ໄດ້ຮັບການພັດທະນາ ໃຫ້ດີຂຶ້ນກ່ວາເກົ່າ.

ພ້ອມກັນນີ້ສາມສະພາແຫ່ງຊາດຈະຕ້ອງສືບຕໍ່ຕິດຕາມກວດກາການ ຈັດຕັ້ງປະຕິບັນດາສັນຍາ ແລະ ໂຄງການຕ່າງໆ ທີ່ລັດ ຖະບານສາມປະເທດໄດ້ລົງນາມຮ່ວມກັນໃຫ້ມີປະສິດທິພາບ ພ້ອມທັງສ້າງເງື່ອນໄຂການເຊື່ອມໂຍງເຊື່ອມຈອດ ສ້າງຄວາມ ຍືນຍົງ ແລະ ຄວາມຈະເລີນກ້າວໜ້າທາງດ້ານເສດຖະກິດ ວັດທະນະທຳ-ສັງຄົມໃນເຂດ CLV ໃຫ້ກາຍເປັນສ່ວນສຳຄັນໜຶ່ງ ໃນການປະຕິບັດວິໄສທັດປະຊາຄົມອາຊຽນປີ 2025 ດ້ວຍການກໍານົດແນວທາງນະໂຍບາຍຂອງແຕ່ລະປະເທດ ຕໍ່ເຂດສາມ ຫຼ່ຽມພັດທະນາໃຫ້ມີຄວາມແທດເໝາະ ແລະ ສອດຄ່ອງກົມກຽວກັນ.

ກອງປະຊຸມຄັ້ງນີ້ຍັງຮຽກຮ້ອງໃຫ້ສາມສະພາແຫ່ງຊາດ ເພີ່ມທະວີຮັດ ແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີ ການຮ່ວມມືຮອບດ້ານລະຫວ່າງສາມປະເທດ ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ ການ ເມືອງການຮ່ວມມືດ້ານວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສ້າງເງື່ອນໄຂຮອບດ້ານ ໃຫ້ແກ່ການຮ່ວມມືດ້ານວັດທະນະທຳ ທ່ອງທ່ຽວ ເພື່ອໃຫ້ປະຊາຊົນມີສ່ວນຮ່ວມເຂົ້າໃນການພັດທະນາແບບຍືນຍົງ.

error: Content is protected !!