ຫຼາຍກິດຈະກຳທີ່ໜ້າສົນໃຈ ພາຍໃນງານວັນແຫ່ງການຮຽນຮູ້ປະເທດ ສ ເກົາຫຼີ

    ສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດເກົາຫຼີ (ສ ເກົາຫຼີ) ປະຈຳ ສປປ ລາວ ຮ່ວມກັບ ມະຫາ ວິທະຍາໄລແຫ່ງຊາດລາວ (ມຊ) ຈັດງານ ວັນແຫ່ງການຮຽນຮູ້ປະເທດ ສ ເກົາຫຼີ ໃນວັນທີ 30 ພະຈິກ 2023 ທີ່ ມຊ ໂດຍມີທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນສຶກສາທິການ ແລະ ກີລາ ທ່ານ Jung yung Soo ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ທ່ານ ປອ ອຸດົມ ພອນຄຳແພງ ອະທິການບໍດີ ມຊ ພ້ອມດ້ວຍ ຄະນະບໍດີຄະນະອັກສອນສາດ ຫົວໜ້າພາກວິຊາພາສາເກົາຫຼິີ ພ້ອມດ້ວຍ ບັນດາຄູ-ອາຈານ ອາຈານອາສາສະໝັກເກົາຫຼີ ປະຈຳພາກວິຊາພາສາເກົາຫຼີ ແຂກຖືກເຊີນ ພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາ ປະຈຳພາກວິຊາພາສາເກົາຫຼີ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ Jung Yung Soo (ຈອງຢອງຊູ) ໄດ້ກ່າວເປີດງານ ບາງຕອນວ່າ: ເປັນກາລະໂອກາດອີກຄັ້ງ ທີ່ໄດ້ມາຢ້ຽມຢາມ ມຊ ແລະ ພົບປະສ້າງສັນກັບບັນດາຄູ-ອາຈານ ແລະ ນັກສຶກສາ ພາກວິຊາພາສາເກົາຫຼີ ພາຍຫຼັງ ທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງການສ້າງຕັ້ງພາກວິຊາພາສາເກົາຫຼີ ຄົບຮອບ 20 ປີ ໃນເດືອນຕຸລາ ຜ່ານມາ ເຊິ່ງໄດ້ນຳສະເໜີ ກ່ຽວກັບ ການເຕີບໃຫຍ່ຂະຫຍາຍຕົວ ຂອງສາຍພົວພັນຮ່ວມມື ລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ ນັບແຕ່ສອງປະເທດ ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ເປັນຕົ້ນມາ ທັງໄດ້ສະເໜີໂດຍຫຍໍ້ ກ່ຽວກັບ ທິດທາງແຜນການຮ່ວມມືຂອງສອງປະເທດ ໃນຕໍ່ໜ້າ ການເຂົ້າມາດຳເນີນທຸລະກິດຕ່າງໆ ຂອງບັນດາບໍລິສັດເກົາຫຼີ ຢູ່ໃນ ສປປ ລາວ ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຜົນປະໂຫຍດ ຈາກການຮຽນພາສາເກົາຫຼີ ໃຫ້ແກ່ບັນດາຄູອາຈານ ແລະ ນັກສຶກສາ ພາກວິຊາພາສາເກົາຫຼີ ໂອກາດໄປຢ້ຽມຢາມ ມະຫາວິທະຍາໄລສຸພານຸວົງ ໃນເດືອນ ກໍລະກົດ ຜ່ານມາ ເພື່ອເຂົ້າຮ່ວມພິທີຍົກລະດັບສູນພາສາເກົາຫຼີ ຂຶ້ນເປັນພາກວິຊາພາສາເກົາຫຼີ ຢ່າງເປັນທາງການນັ້ນ ກໍ່ໄດ້ເນັ້ນໜັກ ໃຫ້ນັກສຶກສາພາກວິຊາພາສາເກົາຫຼີ ຂອງມະຫາວິທະຍາໄລສຸພານຸວົງ ກໍໄດ້ນຳສະເໜີ ຄວາມໝາຍຄວາມສຳຄັນຂອງການພົວພັນຮ່ວມມືຂອງສອງປະເທດ ລາວ – ສ ເກົາຫຼີ ແລະ ຄັ້ງນີ້ ກໍເຊັນ ກັນ ແຕ່ລະຫົວຂໍ້ ທີ່ຍົກຂຶ້ນມາສົນທະນາ ລ້ວນແລ້ວແຕ່ມີຄວາມສຳຄັນຫຼາຍ.

    ການພົວພັນຮ່ວມມື ທາງດ້ານການທູດ ລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ ໃນໄລຍະ 28 ປີຜ່ານມາ ແມ່ນໄດ້ຮັບໝາກຜົນສູງກວ່າ ການຮ່ວມມື ຈາກປະເທດອື່ນໆ ທີ່ມີສາຍພົວພັນການທູດນຳກັນ ປັດຈຸບັນ ສ ເກົາຫຼີ ນອນໃນອັນດັບ 2-3 ໃນປະເທດຄູ່ຮ່ວມພັດທະນາຂອງລາວ ເປັນປະເທດອັນດັບ 4 ທີ່ມີນັກທ່ອງທ່ຽວ ເຂົ້າມາຫຼາຍທີ່ສຸດ ແລະ ເປັນປະເທດອັນດັບທີ 5 ໃນປະເທດ ທີ່ມາລົງທຶນຫຼາຍທີ່ສຸດ ຢູ່ໃນ ສປປ ລາວ ປີ 2025 ຖືວ່າ ເປັນປີ ທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດ ຄົບຮອບ 30 ປີ  ແລະ ເຊື່ອແນ່ວ່າ ສາຍພົວພັນຂອງສອງປະເທດ ໃນຕໍ່ໜ້າ ຍິ່ງມີການເຕີບໃຫຍ່ຂະຫຍາຍຕົວ ຫຼາຍຂຶ້ນ ໂດຍສະເພາະ ການຄ້າ ການລົງທຶນ ການແລກປ່ຽນ ຢ້ຽມຢາມ ເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດ ຍິ່ງຈະໄດ້ຮັບການເສີມຂະຫຍາຍ ຢ່າງຕັ້ງໜ້າ ແລະ ເຊື່ອແນ່ວ່າ ໃນຕໍ່ໜ້າ ສາຍພົວພັນຂອງສອງປະເທດ ຈະຖືກຍົກລະດັບຂຶ້ນເປັນສາຍພົວພັນ “ແບບຄູ່ຮ່ວມຍຸດທະສາດຮອບດ້ານ” ເມື່ອນັ້ນ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຍິ່ງຈະມີການພັດທະນາໄວຂຶ້ນ.

    ໂອກາດດຽວກັນ ທ່ານ ສຸລິອຸດົງ ສູນດາລາ ກໍໄດ້ກ່າວ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທ່ານທູດ ກໍຄືລັດຖະ ບານ ປະຊາຊົນ ສ ເກົາຫຼີ ທີ່ໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ແກ່ ສປປ ລາວ ມາໂດຍຕະຫຼອດ ໃນຫຼາຍ ດ້ານ ແລະ ຫຼາຍຮູບແບບ ໃນຫຼາຍຂະແໜງການວຽກງານ ໂດຍສະເພາະ ວຽກງານຂະແໜງການສຶກສາ ເຮັດໃຫ້ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ລວມໄປເຖິງການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ເຊິ່ງທັງໝົດ ລ້ວນແຕ່ເປັນໝາກຜົນ ທີ່ພວກເຮົາທຸກຄົນ ມີຄວາມເພິ່ງປາຖະໜາ ແລະ ເປັນອະນາຄົດ ເພາະສະນັ້ນ ພວກເຮົາ ໝົດທຸກຄົນ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ຊຸກຍູ້ສົ່ງເສີມ ເພື່ອໃຫ້ສາຍພົວພັນຮ່ວມມືຂອງສອງປະເທດ ໃນອະນາຄົດ ໄດ້ຮັບການເສີມຂະຫຍາຍ ຢ່າງຕັ້ງໜ້າ ຄືກັບການພົວພັນຮ່ວມມື ສາມັກຄີປອງດອງກັນ ໃນໄລຍະຜ່ານມາ.     ພາຍໃນງານຄັ້ງນີ້ ນອກຈາກມີການພັດປ່ຽນກັນຂຶ້ນປະກອບ ຄຳຄິດຄຳເຫັນ ຂອງຜູ້ຂົ້າຮ່ວມແລ້ວ ຍັງມີການ ນຳສະເໜີ ແນວທາງການປັບປຸງ ເນື້ອໃນທີ່ກ່ຽວຂ້ອງກັບປະເທດ ສ ເກົາຫຼີ ລົງໃນປື້ມແບບຮຽນຂອງຊັ້ນສາມັນ ໃນສປປ ລາວ ໂດຍນັກສຶກສາ ພາກວິຊາພາສາ ເກົາຫຼີ ຂອງມຊ ພ້ອມມີການນຳສະເໜີ ບັນດາບໍລິສັດເກົາຫຼີ ທີ່ກຳລັງດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ວິທີການສະໝັກວຽກ ຢູ່ບໍລິສັດດັ່ງກ່າວ ພ້ອມກັບ ມີການວາງສະແດງຕະຫຼາດນັດແຮງງານກັບ ບໍລິສັດເກົາຫຼີ ແລະ ນັກສຶກສາພາກວິຊາພາສາເກົາຫຼີ ພິເສດ ຍັງໄດ້ມ່ວນຊື່ນກັບການສະແດງສິລະປະວັດທະນະທຳເກົາຫຼີ (ເຕັ້ນເຄປ໊ອບ ແລະ ການຟ້ອນສະແດງເທຄວັນໂດ) ແລະ ຮ່ວມກິດຈະກຳ ອື່ນໆອີກ.

error: Content is protected !!