ສຳມະນາລະນຶກວັນຄົນພິການສາກົນ 2023

     ເນື່ອງໃນໂອກາດວັນຄົນພິການສາກົນ ກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ສະຖານທູດອົດສະຕຣາລີ ໄດ້ຈັດສໍາມະນາລະນຶກວັນຄົນພິການສາກົນ ປີ 2023 ພາຍໃຕ້ຫົວຂໍ້: ເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຸດສຳລັບການຮັກສາຄວາມປອດໄພສຳລັບເດັກໃຫ້ແກ່ພະນັກງານຂັ້ນກະຊວງ ສສກ ໃນວັນທີ 5 ທັນວາ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍເປັນປະທານຮ່ວມຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ພໍ ເຄວລີ (Paul Kelly) ເອກອັກຄະລັດຖະທູດປະເທດອົດສະຕຣາລີ ປະຈໍາລາວ ພ້ອມດ້ວຍຮອງຫົວໜ້າກົມ ຫົວໜ້າແຜນງານບີຄວາ ຊຽວຊານຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ແລະ  ພະນັກງານວິຊາການເຂົ້າຮ່ວມ.

    ການຈັດສຳມະນາຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈໃຫ້ກັບສັງຄົມ ແລະ ສົ່ງເສີມການຮັບຮູ້ ແລະ ຍອມຮັບຄົນພິການ ທັງຮັບປະກັນໃຫ້ພະນັກງານທີ່ກ່ຽວຂ້ອງຈາກຂັ້ນກະຊວງ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສິ່ງທ້າທາຍຂອງເດັກພິການໃນລະບົບການສຶກສາ ແລະ ການຮັບປະກັນການປົກປ້ອງເດັກ ແລະ ຮັກສາຄວາມປອດໄພສໍາລັບເດັກທຸກຄົນໃນໂຮງຮຽນ ແລະ ຍັງສະໜັບສະໜູນໃຫ້ທີມຄູເຝິກບົດບາດຍິງ-ຊາຍຂອງກະຊວງ ສ້າງເຄືອຂ່າຍຜູ້ຊ່ຽວຊານ ແລະ ຮ່ວມມືກັບອົງການຈັດຕັ້ງທີ່ເຂົາເຈົ້າສາມາດຮັບເອົາຄຳປຶກສາຫາລືກ່ຽວກັບວຽກງານຄົນພິການ ສໍາລັບຄໍາຂວັນໃນວັນຄົນພິການສາກົນ ປະຈໍາປີ 2023 ແມ່ນ “ຮ່ວມກັນປະຕິບັດເພື່ອຊ່ວຍເຫຼືອ ແລະ ບັນລຸເປົ້າໝາຍ SDGs ຮ່ວມກັນ ແລະ ໂດຍຄົນພິການເອງ”.

    ໂອກາດນີ້ ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ຄູ-ອາຈານ ແມ່ນມີບົດບາດສໍາຄັນຢ່າງຍິ່ງໃນການສົ່ງເສີມແນວຄວາມຄິດ ບໍ່ປະໃຜໄວ້ທາງຫຼັງ ໜ້າທີ່ຂອງພວກເຮົາ ແມ່ນເພື່ອຮັບປະກັນການຊຸກຍູ້ການນໍາເອົານະໂຍບາຍໄປປະຕິບັດຕົວຈິງ ແລະ ເນັ້ນໃຫ້ຄູໄດ້ຮັບການສະໜັບສະໜູນຢ່າງພຽງພໍສໍາລັບການພັດທະນາທັກສະ ແລະ ສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງຜູ້ຮຽນຢ່າງເໝາະສົມ ໂດຍບໍ່ຈຳແນກບົດບາດຍິງ-ຊາຍ ຊົນເຜົ່າ ແລະ ຄວາມສາມາດ.

    ພ້ອມດຽວກັນ ທ່ານ ພໍ ເຄວລີ ກ່າວວ່າ: ຄວາມພິການຖືວ່າເປັນບັນຫາຫຼັກໃນທົ່ວໂລກທີ່ກີດກັນການເຂົ້າເຖິງການສຶກສາ ການສຶກສາຮຽນຮ່ວມຖືວ່າເປັນອີກທິດທາງໜຶ່ງທີ່ສຳຄັນຢ່າງຍິ່ງ ເພື່ອປ່ຽນແປງສັງຄົມ ພວກເຮົາເຊື່ອວ່າ ອຳນວຍການ ແລະ ຄູ-ອາຈານທີ່ມີປະສິດທິຜົນ ແລະ ການມີສ່ວນຮ່ວມຂອງຊຸມຊົນເປັນກະແຈ ເພື່ອຮັບປະກັນບົດຮຽນ ແລະ ໂຮງຮຽນໃຫ້ຄວາມແທດເໝາະສໍາລັບເດັກທຸກຄົນ ໂດຍບໍ່ຈຳແນກຄວາມສາມາດ ເພດ ຫຼື ຊົນເຜົ່າຂອງເຂົາເຈົ້າ.

error: Content is protected !!