ສາຍການບິນຫວຽດເຈັດ ເປີດຖ້ຽວບິນກົງເຊື່ອມຕໍ່ ວຽງຈັນ-ໂຮ່ຈີມິ

ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ ລົງນາມສັນຍາຮ່ວມມືຮອບດ້ານ ເປັນຂີດ ໝາຍສຳຄັນບໍ່ພຽງ ແຕ່ໃຫ້ສອງສາຍການບິນເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມສຳພັນອັນດີລະຫວ່າງສອງປະ ເທດບ້ານໃກ້ເຮືອນຄຽງ ຫວຽດ ນາມ ແລະ ລາວ ພ້ອມດຽວກັນນີ້ ຫວຽດເຈັດ ຍັງໄດ້ປະກາດເປີດຖ້ຽວບິນໄໝ່ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະ ຄອນໂຮ່ຈິມິງ ເພື່ອເພີ່ມທະວີການເຊື່ອມຕໍ່ ແລະ ມອບທາງເລືອກໃນການເດີນທາງໃຫ້ນັກທ່ອງທ່ຽວຂອງສອງປະເທດ ແລະ ພາກພື້ນອາຊີ.

ພິທີລົງນາມສັນຍາດັ່ງກ່າວ ວັນທີ 4 ທັນວາ 2023 ຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານ VUONG Dinh Hue ກໍາມະການ ກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດ ນາມ ທ່ານນາງ ສູນທອນ ໄຊຍະ ຈັກ ເລຂາທິການສູນກາງພັກ ປະຊາຊົນປະຕິວັດລາວ ຮອງປະທານສະພາແຫ່ງຊາດ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ພາຍໃຕ້ການຮ່ວມມືດັ່ງກ່າວ ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ ເຊິ່ງເປັນສາຍການບິນແຫ່ງຊາດ ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານໃນການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ທັງສອງສາຍການບິນ ຈະສືບຕໍ່ເປີດກວ້າງການ ຮ່ວມມືໃນຂົງເຂດເຕັກນິກ ການບຳລຸງຮັກສາ ແລະ ສ້ອມແປງເຮືອບິນ ການເຝິກອົບຮົມພະນັກງານການບິນ ແລະ ອື່ນໆ.

ເພື່ອຕອບສະໜອງຄວາມຕ້ອງການຂອງການເດີນທາງທີ່ເພີ່ມຂຶ້ນ ຫວຽດເຈັດ ຈະເປີດໃຫ້ບໍລິການຖ້ຽວບິນກົງ ວຽງຈັນ-ໂຮ່ຈິ ມິງ ນັບແຕ່ເດືອນກຸມພາ 2024 ເປັນຕົ້ນໄປ ເຮັດໃຫ້ເປັນສາຍການບິນກົງເສັ້ນດຽວ ລະ ຫວ່າງສອງທ້ອງຖິ່ນ ໂດຍເສັ້ນທາງ ໃໝ່ນີ້ຄາດວ່າຈະດຳເນີນຖ້ຽວບິນໄປ-ກັບ 4 ຖ້ຽວຕໍ່ອາທິດ ແລະ ໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວ.

ຖ້ຽວບິນໃໝ່ນີ້ ຄາດວ່າຈະຊ່ວຍຊຸກຍູ້ການຄ້າ ການທ່ອງທ່ຽວ ແລກປ່ຽນວັດທະນະທຳ ລະຫວ່າງສອງປະ ເທດ ສ້າງໝາກ ຜົນໃນການພົວພັນຮ່ວມມືອັນຍາວນານ ລະຫວ່າງ ຫວຽດນາມ ແລະ ລາວ ບໍ່ພຽງແຕ່ເຊື່ອມຕໍ່ນະຄອນໂຮ່ຈີມິງ ຫາ ນະຄອນ ຫຼວງວຽງຈັນ ແລະ ທ້ອງຖິ່ນຕ່າງໆໃນລາວເທົ່ານັ້ນ ແຕ່ຍັງຂະຫຍາຍຕາໜ່າງການບິນທີ່ກວ້າງຂວາງຂອງຫວຽດເຈັດ ທີ່ກວມ ເອົາຫວຽດນາມ ອົດສະຕຣາລີ ຈີນ ອິນໂດເນເຊຍ ໄທ ສິງກະ ໂປ ມາເລເຊຍ ຍີ່ປຸ່ນ ຮົງກົງ ໄຕ້ຫວັນ ສ ເກົາຫຼີ ອິນເດຍ ຄາຊັກ ສະຖານ ແລະ ອື່ນໆ ອີກດ້ວຍ.

error: Content is protected !!