ໂຄງການ “ປູກເຂົ້າສາມລະດູ” ຂອງອາຊີ-ໂປຕາສ ສາກົນ ກ້າວສູ່ການເກັບກ່ຽວຂອງລະດູທໍາອິດ

ເນື່ອງໃນໂອກາດວັນຊາດທີ 2 ທັນວານີ້ ອາຊີ-ໂປຕາສ ສາກົນ ໄດ້ສໍາເລັດການເກັບກ່ຽວຜົນຜະລິດຢ່າງ ໜ້າຊື່ນຊົມ ຂອງໂຄງ ການປູກເຂົ້າສາມລະດູໄລຍະທໍາອິດ ທີ່ດອນຄອນ ເມືອງໂຂງ ແຂວງຈໍາປາສັກ  ເຊິ່ງລະດູການທໍາອິດນີ້ ເຮັກຕາໜຶ່ງບັນລຸຜົນ ຜະລິດເຖິງ 7,7 ໂຕນ ລື່ນຄາດໝາຍ 10% ການປູກເຂົ້າທັງສາມລະດູໃນໜຶ່ງປີ ຈະບັນລຸຜົນຜະລິດເຖິງ 21 ໂຕນຂຶ້ນໄປ ເປັນ ການປ່ຽນແປງການປູກເຂົ້າພຽງລະດູດຽວຂອງລາວໃນເມື່ອກ່ອນ ເຊິ່ງເຮັກຕາໜຶ່ງໃຫ້ຜົນຜະລິດພຽງແຕ່ 2 ໂຕນ ບາດກ້າວດັ່ງ ກ່າວເປັນການເລີ່ມຕົ້ນການເດີນທາງໄລຍະໃໝ່ຂອງການພັດທະນາກະສິກໍາທັນສະໄໝຂອງ ສປປ ລາວ ທັງເປັນຂອງຂວັນ ອັນຈິງໃຈທີ່ອາຊີ-ໂປຕາສ ສາກົນ ໄດ້ມອບໃຫ້ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48ປີ.

ໃນເດືອນມີຖຸນາ 2023 ອາຊີ-ໂປຕາສ ສາກົນ ໄດ້ດຶງດູດວິສາຫະກິດລົງເລິກການປຸງແຕ່ງສະບຽງອາຫານ ທີ່ມີທີມງານປູກຝັງ ແລະ ເຕັກໂນໂລຊີທັນສະໄໝສູງສຸດຂອງ ສປ ຈີນ ເພື່ອພ້ອມກັນລົງທຶນ ແລະ ຮ່ວມມື ເພື່ອດໍາເນີນໂຄງການສາທິດປູກເຂົ້າ ສາມລະດູ ທີ່ມີແນວພັນປະສົມຕ່າງໆຄັ້ງທໍາອິດຢູ່ດອນຄອນ ເມືອງໂຂງ ແຂວງຈໍາປາສັກ ສປປ ລາວ ດອນຄອນເປັນທົ່ງພຽງ ທີ່ຮາບພຽງດີ ທີ່ມີພື້ນທີ່ດິນປູກຝັງເກືອບເຖິງ 1.100 ເຮັກຕາ ປະຊາຊົນໃນດອນຄອນ ນໍາໃຊ້ແຕ່ວິທີການປູກເຂົ້າລະດູດຽວ ແບບພື້ນເມືອງ ເຊິ່ງຜົນຜະ ລິດໝົດປີ ເຮັກຕາໜຶ່ງມີພຽງແຕ່ 2 ໂຕນເທົ່ານັ້ນ ສະນັ້ນ ຈຶ່ງຍັງມີທ່າແຮງຫຼາຍໃນການພັັດທະນາ “ປູກເຂົ້າສາມລະດູ” ພາຍໃຕ້ການສະໜັບສະໜູນຢ່າງໃຫຍ່ຫຼວງຂອງອໍານາດການປົກຄອງທ້ອງຖິ່ນ ໃນເດືອນສິງຫາ ບໍລິສັດ ຊີໂນ-ໂປຕາສ ສາກົນ ຈຶ່ງໄດ້ເລີ່ມພັດທະນາໂຄງການສາທິດ “ປູກເຂົ້າສາມລະດູ” ໄລຍະທໍາອິດໃນເນື້ອທີ່ 110 ເຮັກຕາ ໂຄງ ການດັ່ງກ່າວ ນໍາໃຊ້ຮູບແບບການປູກຝັງກະສິກໍາທັນສະໄໝ ໂດຍຫັນໄປສູ່ການໃຊ້ເຄື່ອງກົນຈັກ ຂະໜາດໃຫຍ່ ແລະ ລວມ ສູນ ດໍາເນີນການຫວ່ານເມັດ ໃສ່ຝຸ່ນ (ປຸ໋ຍ) ການປະສົມເກສອນ ແລະ ການຈັດການຄຸ້ມຄອງອື່ນໆເທິງໄຮ່ນາ ໂດຍການໃຊ້ ເຄື່ອງໂດຣນ ພ້ອມທັງດໍາເນີນວຽກງານເກັບກ່ຽວໂດຍເຄື່ອງຈັກເກັບກ່ຽວເປັນລະບົບ ນອກນັ້ນ ຍັງມີການປັບປຸງລະບົບຊົນ ລະປະທານລະບາຍນໍ້າ ເພື່ອຮັບປະກັນຜົນຜະລິດເຂົ້າ ຈາກສະພາບການເກັບກ່ຽວຕົວຈິງເຫັນວ່າ ໄລຍະການ​ເຕີບໂຕຂອງເຂົ້າ ສໍາລັບລະດູ​ການ​ທຳ​ອິດນີ້​ມີ​ພຽງແຕ່ 110 ມື້ ເຊິ່ງສັ້ນ​ກວ່າໄລຍະ​ເຕີບໃຫຍ່ 120 ມື້​ຢູ່​ຈີນ ແລະ ຜົນຜະລິດເຂົ້າ ກໍລື່ນກາຍຄາດ ໝາຍ 7 ໂຕນຕໍ່ເຮັກຕາ ສິ່ງດັ່ງກ່າວ​​ເປັນ​ການ​ວາງ​ຮາກຖານ​ໃຫ້​ແກ່​ການ​ປູກ​ເຂົ້າ​​ລະດູ​ການ​ທີ 2 ​ແລະ 3 ​ໃນ​ຕໍ່ໜ້າ ​ປະກອບເປັນ ເສົາຄໍ້າ​ສໍາ​ລັບ​ຜົນຜະລິດໝົດປີທີ່ຈະບັນລຸ​ເຮັກຕາໜຶ່ງ 21 ໂຕນຂຶ້ນໄປ​.

ຄຽງຄູ່ກັບການ​ຮັບປະກັນ ​ໃຫ້ບັນລຸຜົນຜະລິດຕາມເປົ້າໝາຍຂອງການປູກເຂົ້າສາມລະດູ ອາຊີ-ໂປຕາສ ສາ ກົນ ​ຍັງ​ໄດ້​ປະຕິ ບັດ​ບັນດາ​ມາດ​ຕະການ​ກະ​ສິກໍາ​ທີ່​ທັນ​ສະ​ໄໝ​ຫຼາຍ​ຢ່າງ​ ເພື່ອ​ຫຼຸດ​ຕົ້ນ​ທຶນ​ໃນ​ການ​ປູກຝັງ ​ແລະ ​ເພີ່ມ​ມູນ​ຄ່າ​ຂອງ​ດິນປູກຝັງ ອັນທີໜຶ່ງ ແມ່ນສ້າງແນວພັນເຂົ້າທີ່ສາມາດເກີດຄືນໃໝ່ໃນໄລຍະ ຫຼາຍປີ ຄືການຫວ່ານເມັດພັນເທື່ອດຽວສາມາດເກັບ ກ່ຽວໄດ້ຕໍ່ເນື່ອງເຖິງ 6 ປີ ໃນການຍົກສູງປະລິມານການຜະລິດ ກໍສາມາດຫຼຸດຕົ້ນທຶນແນວພັນໄດ້ຢ່າງຫຼວງຫຼາຍ ອັນທີສອງ ແມ່ນສ້າງລະບົບນິເວດໄຮ່ນາ “ປູກເຂົ້າ ປະສົມກັບການລ້ຽງປາ” “ປູກເຂົ້າປະສົມກັບການລ້ຽງກົບ” ພວກເຮົາໄດ້ຊື້ແນວພັນປາ ພັນກົບຈາກປະຊາຊົນ ແລະ ບໍລິສັດພາຍໃນທ້ອງຖິ່ນ ເຊິ່ງບໍ່ພຽງແຕ່ເປັນການຂະຫຍາຍຊ່ອງທາງລາຍຮັບໃຫ້ຊາວກະສິກອນ ທ້ອງຖິ່ນເທົ່ານັ້ນ ຍັງເປັນການສົ່ງເສີມການນໍາໃຊ້ເນື້ອທີ່ດິນແບບກວມລວມຢ່າງມີປະສິດທິພາບ ໃນຕໍ່ໜ້າ ປານິນ ແລະ ກົບ ນາ ທີ່ເພາະລ້ຽງໃນນາເຂົ້າ ກໍຈະຖືກຈັດສົ່ງໃຫ້ແກ່ຮ້ານອາຫານໃຫຍ່ ແລະ ຕະຫຼາດກະສິກໍາຕ່າງໆ ກາຍເປັນສ່ວນເຕີມເຕັມ ທີ່ສໍາຄັນໃຫ້ແກ່ໂຕະອາຫານຂອງປະຊາຊົນ.

ໂຄງການ “ປູກເຂົ້າສາມລະດູ” ທີ່ແມ່ນກະສິກໍາທັນສະໄໝຢູ່ເມືອງໂຂງ ຂອງອາຊີ-ໂປຕາສ ສາກົນ ມີແຜນ ການຂະຫຍາຍເນື້ອ ທີ່ປູກຝັງເປັນ 200 ເຮັກຕາໃນປີ 2024 ແລະ ພາຍໃນ 3 ປີຕໍ່ໜ້າ ຈະຂະຫຍາຍເນື້ອທີ່ອອກເປັນ 2.000 ເຮັກຕາ ແຜນການ ໄລຍະຍາວແມ່ນຈະຂະຫຍາຍໄປທຸກແຂວງໃນທົ່ວປະເທດ ເພື່ອກະຕຸ້ນຢ່າງເຕັມສ່ວນ ຄຸນຄ່າຊັບພະຍາກອນກະສິກໍາຂອງ ລາວ ຄຽງຄູ່ກັບການເພີ່ມຂຶ້ນຂອງຜົນຜະລິດ ອາຊີ-ໂປຕາສ ສາກົນ ກໍາລັງກະກຽມສ້າງຕັ້ງໂຮງງານປຸງແຕ່ງເຂົ້າທີ່ປະກອບຕິດ ພັນຄົບຊຸດ ເພື່ອຈະຂະຫຍາຍເປັນຕ່ອງໂສ້ອຸດສາຫະກໍາລົງເລິກການປຸງແຕ່ງເຂົ້າຕື່ມອີກກ້າວໜຶ່ງ ສ້າງລະບົບຜະລິດຕະພັນ ທີ່ຫຼາກຫຼາຍເຊັ່ນ: ເສັ້ນໝີ່ ແປ້ງເຂົ້າ ປະກອບສ້າງລະບົບການພັດທະນາກະສິກໍາທີ່ມີ “ການປູກຝັງແບບທັນສະໄໝ ການປຸງ ແຕ່ງໃຫ້ເປັນເສດຖະກິດ ແລະ ການຄ້າແບບສາກົນ ບັັນລຸການທົດແທນການນໍາເຂົ້າຜະລິດ ຕະພັນກະສິກໍາ ແລະ ສົ່ງອອກ ເພື່ອສ້າງລາຍຮັບເງິນຕາ ເຊິ່ງໂດຍພື້ນຖານແລ້ວຈະສາມາດແກ້ໄຂໄດ້ບັນຫາເງິນເຟີ້ ທີ່ເກີດຈາກຊ່ອງຫວ່າງລະຫວ່າງການສະ ໜອງ ແລະ ຄວາມຕ້ອງການດ້ານຜະລິດຕະພັນກະສິກໍາ ທັງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ.

error: Content is protected !!