ວັນຊາດທີ 2 ທັນວາແມ່ນໝາກຜົນຂອງການປະຕິວັດຊາດ ປະຊາທິປະໄຕ

ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງການປົກຄອງນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດເນື່ອງໃນໂອກາດວັນຊາດທີ 2 ທັນວາ ວ່າ: ວັນຊາດທີ 2 ທັນວາ ປີ 1975 ແມ່ນໝາກຜົນຂອງການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ ໂດຍແມ່ນປະທານໄກສອນ ພົມວິຫານ ເປັນຜູ້ຈັດຕັ້ງນຳພາ ແລະ ວັນຊາດທີ 2 ທັນວາປີ 2023 ກໍແມ່ນໝາກຜົນຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຂອງພວກເຮົາ.

ຂ້າພະເຈົ້າສຸດທີເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເກີດມາເປັນຄົນລາວ ເຊິ່ງໝາກຜົນຂອງວັນຊາດທີ 2 ທັນວາແມ່ນຄວາມເສຍສະຫຼະຢ່າງອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນລາວແມ່ນມູນເຊື້ອຄວາມສາມັກຄີອັນດູດດື່ມ ອັນສູງສົ່ງ ອັນກ້າແກ່ນ ອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດແຕ່ເໜືອເຖິງໃຕ້ ພວກເຮົາໃນຖານະຄົນຮຸ່ນໜຸ່ມຈົ່ງສຶກສາຮໍ່າຮຽນເອົາມູນເຊື້ອຄວາມອົງອາດກ້າຫານ ຄວາມສາມັກຄີຂອງບັນພະບູລຸດ ຂອງກອງທັບ ຂອງປະຊາຊົນລາວໃນຮຸ່ນກ່ອນ ສຸມໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ກ້າວຂຶ້ນສູ່ຄວາມຈະເລີນຮຸ່ງເຮືອງສີວິໄລໃນອານາຄົດ.

      ສິ່ງສຳຄັນທີ່ສຸດແມ່ນຕ້ອງເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜ້ຽວ ຄົນລາວຮັກຊາດລາວ ຮັກຜືນແຜ່ນດິນລາວ ຮັກບັນພະບູລຸດລາວ ຮັກວັດທະນະທຳລາວ ຮັກພາສາລາວອັນນີ້ແມ່ນຄວາມເອກອ້າງທະນົງໃຈທີ່ສຸດຂອງຂ້າພະເຈົ້າ.

      ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາຄົບຮອບ 48 ປີນີ້ຕິດພັນກັບການຫວນຄືນມູນເຊື້ອວັນເກີດຂອງປະທານໄກສອນ ພົມວິຫານຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນຖານະທີ່ຂ້າພະເຈົ້າເປັນຄົນຮຸ່ນໜຸ່ມ ຄົນຮຸ່ນສືບທອດ ອະນາຄົດ ພາລະກິດຂອງປະເທດຊາດ ຮຽກຮ້ອງມາຍັງບັນດາທ່ານຈົ່ງສືບຕໍ່ຮໍ່າຮຽນເອົາຄຸນງາມຄວາມດີ ຄຸນສົມບັດຂອງປະທານໄກສອນພົມວິຫານອັນຕົ້ນຕໍກໍແມ່ນຮໍ່າຮຽນເອົາແບບແຜນການດຳລົງຊີວິດຂອງເພີ່ນ ໃນໄລຍະທີ່ປະເທດຊາດຂອງພວກເຮົາຢູ່ໃນໄລຍະພົບຄວາມຫຍຸ້ງຍາກ ພວກເຮົາຈົ່ງພ້ອມພຽງກັນຫັນເຂົ້າສູ່ປະເທດຊາດໝາຍຄວາມວ່າຈິດໃຈຊາດຕ້ອງສູງສົ່ງກວ່າສິ່ງອື່ນໃດ ຫັນເຂົ້າສູ່ການຜະລິດ ຫັນເຂົ້າສູ່ການປະຢັດມັດທະຍັດ ສິ່ງສຳຄັນຄືພວກເຮົາຈະຜ່ານຜ່າໄປໄດ້ແມ່ນຄວາມສາມັກຄີເປັນເອກະພາບເປັນຈິດໜຶ່ງໃຈດຽວກັນ ຫົວໃຈປວງຊົນລາວທັງຊາດແຕ່ເໜືອຕະຫຼອດໃຕ້ ທຸກຊົນເຜົ່າຕ້ອງເປັນສີແດງພາຍໃຕ້ຄັນທຸງການນຳພາຂອງພັກ ປະຊາຊົນ ປະຕິວັດລາວ.

error: Content is protected !!