ຖະແຫຼງຂ່າວ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສປນວ

   ໃນວັນທີ 30 ພະຈິກ ນີ້ ທີ່ສໍານັກງານອົງການປົກຄອງ ນະຄອນຫຼວງວຽງຈັນ ທ່ານ ນະຄະເສນ ສີຫາລາດ ຄະນະປະຈຳ ສະພາປະຊາຊົນ ເລຂາທິການ ສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປນວ) ຊຶ່ງຈະດຳເນີນໃນລະຫວ່າງ ວັນທີ 5-8 ທັນວາ 2023 ທີ່ຫ້ອງປະຊຸມສໍານັກງານອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫຼວງວຽງຈັນ ດັ່ງນີ້:

     ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງນະຄອນຫຼວງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນໄລຍະປີ 2021-2023 ຢູ່ນະຄອນຫຼວງວຽງຈັນ.

    ພິຈາລະນາ ຮັບຮອງເອົາ ຮ່າງຂໍ້ຕົກລົງຂອງ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຈໍານວນ 2 ສະບັບ ຄື:

ຮ່າງຂໍ້ຕົກລົງ ວ່າດ້ວຍການກໍານົດລາຄາຫົວໜ່ວຍຊົດເຊີຍທົດແທນຄ່າເສຍຫາຍ ຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະ II.

ຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກໍາ ນະຄອນຫຼວງວຽງຈັນ.

    ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການກວດສອບ ປະຈໍາພາກກາງ ຜົນການກວດສອບ ປະຈໍາປີ 2022 ຂອງອົງການກວດສອບ ປະຈໍາພາກກາງ 1.

    ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ ຕາມມະຕິ 007/ສປນວ, ສະບັບເລກທີ 10 ກຸມພາ 2023; ຜົນການຕິດຕາມກວດກາຕາມຜົນການກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2018 ຢູ່ບາງພະແນກການ.

    ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ.

    ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສານປະຊາຊົນ ພາກກາງ ແລະ ສານປະຊາຊົນ ນະຄອນຫຼວງ.

    ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຕິດພັນກັບແຜນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງ ຊຸດທີ II.

    ຮັບຟັງການປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດ ນະຄອນຫຼວງ ຕໍ່ຜົນການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ.

    ຮັບຟັງການລາຍງານຊີ້ແຈງບາງບັນຫາສຳຄັນສຳຄັນ ແລະ ພົ້ນເດັ່ນ ຂອງນະຄອນຫຼວງ ຈຳນວນໜຶ່ງ ເປັນຕົ້ນ:

ວີ​ທີ​ການ ມາ​ດ​ຕະ​ການ ໃນ​ການ​ຊຸກ​ຍູ້​ສົ່ງ​ເສີມ ແລະ ຂະ​ຫຍາຍແຫຼ່ງລາຍຮັບໃໝ່ ຂອງນະຄອນຫຼວງວຽງຈັນ ທີ່ຕິດພັນກັບຂົງເຂດກະສິກໍາ ແລະ ປ່າໄມ້ ຂົງເຂດອຸດສາຫະກໍາ ແລະ ການຄ້າ ຂົງເຂດຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂົງເຂດເຂດເສດຖະກິດພິເສດ.

    ກົນໄກ ມາດຕະການສົ່ງເສີມ ແລະ ປົກປ້ອງການຜະລິດພາຍໃນ ລວມທັງການແບ່ງຄວາມຮັບຜິດຊອບ ຂອງພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ.

    ການຈັດຕັ້ງປະຕິບັດຜັງເມືອງ ແລະ ມາດຕະການຄຸ້ມຄອງຜັງເມືອງ ຢູ່ນະຄອນຫຼວງວຽງຈັນ.

    ການຄຸ້ມຄອງຄົນຕ່າງປະເທດ ຢູ່ນະຄອນຫຼວງວຽງຈັນ.

    ການຄຸ້ມຄອງ ຕິດຕາມກວດກາ ການສຶກສາສໍາຫຼວດ, ຂຸດຄົ້ນ ຫຼື ສໍາປະທານແຮ່ເກືອໂປຕັສ (ເກືອກາລີ) ຢູ່ນະຄອນຫຼວງວຽງຈັນ.

    ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອຕ້ອນຮັບການເປັນເຈົ້າພາບ ກອງປະ ຊຸມສຸດຍອດອາຊຽນ ແລະ ປີທ່ອງທ່ຽວລາວ 2024 ແລະ ການແກ້ໄຂບັນຫາເລື່ອງປ້າຍໂຄສະນາທີ່ບໍ່ຖືກຕ້ອງ ຢູ່ນະຄອນຫຼວງ.

ນອກຈາກບັນດາເນື້ອໃນທີ່ໄດ້ກ່າວມາຂ້າງເທິງແລ້ວ ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງບາງ ບັນຫາທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນນະຄອນຫຼວງ ຊັກຖາມໃນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງຕື່ມອີກ.

    ການດໍາເນີນກອງປະຊຸມຄັ້ງນີ້ ແມ່ນການປະຕິບັດພາລະບົດບາດຂອງສະພາປະຊາຊົນ ໃນຖານະເປັນອົງການອໍານາດລັດ ຂັ້ນນະຄອນຫຼວງ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ຊາວນະຄອນຫຼວງວຽງຈັນ ດັ່ງນັ້ນ ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງສັງຄົມທຸກພາກສ່ວນ ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ    ຈົ່ງໃຫ້ການຕິດຕາມຂ່າວສານທາງໂທລະພາບ ວິທະຍຸກະຈາຍສຽງ ສື່ສິ່ງພິມຕ່າງໆ ແລະ ສາມາດມີຄຳຄິດຄຳເຫັນ ຫຼື ຄຳສະເໜີເຂົ້າໃນກອງປະຊຸມ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫຼື ໝາຍເລກໂທລະສັບ 021 260 251 260242 ເຊິ່ງເລີ່ມເປີດຮັບຄຳສະເໜີ ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນໄປ.

(ຂ່າວ-ພາບ: ສປນວ)

error: Content is protected !!