ຜົນສຳເລັດກອງປະຊຸມປະຈໍາປີ ອາຊຽນ-ແພັກ ຄັ້ງທີ 19

    ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 1 ວັນເຄິ່ງ  ກອງປະຊຸມປະຈຳປີການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 19 (ອາຊຽນ-ແພັກ ASEAN-PAC) ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນຕອນບ່າຍວັນທີ 30 ພະຈິກ 2023 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີຄະນະຜູ້ແທນຈາກອົງການຕ້ານການສໍ້ລາດບັງຫຼວງ ຂອງ 10 ປະເທດອາຊຽນ ຫຼື ອາຊຽນ-ແພັກ ພ້ອມດ້ວຍຄະນະຜູ້ແທນຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດແຫ່ງຄວາມສາມັກຄີ ເຂົ້າອົກເຂົ້າໃຈ ຈິງໃຈໃຫ້ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດບັນທຶກກອງປະຊຸມອາຊຽນ-ແພັກ ຄັ້ງທີ 18 ຂອງປີ 2022 ຈາກນັ້ນ ໄດ້ຮັບຟັງການສະເໜີສະພາບການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງປະເທດສະມາຊິກ ໄດ້ປຶກສາຫາລືເປັນເອກະພາບກັນ ກ່ຽວກັບແຜນການເຄື່ອນໄຫວໄລຍະ 2023-2024 ໄດ້ຮັບຮອງເອົາການນໍາໃຊ້ປຶ້ມຂໍ້ມູນອາຊຽນ-ແພັກ ຫຼື ອີບຸກເລັດ ໄດ້ແລກປ່ຽນຄວາມຄິດ ຄວາມເຫັນກ່ຽວກັບການປະຕິບັດຜົນການທົບທວນການຈັດຕັ້ງປະຕິບັດສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ແຜນການຮ່ວມມືຕໍ່ໜ້າ ກັບອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ອົງການ UNODC ໄດ້ລາຍງານການເຄື່ອນໄຫວວຽກງານຕ້ານການສໍ້ລາດບັງຫຼວງ ບັນດາປະເທດສະມາຊິກອາຊຽນ-ແພັກ ສະເໜີບົດຮຽນ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ປຶກສາຫາລື ກ່ຽວກັບການຮ່ວມມືລະຫວ່າງ ອາຊຽນ-ແພັກ ອົງການ UNODC ນໍາສະເໜີ ກ່ຽວກັບການຈັດຕັ້ງປະຕິບັດຜົນການທົບທວນສົນທິສັນຍາ (ພາກທີ III ການກໍານົດ ເປັນຄວາມຜິດທາງອາຍາ ແລະ ການບັງຄັບປະຕິບັດກົດໝາຍ) ລາຍງານຄວາມຄືບໜ້າ ກ່ຽວກັບການເຂົ້າເປັນສະມາຊິກອາຊຽນ-ແພັກ ຂອງຄະນະກຳມະການຕ້ານການສໍ້ລາດບັງຫຼວງຕີມໍແລັດສະເຕ.

    ພ້ອມດຽວກັນນັ້ນ ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບກັນ ໃຫ້ອົງການຕ້ານການສໍ້ລາດບັງຫຼວງຂອງ ອິນໂດເນເຊຍ ເປັນເຈົ້າພາບຈັດກອງປະຊຸມອາຊຽນແພັກຄັ້ງທີ 20 ໃນປີ 2024 ນອກນີ້ ຍັງໄດ້ປຶກສາຫາລື ເພີ່ມທະວີການຮ່ວມມືວຽກງານຕ້ານການສໍ້ລາດບັງຫຼວງ ປຶກສາຫາລື ກ່ຽວກັບການສະເຫຼີມ ສະຫຼອງການກໍ່ຕັ້ງອາຊຽນ-ແພັກ ຄົບຮອບ 20 ປີ ລາຍງານ ກ່ຽວກັບລາຍຊື່ຈຸດປະສານຂອງອາຊຽນ-ແພັກ ຫຼ້າສຸດ ນອກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ໃຫ້ກຽດເປັນສັກຂີພິຍານໃນພິທີເຊັນບົດບັນທຶກການຮ່ວມມືສອງຝ່າຍ ລະຫວ່າງອົງການກວດກາແຫ່ງລັດ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຂອງ ສປປ ລາວ ກັບອົງການຕ້ານການສໍ້ລາດບັງຫຼວງຂອງອິນໂດເນເຊຍ ແລະ ອົງການກວດກາແຫ່ງລັດ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງຂອງ ສປປ ລາວ ກັບ ອົງການຕ້ານການສໍ້ລາດບັງຫຼວງ ຂອງສະຫະພາບມຽນມາ ນອກຈາກນີ້ ກອງປະຊຸມຍັງໄດ້ຕົກລົງເປັນເອກະພາບເພື່ອຮັບຮອງເອົາຄະນະກຳມະການຕ້ານການສໍ້ລາດບັງຫຼວງ ຕີມໍແລັດສະເຕ ເຂົ້າເປັນສະມາຊິກຂອງອາຊຽນ-ແພັກ ແຕ່ການຈັດຕັ້ງປະຕິບັດຕົວຈິງແມ່ນໃຫ້ໄປຕາມຂັ້ນຕອນຂອງອາຊຽນ.

     ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງແຫ່ງ ສປປ ລາວ ກ່າວຕໍ່ກອງປະຊຸມວ່າ: ພວກເຮົາໄດ້ມີການສົນທະນາປຶກສາຫາລື ແລກປ່ຽນຄໍາຄິດເຫັນ ບົດຮຽນປະສົບການຊຶ່ງກັນ ແລະ ກັນ ດ້ວຍບັນຍາກາດອັນສ້າງສັນ ແລະ ອົບອຸ່ນ ຕະຫຼອດເວລາດໍາເນີນກອງປະຊຸມຄັ້ງນີ້ ຜົນສໍາເລັດຂອງກອງປະຊຸມ ແມ່ນມາຈາກການປະກອບສ່ວນສໍາຄັນຂອງບັນດາຄະນະຜູ້ແທນ ແລະ ຜູ້ເຂົ້າຮ່ວມທຸກທ່ານ ຊຶ່ງໄດ້ເປັນເຈົ້າການໃນການປະກອບຄໍາເຫັນ ໃຫ້ຄໍາປຶກສາຫາລືແລກປ່ຽນບົດຮຽນປະສົບການອັນດີ ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ ເປັນຂໍ້ມູນທີ່ດີສໍາລັບການສຶກສາຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃນໂອກາດ ເພື່ອສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ວັນທີ 9 ທັນວາ ຄົບ ຮອບ 20 ປີພວກເຮົາຄອບຄົວ ອົງການຕ້ານການສໍ້ລາດບັງຫຼວງ ຂົງເຂດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ-ແພັກ) ຖືເອົາໂອກາດກອງປະຊຸມຄັ້ງນີ້ ສະແດງເຖິງການຕັດສິນໃຈເດັດດ່ຽວຮ່ວມແຮງຮ່ວມໃຈກັນ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນແຕ່ລະປະເທດປະກອບສ່ວນເຂົ້າໃນຜົນສໍາເລັດລວມ ຂອງທົ່ວການຈັດຕັ້ງພາຄີຂອງພວກເຮົາ.

error: Content is protected !!