ຫ້ອງວ່າການສູນກາງພັກຫວນຄືນມູນເຊື້ອ ວັນສຳຄັນຂອງພັກຂອງຊາດ

ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 78 ປີ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ວັນທີ 29 ພະຈິກ 2023 ນີ້  ທີ່ຫ້ອງການດັ່ງກ່າວ  ໂດຍການປາຖະກະຖາຂອງ ທ່ານພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານ ສະຫະພັນນັກຣົບເກົ່າ ແຫ່ງຊາດລາວ ມີຄະນະພັກ ຄະນະນຳ ຄະນະກົມ ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນ ຫ້ອງວ່າການສູນກາງພັກເຂົ້າຮ່ວມ.

ການຈັດຕັ້ງປາຖະກະຖາຄັ້ງນີ້ ເພື່ອແນໃສ່ໃຫ້ ຄະນະພັກ ຄະນະນຳຫ້ອງວ່າການສູນກາງພັກ ຄະນະກົມ ແລະ ພະນັກງານ -ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ ເຫັນໄດ້ເຖິງຄວາມສຳຄັນທີ່ເກີດຂຶ້ນໃນປະຫວັດສາດ ໂດຍສະເພາະປະຫວັດ ຄວາມເປັນມາ ຊີວິດການເຄື່ອນໄຫວ ຂອງການນຳທີ່ມີມູນເຊື້ອອັນພິລະອາດຫານ ມູນເຊື້ອຄວາມເປັນແບບຢ່າງອັນປະເສີດ ແລະ ບົດຮຽນອັນລ້ຳຄ່າ ມາຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະຂອງຕົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.

ໂອກາດນີ້ ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນ ແລະ ປະຫວັດຄວາມເປັນ ມາ ຂອງ 4 ວັນດັ່ງກ່າວ ໂດຍສະເພາະ ວັນປະກາດເອກະລາດ ຄົບຮອບ 78 ປີ ເຊິ່ງກ່ອນໜ້ານີ້ຫຼາຍສິບປີ ກໍຄື ວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດ ຂອງຊາດລາວ ເປັນຄັ້ງທໍາອິດ ຈາກແອກ ປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກຮຸກຮານຕ່າງຊາດ ເຊິ່ງວັນດັ່ງກ່າວ ໄດ້ເປັນຂີດໝາຍແຫ່ງໄຊຊະນະ ຂອງການຕໍ່ສູ້ອັນພິລະອາດຫານ ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼາຍະອັນໃຫຍ່ຫຼາຍວງຂອງກອງທັບ ແລະ ປະຊາ ຊົນລາວ ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ແລະ ເປັນເຫດການໜຶ່ງ ທີ່ມີຄວາມໝາຍສຳຄັນໃນປະຫວັດ ສາດ ຂອງຊາດລາວ ດັ່ງນັ້ນ ໃນໂອກາດວັນປະກາດເອກະລາດ ຄົບຮອບ 78 ປີ ພວກເຮົາພ້ອມກັນລະນຶກ ແລະ ສ້າງຄວາມ ຮັບຮູ້ຢ່າງເລິກເຊິ່ງ ຕໍ່ກັບເຫດການສໍາຄັນດັ່ງກ່າວ ໃນແຕ່ລະປີ ພ້ອມນີ້ ທ່ານ ຍັງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງ ວັນການທູດລາວ ນະໂຍບາຍການຕ່າງປະເທດ ໃນແຕ່ລະໄລຍະ ແລະ ຜົນສຳເລັດການເຄື່ອນໄຫວວຽກງານການທູດລາວ ໃນໄລຍະຜ່ານມາ ເຊິ່ງວັນການທູດລາວ ແມ່ນວັນດຽວກັນກັບ ວັນປະກາດເອກະລາດ ເປັນວັນໜຶ່ງທີສຳຄັນທີ່ສຸດໃນປະ ຫວັດສາດ ຂອງຊາດລາວ ເພາະເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງຄວາມເປັນເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນ ຂອງປະເທດລາວ ທັງແມ່ນໝາກຜົນແຫ່ງການຕໍ່ສູ້ ດ້ວຍກຳລັງປະກອບອາວຸດ ບວກກັບການຕໍ່ສູ້ທາງດ້ານການ ເມືອງ ແລະ ຄວາມສາມັກຄີກັນ ຕໍ່ສູ້ຕ້ານສັດຕູຕົວດຽວກັນຂອງ 3 ຊາດອິນດູຈີນ ແມ່ນແບບຢ່າງທີ່ຫາຍາກທີ່ສຸດໃນການພົວ ພັນສາກົນຂອງໂລກ.

ວັນຊາດທີ 2 ທັນວາ ໂດຍໄດ້ຍົກໃຫ້ເຫັນມູນເຊື້ອທີ່ສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍ ນອກ ແລະ ສ້າງສາພັດທະນາ ໂດຍສືບທອດມູນເຊື້ອອັນອົງອາດ ຂອງບັນພະບູລຸດ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການ ນຳພາຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ການຄອບ ຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ ສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

ນອກນີ້ຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ເຊິ່ງເພິ່ນແມ່ນນັກຮັກຊາດຜູ້ຍິ່ງໃຫຍ່ ແມ່ນລູກຜູ້ປະເສີດຂອງ ປະຊາຊົນລາວບັນດາເຜົ່າ ແມ່ນນັກປະຕິວັດຜູ້ ດີເລີດ ເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ ມີຄວາມສະຫຼາດຫຼັກແຫຼມ ມີໄຫວພິບ ມີນ້ຳໃຈຕໍ່ ສູ້ເດັດດ່ຽວ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ປະຊາຊົນ ທັງເປັນວິລະບູລຸດຂອງຊາດລາວເຮົາ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫຼາຍວງທີ່ສຸດໃນການນໍາພາພາລະກິດ ຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະທານໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດ ແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ ຄົນລາວພິລະອາດຫານ ແລະ ໄດ້ຊີ້ນໍາ-ນໍາພາຢ່າງໃກ້ຊິດໃນແຕ່ລະຂົງເຂດວຽກງານ ຢ່າງຮອບດ້ານ ປະເທດຊາດ ໄດ້ຮັບການສ້າງສາພັດທະນາ ແລະ ຈະເລີນຮຸງເຮືອງ ຈົນຮອດປັດຈຸບັນ.

error: Content is protected !!