ບໍ່ແກ້ວ ກຽມຄວາມພ້ອມຈັດບຸນປະເພນີບັນດາເຜົ່າ ຕ້ອນຮັບປີທ່ອງທ່ຽວລາວ

ແຂວງບໍ່ແກ້ວ ຈັດ​ກ​ອງ​ປ​ະ​ຊຸ​ມກຽມຄວາມພ້ອມຈັດບຸນປະເພນີບັນດາເຜົ່າ ຕະຫຼາດນັດວັດທະນະທໍາ ເພື່ອຕ້ອນຮັບປີ ທ່ອງທ່ຽວລາວ 2024 ແລະ ພິທີບູຊາຫໍຫຼັກເມືອງ ປະຈໍາປີ 2023 ກອງປະຊຸມດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າ ການແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານວັດທະ ນະທໍາ-ສັງຄົມ ພ້ອມດ້ວຍບັນດາຄະນະຮັບຜິດຊອບຈັດງານ ອົງການ ອ້ອມຂ້າງແຂວງ-ເມືອງ ແລະ ບັນດາບ້ານໃນເທດສະ ບານແຂວງເຂົ້າຮ່ວມ.

ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຈັດບຸນປະເພນີບັນດາເຜົ່າ ຕະຫຼາດນັດວັດທະນະທໍາ ຕິດພັນກັບ ການເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງບໍ່ແກ້ວ ເຊິ່ງງານດັ່ງກ່າວ​ຈະຈັດຂຶ້ນລະຫວ່າງ ວັນທີ 25-31 ທັນວາ 2023 ພາຍ ໃນງານຈະມີກິດຈະກໍາຫຼາກຫຼາຍລາຍການ ເປັນຕົ້ນການຈັດບຸນປະເພນີ 13 ຊົນເຜົ່າ ຕະຫຼາດນັດ ວາງສະແດງສິນຄ້າ ໂດຍສະເພາະເຄື່ອງທີ່ລະນຶກ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ.

ສໍາລັບພິທີບູຊາຫໍຫຼັກເມືອງ ຄົບຮອບ 10 ປີ ໄດ້ຂຶ້ນໃນລະຫວ່າງວັນທີ 25-27 ທັນວາ 2023 ຊຶ່ງພາຍໃນງານຈະມີຂະບວນ ແຫ່ເຄື່ອງທານ ຕັກບາດ ຖວາຍສັງຄະທານ ສະນັ້ນ ຈຶ່ງຂໍເຊີນຊວນມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວບຸນ ປະເພນີບັນດາເຜົ່າ ຕະຫຼາດນັດວັດທະນະທໍາ ແລະ ພິທີບູຊາຫໍຫຼັກເມືອງ ໃຫ້ມ່ວນຊື່ນ ແລະ ຄຶກຄື້ນ.

error: Content is protected !!