ອາຊີ-ໂປຕາສ ສາກົນ ໄດ້ຮັບລາງວັນ “ASEAN Mineral Awards” 2 ລາງວັນ

ພິທີປະກາດລາງວັນ “ASEAN Mineral Awards ຄັ້ງທີ 3” ຫຼື (AMA) ໃນກອງປະ ຊຸມສຸດຍອດລັດຖະ ມົນຕີບໍ່ແຮ່ອາຊຽນ ຄັ້ງທີ 9 ຈັດຂຶ້ນວັນທີ 23 ພະຈິກ 2023 ທີ່ປະເທດກຳປູເຈຍ ຈາກການປະເມີນທັງ 3 ດ້ານຄື: ການຂຸດຄົ້ນບໍ່ແຮ່ ການກັ່ນ ແຍກແຮ່ທາດ ແລະ ການຈໍາໜ່າຍ ໃນນັ້ນ ອາຊີ-ໂປຕາສ ສາກົນ ວິສາຫະກິດບໍ່ແຮ່ຈີນທີ່ລົງທຶນໃນ ສປປ ລາວ ໄດ້ຮັບ 2 ຫຼຽນ ເງິນ 2 ລາງວັນ ໃນສາຂາ “ແນວທາງປະຕິບັດທີ່ດີທີ່ສຸດໃນການປຸງແຕ່ງແຮ່ທາດ” ແລະ “ແນວທາງປະຕິບັດທີ່ດີທີ່ສຸດໃນການ ຈໍາໜ່າຍແຮ່ທາດ” ປະເພດອະໂລຫະ ຈາກການຄັດເລືອກຄັ້ງນີ້ ມີພຽງບໍລິສັດດຽວທີ່ໄດ້ຮັບ 2 ລາງວັນ ໃນຂົງເຂດອະໂລຫະ.

ສຳລັບ“ASEAN Mineral Awards” ເປັນລາງວັນສູງສຸດໃນຂົງເຂດບໍ່ແຮ່ຂອງອາຊຽນ ໂດຍມີຈຸດປະສົງ ເພື່ອຊົມເຊີຍແນວ ທາງປະຕິບັດທີ່ໂດດເດັ່ນຂອງປະເທດສະມາ ຊິກອາຊຽນ ໃນດ້ານການຂຸດຄົ້ນບໍ່ແຮ່ ແລະ ປຸງແຕ່ງແຮ່ທາດ ບໍລິສັດທີ່ໄດ້ ເຂົ້າຮອບສຸດທ້າຍສໍາລັບລາງວັນຄັ້ງນີ້ ໄດ້ກໍານົດເກນມາດຕະຖານສູງ ສໍາລັບ ຄວາມສາມາດໃນການປຸງແຕ່ງລະດັບເຕັກໂນ ໂລຊີ ແລະ ຄວາມສາມາດໃນການຈໍາໜ່າຍແບບສາ ກົນ ເຊິ່ງຮຽກຮ້ອງໃຫ້ບໍລິສັດຕ້ອງຕອບສະໜອງໄດ້ຕາມມາດຕະຖານ ແນວທາງປະ ຕິບັດດ້ານອຸດສາຫະກໍາທີ່ດີທີ່ສຸດ.

ການໄດ້ຮັບລາງວັນຄັ້ງນີ້ ແມ່ນເປັນການຍອມຮັບຄັ້ງໃຫຍ່ຂອງຂະແໜງອຸດສາຫະກໍາບໍ່ແຮ່ອາຊຽນ ຕໍ່ອາຊີ-ໂປຕາສ ສາກົນ ທີ່ໄດ້ປະຕິບັດຕາມມາດຕະຖານສາກົນ ຊຸກ ຍູ້ອຸດສາຫະກໍາບໍ່ແຮ່ໃຫ້ພັດທະນາແບບຍືນຍົງ ແລະ ວຽກງານອື່ນໆ ເຊິ່ງໄດ້ ຍົກສູງລະ ດັບຊື່ສຽງ ແລະ ອິດທິພົນຂອງຍີ່ຫໍ້ຝຸ່ນໂປຕາສລາວໃນຕະຫຼາດສາ ກົນ ການພັດທະ ນາອຸດສາຫະກໍາບໍ່ແຮ່ ໃນ ນາມເປັນອຸດສາຫະກໍາຄໍ້າຊູເສດຖະກິດຂອງລາວ ກໍາລັງກາຍ ເປັນອຸດສາຫະກໍາທີ່ສໍາຄັນສໍາລັບດຶງດູດການລົງທຶນຕ່າງປະ ເທດ ແລະ ສົ່ງອອກເພື່ອສ້າງເງິນຕາ ໂດຍພາຍໃຕ້ສະພາບສືບຕໍ່ຍົກລະດັບເປີດປະຕູຂົງເຂດອຸດສາຫະກໍາບໍ່ແຮ່ໃຫ້ກວ້າງ ຂວາງຕື່ມ ແລະ ການຄຸ້ມຄອງທີ່ເຂັ້ມງວດ ໃນການສົ່ງເສີມນໍາໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ການພັດທະນາ ແລະ ກໍ່ສ້າງການຜະລິດ ສໍາລັບຊັບພະຍາກອນບໍ່ແຮ່ ຍັງຄົງສືບຕໍ່ກ້າວເດີນຕາມແນວທາງຍົກສູງຄຸນນະພາບ ເພື່ອເປັນແຮງກະຕຸ້ນ ໃໝ່ເລັ່ງການພັດທະນາເສດຖະກິດແຫ່ງຊາດຂອງ ສປປ ລາວ.

error: Content is protected !!