ເປີດສູນວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າແຫ່ງຊາດລາວ ຢູ່ເມືອງຢາງພູ

ສູນວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າແຫ່ງຊາດລາວໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 27 ກັນຍາ 2023 ຢູ່ເມືອງຢາງພູ ນະຄອນຊຽງໄຮ້ ສປ ຈີນ ໂດຍຈະວາງສະແດງຮູບພາບລາວ ມິດຕະພາບຈີນ-ລາວ ຜົນການຮ່ວມມື ແລະ ສິນຄ້າພິເສດຂອງອາຊຽນເປັນເວລາ 365 ວັນ ຈະຖືກສ້າງເປັນເວທີບໍລິການການຄ້າ ແລະ ການວາງສະແດງໃນຕະຫຼອດປີທີ່  “6 ມື້ + 365 ມື້” ຂອງ CIIE” ເພື່ອສືບຕໍ່ຜັນຂະຫຍາຍຜົນປະໂຍຍດຂອງ CIIE.

ອົງການປົກຄອງປະຊາຊົນເມືອງຢາງພູ ນະຄອນຊຽງໄຮ້ ແລະ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າລາວ ໄດ້ຮ່ວມກັນຈັດ “ກອງປະຊຸມສົ່ງເສີມວຽກງານການຮ່ວມມືດ້ານເສດຖະກິດ ແລະ ການຄ້າໃນປີ 2023” ແລະ ພິທີເປີດ “ສູນ ວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າ ແຫ່ງຊາດລາວ” ໃນວັນທີ 27 ພະຈິກ 2023 ຮ່ວມກັນສ້າງສາຍພົວພັນທີ່ ສໍາຄັນຂອງເວທີການຮ່ວມມືສົ່ງເສີມເສດຖະກິດ ແລະ ການຄ້າລະດັບສູງ ນີ້ແມ່ນໝາກຜົນສໍາຄັນຂອງການຮ່ວມມືລະຫວ່າງ ສອງຝ່າຍພາຍຫຼັງໄດ້ລົງນາມໃນ “ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມກັນສ້າງເວທີການຮ່ວມມືສົ່ງເສີມເສດຖະກິດ ແລະ ການຄ້າລະດັບສູງ” ຢູ່ CIIE ຄັ້ງທີ 5.

ກອງດັ່ງກ່າວສອງຝ່າຍໄດ້ທົບທວນຄືນ ແລະ ສະຫຼຸບບັນດາໝາກຜົນທີ່ບັນລຸໄດ້ໃນດ້ານຂະຫຍາຍການຄ້າ ເພີ່ມທະວີການບໍ ລິໂພກ ຮ່ວມມືຄວາມອາດສາມາດ ຮ່ວມກັນສ້າງເວທີ ການເປີດກ້ວາງຊ່ອງທາງ ແລະ ອື່ນໆ ພາຍຫຼັງໄດ້ລົງນາມໃນບົດບັນ ທຶກຄວາມເຂົ້າໃນໜຶ່ງປີຜ່ານມາ ເມືອງຢາງພູ ນໍາໃຊ້ທ່າແຮງເປັນບ່ອນເຕົ້າໂຮມວິສາຫະກິດດ້ານເສດຖະກິດດິຈິຕອນ ເພີ່ມ ທະວີພັດທະນາເສດຖະ ກິດດີຈິຕອນສ້າງຄວາມເຂັ້ມແຂງໃຫ້ກັບຂະແໜງການຖົ່ວໄປ ຮ່ວມກັນໃນການຄົ້ນຫາສ້າງສາ “ຊ່ອງ ທາງໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ຈີນ-ລາວ ໂດຍການເຊື່ອມໂຍງຂໍ້ມູນ ແລະ ຄວາມເປັນຈິງ” ໃນ ກອງປະຊຸມສຸດຍອດ”ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໂຄງການປະຕິບັດຕົວຈິງຂອງເມືອງຢາງພູໄດ້ຈັດເຂົ້າໃນ “ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍບັນຊິໂຄງການຈຸດສຸມ ແລະ ບາງໜ້າວຽກສໍາຄັນໃນຂອບການຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ໄດ້ກາຍເປັນໂຄງການທໍາອິີດຂອງເມືອງຢາງພູໃນການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ລະດັບຊາດ.

ໃນກອງປະຊຸມໄດ້ມີການເຊັນສັນຍາຮ່ວມມື 5 ສະບັບລະຫວ່າງສອງລັດຖະບານລາວຈີນ ເນື້ອໃນສັນຍາໄດ້ກວມເອົາການ ຮ່ວມມືໃນດ້ານການສ້າງຊ່ອງທາງຮ່ວມມືດ້ານເສດຖະກິດ-ການຄ້າສາກົນ ດ້ານຂະແໜງສີຂຽວກາກບອນກຕໍ່າ ແລະ ການ ຜະລິດອັດສະລິຍະ ດ້ານການສ້າງເສທີການຄ້າສິນຄ້າເອກະລັກຂອງອາຊຽນ ແລະ ດ້ານການຮ່ວມມືສາກົນສໍາລັບ “ການຄ້າ ອີຄອມຊເສັ້ນທາງສາຍໄໝ” ໂດຍສະເພາະ ການຮ່ວມມືໃນບັນດາໂຄງການນີ້ເປັນການປະຕິບັດຕົວຈິງເພື່ອຊຸກຍູ້ “ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍບັນຊິໂຄງການຈຸດສຸມ ແລະ ບາງໜ້າວຽກສໍາຄັນໃນຂອບການຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ລະຫວ່າງ ສອງປະເທດລາວ-ຈີນ ເປັນການຈັດຕັ້ງປະຕິບັດຊ່ວຍນະຄອນຊຽງໄຮ້ສ້າງເປັນເຂດບຸກເບີກການຮ່ວມມື “ການຄ້າອີຄອມເມີຊ ເສັ້ນທາງສາຍໄໝ” ໃນດ້ານຊ່ອງທາງເສດຖະກິດ-ການຄ້າ ສອງຝ່າຍຈະຮ່ວມກັນສ້າງຊ່ອງທາງໃໝ່ຮູບ ແບບ “1+4” ໃຫ້ແກ່ການຮ່ວມມືດ້ານເສດຖະກິດ-ການຄ້າຈີນ-ລາວ ສອງຝ່າຍນໍາໃຊ້ທ່າແຮງໃນດ້ານຄວາມສາມາດການຈັດ ສັນຊັບພະຍາກອນທົ່ວໂລກຂອງຊຽງໄຮ້ເພື່ອເສີມຂະ ຫຍາຍບົດບາດເປັນການສາທິດການພັດທະນາເສດຖະກິດຢູ່ຄຸນໝິງ ຫ້ວຍຮວ້າ ຈູໂຈ່ວ ແລະ ເມືອງຢາງພູ ທີ່ເປັນຕົວເມືອງລຽບຕາມເສັ້ນທາງການຂະຫຍາຍຂອງທາງລົດໄຟລາວ-ຈີນ ລົງເລິກ ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ຂະແໜງການທີ່ພາຍໃນປະເທດ ແລະ  ຕ່າງປະເທດ ຊຸກຍູ້ການເຕົ້າໂຮມຊັບພະ ຍາກອນ ແລະ ແຫຼ່ງສິນຄ້າ ປັບປຸງການຂົນສົ່ງຂອງທາງລົດໄຟລາວ-ຈີນ ໃຫ້ມີປະສິດທິຜົນໃນຂົງເຂດເສດຖະກິດດີຈີຕອນ ສອງຝ່າຍຈະຮ່ວມກັນສ້າງເວທີການບໍລິການການຄ້າສິນຄ້າທີ່ມີລັກສະນະຂອງອາ ຊຽນ ຈະນໍາໃຊ້ທ່າແຮງຂອງການນຳໃຊ້ ເຕັກໂນໂລຊີການຄ້າອີຄອມເມີຊຂອງເມືອງຢາງພູ ຮູບແບບການປະດິດສ້າງໃໝ່ ແລະ ຂະ ໜາດຂອງຕະຫຼາດ ແລະ ຜັນຂະ ຫຍາຍບົດບາດເປັນການນຳພາຂອງລັດວິສາຫະກິດສູນກາງ ແລະ ລັດວິສາຫະກິດຂອງເມືອງປະສານສົມທົບດ້ານການສະ ໜອງຂອງອາຊຽນກັບດ້ານຄວາມຕ້ອງການຂອງຕະຫຼາດຊຽງໄຮ້ ຊຸກຍູ້ການຄ້າທີ່ມີອໍານາດດີຈິຕອນ ແລະ ຮູບແບບການຄ້າ ໃໝ່ເພື່ອຮ່ວມກັນສ້າງເວທີການບໍລິການການຄ້າສິນຄ້າ ແລະ ເວທີການຄ້າອີຄອມເມີຊ ເລັ່ງການນຳເຂົ້າສິນຄ້າກະສິກຳທີ່ ມີຄຸນນະ ພາບ ແລະ ມູນຄ່າສູງຂອງລາວ ແລະ ອາຊຽນ ເຊັ່ນໝາກຖົ່ວລຽນເຂົ້າຕະຫຼາດຊຽງໄຮ້ ເລັ່ງການແບ່ງປັນຕະຫຼາດ ຊຽງໄຮ້ໃຫ້ແກ່ບັນດາປະເທດອາຊຽນ ຊຸກຍູ້ການພັດທະນາເສດຖະກິດດິຈິຕອນຂອງເມືອງຢາງພູ ຕາມຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນຂົງເຂດພັດທະນາຂະແໜງການກ່ຽວຂ້ອງ ສອງຝ່າຍຈະຊຸກຍູ້ການຮ່ວມມືດ້ານການຜະລິດສີຂຽວ ແລະ ກາກບອນຕ່ຳໃນການຜະລິດອັດສະລິຍະ.

ໂດຍອີງໃສ່ແຫຼ່ງຊັບພະຍາກອນພະລັງງານສີຂຽວທີ່ອຸດົມສົມບູນຂອງລາວ ໝູນໃຊ້ທ່າແຮງທາງດ້ານການຜະລິດອັດສະລິຍະ ສີຂຽວ ແລະ ກາກບອນຕ່ຳຂອງເມືອງຢາງພູ ລິເລີ່ມຮ່ວມມືໃນຂົງເຂດລົດຍົນພະລັງງານໃໝ່ ແລະ ສືບຕໍ່ເພີ່ມທະວີການຮ່ວມ ມືດ້ານອຸດສາຫະກຳ ແລະ ເຕັກໂນໂລຊີຂອງສອງຝ່າຍຢ່າງບໍ່ຢຸດຢັ້ງ ນອກຈາກນັ້ນ ສັນຍາຮ່ວມມືໂຄງການຍັງຈະພັດ ທະນາ ທ່າແຮງດ້ານວິຊາຊີບ ແລະ ຄູອາຈານສອນຂອງມະຫາວິທະຍາໄລເສດຖະສາດ-ການເງິນຊຽງໄຮ້ ເພີ່ມທະວີການສ້າງບຸກຄາ ລະກອນຂອງນັກສຶກສາລາວ.

error: Content is protected !!