ຊາວລາວພາກພູມໃຈທີ່ໄດ້ມາຮ່ວມໃນງານນະມັດສະການພະທາດຫຼວງດ້ວຍການຮ່ວມສືບສານວັດທະນະທຳ

    ບຸນພະທາດຫຼວງວຽງຈັນຖືເປັນບຸນປ້າງໃຫຍ່ປະຈຳຊາດ ເປັນບ່ອນເຕົ້າໂຮມປວງຊົນລາວທັງຊາດທີ່ໄດ້ພ້ອມກັນເດີນທາງມາເຕົ້າໂຮມກັນເພື່ອສືບສານຮີດຄອງປະເພນີ ວັດທະນະທຳອັນດີງາມ ພ້ອມກັນຮ່ວມກັນສະເຫຼີມສະຫຼອງໃນງານບຸນຢ່າງຄືກຄື້ນມ່ວນຊື່ນ.

      ທ່ານ ນາງ ຕຽງອ່ອນ ສຸລິວົງ ປະທານ ສະຫະພັນແມ່ຍິງເມືອງ ນາຊາຍທອງ ໄດ້ໃຫ້ສຳພາດວ່າ:ຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ມາຮ່ວມບຸນນະມັດສະການພະທາດຫຼວງປະຈຳປີ 2023 ເຊິ່ງງານບຸນໃນປີນີ້ກໍຖືວ່າມີບັນຍາກາດເບີກບານມ່ວນຊື່ນໂດຍສະເພາະແມ່ນຜູ້ມາຮ່ວມງານໄດ້ນຸ່ງຖືຮັກສາໄດ້ວັດທະນະທຳການນຸ່ງຖືຂອງລາວດ້ວຍການນຸ່ງຖືທີ່ມີເອກະລັກຫຼາຍຊົນຊາດຊົນເຜົ່າ ສ້າງສີສັນທີ່ງົດງາມ ແລະ ບັນຍາກາດບຸນກໍຄືກຄື້ນມ່ວນຊື່ນ ທຽບໃສ່ປີຜ່ານມາ ການຈັດງານບຸນນະມັດສະການພະທາດຫຼວງປີນີ້ແມ່ນມີອັນໃໝ່ທີ່ຫຼາກຫຼາຍໂດຍສະເພາະຮູບແບບການຕົບແຕ່ງຫ້ອງວາງສະແດງສິນຄ້າແມ່ນງາມຫຼາຍຮັກສາໄດ້ເອກະລັກຂອງລາວ ແລະ ພາຍໃນງານບຸນນີ້ກໍໄດ້ເປີດໂອກາດໃຫ້ບັນດາເອື້ອຍນ້ອງແມ່ຍິງລາວນຳເອົາເຄື່ອງຫັດຖະກຳຈັກສານ ແລະ ແຜ່ນແພທີ່ເຮັດດ້ວຍສີມືຂອງເອື້ອຍນ້ອງແມ່ຍິງມາວາງສະແດງ ແລະ ຈຳໜ່າຍ.

ທ່ານ ນາງ ນິດຕະຍາ ບຸດປະເສີດ ໃນນາມແມ່ຍິງລາວທົ່ວປະເທດຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ມາຮ່ວມໃນງານບຸນພະທາດຫຼວງວຽງຈັນເພື່ອມາຮ່ວມສືບສານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມທີ່ໄດ້ສືບທອດປະຕິບັດກັນມາແຕ່ດົນນານເຊິ່ງມື້ນີ້ກໍໄດ້ເດີນທາງມາຮ່ວມກັບສະຫະພັນແມ່ຍິງເມືອງນາຊາຍທອງໂດຍພ້ອມກັນນຸ່ງຖືດ້ວຍຊຸດລາວເພື່ອຮັກສາວັດທະນະທຳການນຸ່ງຖືອັນງົດງາມຂອງເອື້ອຍນ້ອງແມ່ຍິງລາວມາຮ່ວມໃນພິທີແຫ່ຜາສາດເຜິ້ງນັ້ນກໍເພື່ອເປັນການເຜີຍແຜ່ວັດທະນະທຳການນຸ່ງຖືອັນງົດງາມນີ້ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດໄດ້ເຫັນເອກະລັກຂອງຄວາມເປັນລາວເພື່ອໃຫ້ເຂົາເຈົ້າໄດ້ເຫັນວ່າງານບຸນພະທາດຫຼວງວຽງຈັນເປັນງານທີ່ມີວັດທະນະທຳ ຮີດຄອງປະເພນີອັນດີງາມ.

ແມ່ ບົວສີ ສີວົງໄຊ  ອາຍຸ 82 ປີ ເປັນປະຊາຊົນຢູ່ ບ້ານ ຜົ້ງສາລີ ແຂວງ ຜົ້ງສາລີ ໄດ້ໃຫ້ສຳພາດວ່າ: ແມ່ໄດ້ຕັ້ງໃຈເດີນທາງມາຢ້ຽມຢາມລູກຢູ່ນະຄອນຫຼວງວຽງຈັນໃນໄລຍະບຸນນະມັດສະການພະທາດຫຼວງເພື່ອທີ່ຈະໃຫ້ລູກພາມາຮ່ວມງານບຸນນະມັດສະການພະທາດຫຼວງ ໂດຍສະເພາະແມ່ນມາຮ່ວມຂະບວນແຫ່ຜາສາດເຜິ້ງເພື່ອສືບສານຮີດຄອງປະເພນີ ໂດຍປີນີ້ກໍໄດ້ຕັ້ງໃຈນຳພາລູກຮັກສາວັດທະນະທຳຮີດຄອງປະເພນີດ້ວຍການນຸ່ງຖືຊຸດຊົນເຜົ່າຜູ້ນ້ອຍມາຮ່ວມແຫ່ຜາສາດເຜິ້ງ ບູຊາຂໍພອນອົງພະທາດຫຼວງວຽງຈັນເພື່ອໃຫ້ຄອບຄົົວຢູ່ດີແຂງແຮງ ໂດຍລວມແລ້ວການຈັດງານບຸນນະມັດສະການພະທາດຫຼວງປີນີ້ແມ່ນມີຄວາມງົດງາມຫຼາຍຮັກສາໄດ້ວັດທະນະທຳຮີດຄອງປະເພນີ ການຕົບແຕ່ງສະຖານທີ່ກໍເປັນເອກະລັກຂອງລາວ.

error: Content is protected !!